ຕຳຣວດ ມ.ໄຊເສດຖາ ສືບຫາ ຄົນປຸ້ນ ຮ້ານຄ້າ

ສຸພັດຕາ
2018.03.22
F-Robberies ເຈົ້າໜ້າທີ່ຕໍາຣວດ ເຂົ້າຈັບກຸມ ຄົນຮ້າຍທີ່ປຸ້ນຮ້ານຄ້າ ຢູ່ບ້ານໂພນທັນ ເມືອງໄຊເສດຖາ.
Screen captured: laophattananews

ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ນະຄອນຫຼວງວຽງຈັນ ກຳລັງຕິດຕາມຫາຄົນຈີນ ອີກ 2 ຄົນ ໃນຈຳນວນ 4 ຄົນ ທີ່ປຸ້ນ ຮ້ານຄ້າສະດວກຊື້ ຂອງ ຄົນລາວ ຢູ່ບ້ານໂພນທັນ, ເມືອງໄຊເສດຖາ ເມື່ອວັນທີ 20 ມີນາ ທີ່ຜ່ານມາ.

ສອງຄົນຖືກຈັບໄດ້ໃນມື້ເກີດເຫດ ເຈົ້າໜ້າທີ່ເອົາຕົວໄປສືບສວນສອບສວນ ພ້ອມກັບຍຶດຣົດຕູ້ ທີ່ກຸ່ມຄົນຮ້າຍ ໃຊ້ເປັນພາຫະນະ ຮວມທັງ ໂທຣະສັບມືຖື ຫຼາຍໜ່ວຍ ແລະ ເງິນສົດ ໄວ້ເປັນຂອງກາງ, ດັ່ງເຈົ້າໜ້າທີ່ ເມືອງໄຊເສດຖາ ທ່ານນຶ່ງ ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 22 ມີນາ ນີ້ວ່າ:

“ຈຳນວນສີ່ຄົນຫັ້ນແຫຼະ ອ້າຍນ້ອງ ປກສ ພວກເຮົາຈັບໄດ້ 2 ຄົນ 2 ຄົນໜີໄດ້ ຍັງໜີຍັງບໍ່ທັນໄດ້ເທຶື່ອ ຕຳຣວດຍັງຕາມຢູ່ ເວົ້າບໍ່ໄດ້ແຫຼະ ວ່າ ຢູ່ໃນລາວ ຫຼືບໍ່ ຫຼືວ່າແນວໃດ ເພາະວ່າມື້ນັ້ນ ໄດ້ຍ່າງຜ່ານບ້ານນີ້ ອອກໄປແລ້ວ 2 ຄົນຫັ້ນ ພ້ອມດ້ວຍຣົດຫັ້ນ ສົ່ງໃຫ້ ສັນຕິບານ ນະຄອນຫຼວງ ເພີ່ນສິໄປສືບສວນຕໍ່.”

ເຈົ້າໜ້າທີ່ ເລົ່າສູ່ຟັງວ່າ ຄົນຮ້າຍທັງສີ່ຄົນ ຂີ່ຣົດຕູ້ Starex ມາ. ເມື່ອມາຮອດໜ້າຮ້ານ ຮອດຄ້າ ກໍພາກັນລົງຈາກຣົດ ພ້ອມກັບເອົາຜ້າ ອັດປາກອັດດັງ ປິດບັງໃບໜ້າ ຈາກນັ້ນກໍໃຊ້ມີດ ຂົ່ມຂູ່ຄົນພາຍໃນຮ້ານ, ຈັບແມ່ຍິງ ກັບ ເດັກນ້ອຍ ມັດມື ມັດຂາ ແລ້ວກໍເອົາເງິນ ແລະ ເຄື່ອງມີຄ່າ. ແຕ່ໃນຣະຫວ່າງນັ້ນ ພົລເມືອງດີ ທີ່ຍ່າງຜ່ານຮ້ານ ໄດ້ໂທຣະສັບແຈ້ງ ເຈົ້າໜ້າທີ່ບ້ານ ແລະເຈົ້າໜ້າທີ່ບ້ານ ຈຶ່ງໄດ້ປະສານກັບ ເຈົ້າໜ້າທີ່ຕຳຣວດ ນຳກຳລັງໄປອ້ອມຈຸດດັ່ງກ່າວ ຈາກນັ້ນຄົນຮ້າຍທັງສີ່ ໄດ້ໜີອອກທາງ ຫຼັງຮ້ານ ແຕ່ສອງຄົນຖືກຈັບ ແລະ ອີກສອງຄົນ ແມ່ນໄດ້ຫລົບໜີ.

