ຜົນເສັຽຈາກການລົງທຶນຂອງ ວຽດນາມ


2014.02.13
F-Vietnam-rubber-farm ຕົວຢ່າງ ພື້ນທີ່ ປູກຕົ້ນ ຢາງພາຣາ ໃນແຂວງ ອັຕຕະປື ຂອງ ນັກລົງທຶນ ຊາວວຽດນາມ. ຜູ້ບໍຣິຫານ ຜູ້ຈັດການ ຜູ້ຄວບຄຸມ ຮວມທັງຄົນງານ ແນ່ນອນ ແມ່ນ ຊາວວຽດນາມ
vir.vn

 

ຈາກການກວດກາ ໂຄງການ ການລົງທຶນ ຂອງຕ່າງຊາຕ ໃນຣະຍະ 1 ປີຜ່ານມາພົບວ່າ ໂຄງການການລົງທຶນ ຂອງວິສາຫະກິດວຽດນາມ ມີສ່ວນເຮັດ ໃຫ້ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ໃນລາວ ຖືກທໍາຣາຍແລະຄຸນນະພາບຊຸດໂຊມ ຢ່າງຮ້າຍແຮງທີ່ສຸດ. ຕາມການ ເປີດເຜີຽຂອງເຈົ້າໜ້າທີ່ ກະຊວງຊັພຍາກອນແລະສິ່ງແວດລ້ອມ:

"ໂດຍສະເພາະ ແລ້ວແມ່ນ ກໍຍັງມີບໍຣິສັດ ໄດ້ເນື້ອທີ່ແລ້ວກ່າບໍ່ເຮັດ ຫຍັງ ອັນນຶ່ງ, ແລ້ວອັນສອງມາ ແລ້ວກໍກ່ຽວກັບການຜລິດ ມີບາງອັນ ພວກເຮົາຄວບຄຸມບໍ່ໄດ້ ແລ້ວເຮັດໃຫ້ມັນ ແຕະຕ້ອງ ຕໍ່ສິ່ງແວດລ້ອມ ໂດຍສະເພາະລະແມ່ນ ປ່າແຄມຫ້ວຍ ແຄມອີ່ສັງຫັ້ນແຫລະ ການບຸກ ເບີກຫັ້ນນະ ມັນຍາກມີຜົນສະທ້ອນ ແດ່ນ້ອຍໜຶ່ງ ອັນພື້ນຖານແລ້ວ ກ່າມີແຕ່ວ່າ ບາງບໍຣິສັດຫັ້ນ ໄດ້ເນື້ອທີ່ແລ້ວກ່າ ບໍ່ໄດ້ລົງທຶນ ຫລືວ່າ ເຮັດກ່າມັນບໍ່ທັນໄດ້ ເຂົາເອີ້ນວ່າຄັນເວົ້າກະ ປະສິດທິພາບ ບໍ່ທັນສູງ ຈັ່ງຊັ້ນຊະ".

ປັດຈຸບັນ ການລົງທຶນຂອງວຽດນາມໃນລາວມີທັງໝົດ 440 ໂຄງການ ຄິດເປັນມູນຄ່າປະມານ 5,600 ລ້ານໂດລາ ສວ່ນຫລາຍ ເປັນການລົງທຶນ ຂຸດຄົ້ນບໍ່ແຮ່ ການສ້າງເຂື່ອນ ໄຟຟ້າ ປູກພືດ ແລະຕົ້ນໄມ້ ເສຖກິດ ຢາງພາຣາ ຕົ້ນຢູຄາລິບຕັສ ອ້ອຍ ແລະມັນຕົ້ນ. ການຂຸດຄົ້ນບໍ່ແຮ່ ແລະ ການປູກພືດ ແລະຕົ້ນໄມ້ນີ້ ຕ້ອງມີການບຸກເບີກເນື້ອທີ່ດິນ ແລະຖາງ ປ່າໄມ້ ຢ່າງກວ້າງຂວາງ.

ໂຄງການສ່ວນໃຫ່ຽ ຂອງວຽດນາມ ບໍ່ໄດ້ນໍາເງິນສົດ ມາລົງທຶນ ແຕ່ຫາກອີງຕໍ່ ການສວຍໂອກາດ ຕັດໄມ້ ໃນເຂດ ສັມປະທານ ຕ່າງໆ ເພື່ອສົ່ງ ໄປຂາຍຢູ່ ວຽດນາມ ມາເປັນເງິນໃນການລົງທຶນ. ຍັງບໍ່ເທົ່ານັ້ນການຂຸດຄົ້ນບໍ່ແຮ່ ບໍ່ໄດ້ເອົາໃຈໃສ່ ໃນການປົວແປງສິ່ງແວດລ້ອມ ຂຸດຄົ້ນຊະຊາຍ ໝົດແລ້ວກໍໜີໄປ. ທາງການລາວ ກໍຍອມຮັບວ່າ ບໍ່ສາມາດຄວບຄຸມ ການປະຕິບັດວຽກງານ  ຂອງ ນັກລົງທຶນ ວຽດນາມໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.