ທ່ານກ່າວອີກວ່າ ໃນເບື້ອງຕົ້ນ ຍັງບໍ່ສາມາດຣະບຸໄດ້ວ່າ ກຸ່ມຄົນຮ້າຍຊາວຈີນ ດັ່ງກ່າວ ແມ່ນເຂົ້າມາອອກແຮງງານ ຫຼືເຂົ້າມາທ່ຽວ ຢູ່ລາວ ແຕ່ເຊື່ອວ່າ ຫຼັງຈາກເຫດການນີ້ ເຈົ້າໜ້າກ່ຽວຂ້ອງທຸກພາກສ່ວນ ຈະຕ້ອງເຂັ້ມງວດ ແລະກວດກາຄົນຈີນ ທີ່ເຂົ້າມາ ລາວ ໃຫ້ຫຼາຍຂຶ້ນ ເພາະຢ້ານ ກຸ່ມມິດສາຊີບຊາວຈີນ ເຂົ້າມາລາວເປັນຂບວນການ.

ກ່ຽວກັບເຣື້ອງນີ້ ເອເຊັຍເສຣີ ໄດ້ໂທຣະສັບໄປຫາຫ້ອງການ ກອງບັນຊາການຕຳຣວດ ນະຄອນຫຼວງວຽງຈັນ ເພື່ອສອບຖາມຂໍ້ມູນຂອງຄົນ ຮ້າຍ ເພີ້ມຕື່ມ ແຕ່ເຈົ້າໜ້າທີ່ ສອບສວນ ຍັງບໍ່ສາມາດໃຫ້ຣາຍຣະອຽດໄດ້.

ຢ່າງໃດກໍຕາມ ກ່ອນໜ້ານີ້ ເຈົ້າໜ້າທີ່ກົມໃຫຍ່ຕຳຣວດທ່ານນຶ່ງ ເຄີຍກ່າວວ່າ ສຳລັບ ຄົນຕ່າງປະເທດ ທີ່ເຂົ້າມາກໍເຫດອາຊຍາກັມ ຢູ່ລາວ ຫາກຖືກຈັບໄດ້ ຈະຕ້ອງຖືກດຳເນີນຄະດີ ຕັດສິນໂທດ ຢູ່ລາວ ເມື່ອຮັບໂທດ ຄົບກຳນົດແລ້ວ ກໍຈະຖືກຜັກດັນ ກັບປະເທດຂອງພວກເຂົາ.

ອີກເຫດການນຶ່ງ, ເມື່ອວັນທີ 7 ຕຸລາ ປີ 2017 ຄົນຮ້າຍ ຊາວຈີນ 2 ຄົນ ຂີ່ຣົດຈັກໃຊ້ປືນຍິງ ທ້າວຊູ ນັກທຸຣະກິດຊາວໃຕ້ຫວັນອາຍຸ 70 ປີ ຢູ່ໜ້າສູນການຄ້າ ສີໄຄພຣາຊາ ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນທາງການ ລາວ ໄດ້ປະສານຂໍ ຄວາມຊ່ວຍເຫຼືອໄປຍັງ ຈີນ ແລະ ເຈົ້າໜ້າທີ່ຕຳຣວດຈີນ ສາມາດຈັບຄົນຮ້າຍໄວ້ໄດ້ ແຕ່ບໍ່ມີຣາຍຣະອຽດວ່າ ໄດ້ສົ່ງຄົນຮ້າຍມາໃຫ້ລາວ ດຳເນີນຄະດີ ຫຼືບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.