ເຂດປ່າປ້ອງກັນຖືກບຸກລຸກ

ອຸ່ນແກ້ວ ສຸກສະຫວັນ
2017.09.20
f-forest ບໍລິເວນເຂດ ລ້ອງເຕີຍ ເມືອງແລະແຂວງ ຫລວງພຣະບາງ ທີ່ບໍຣິສັດ ລ້ອມຮົ້ວກວມເອົາ ເພື່ອເຮັດສວນສົ້ມຂຽວ. ຖ່າຍວັນທີ 30 ເດືອນ ສິງຫາ 2017
ພາບໂດຍ: ນັກຂ່າວ ພົລເມືອງ

ບໍຣິສັດນໍ້າດື່ມ ມີນນີໂຣ ໄດ້ເຂົ້າມາເຮັດ ສວນໝາກສົ້ມຂຽວ ຫລື ສວນໝາກກ້ຽງ ໃນທີ່ດິນຫລາຍ 10 ເຮັກຕາ ຢູ່ເຂດ ຫ້ວຍນໍ້າແດນດິນ, ເຂດລ້ອງເຕີຍ ແລະ ເຂດຕາດ ຫຼັກສິບ ເມືອງແລະແຂວງ ຫລວງພຣະບາງ. ຊາວບ້ານ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

ໃນຊ່ວງ ປີ 2010  ບໍລິສັດ ດັ່ງກ່າວ ໄດ້ເຂົ້າມາ ຈະເຮັດສວນໝາກສົ້ມຂຽວ ຕາມກ້ອງແລວ ສາຍສົ່ງໄຟ້ຟາ ຊຶ່ງເປັນເຂດປ່າປ້ອງກັນ ແລະ ບໍຣິສັດ ໄດ້ມີການ ຕັດໄມ້ໃຫຍ່, ຂຸດຕໍ່ໄມ້ ທີ່ຕັດແລ້ວຝັງດິນ ເພື່ອບໍ່ໃຫ້ ເຈົ້າໜ້າທີ່ ກວດພົບ.

ອີງຕາມຊາວບ້ານ, ບໍຣິສັດໄດ້ຂະຫຍາຍຮົ້ວ ເຂົ້າໄປໃນເຂດປ່າດົງ ຕືມອີກຫຼາຍ 10 ແມັດ ແລະ ບາງບ່ອນ ກໍຂະຫຍາຍເຂົ້າໄປ ໃນເຂດ ປ່າປ້ອງກັນ ຫລາຍກວ່າ 100 ແມັດ. ຊາວບ້ານ ກ່າວຕື່ມອີກວ່າ: ບໍຣິສັດ ໄດ້ລ້ອມຮົ້ວຄັ້ງນີ້ ແຮງແໜ້ນໜາ ກວ່າເກົ່າອີກ ໂດຍໃຊ້ເສົາ ເບຕົງ ເສີມເຫຼັກ, ໃສ່ໝາມໝາກຈັບ 4-5 ຄ້າວ ແລ້ວເອົາຕາໜ່າງ ເຫຼັກໃສ່ອີກ ແລະ ມີການໃສ່ ສາຍໄຟຟ້າ ລ້ອມໃສ່ອີກ ເພື່ອປ້ອງກັນ ບໍ່ໃຫ້ ປະຊາຊົນເຂົ້າໄປ ຊອກເກັບ ເຄື່ອງປ່າ ຂອງດົງ.

ແຕ່ກ່ອນຊາວບ້ານຫລັກ 10, ບ້ານດອນກາງ ແລະ ບ້ານໃກ້ຄຽງ ເຄີຍເຂົ້າໄປ ເກັບຜັກຫັກນໍ່, ເກັບເຫັດ, ເກັບປູ ຫອຍ, ແລະ ຊອກຢາ ພື້ນເມືອງ ຢູ່ໃນເຂດດັ່ງກ່າວ ແຕ່ຫລັງຈາກ ບໍຣິສັດເຂົ້າໄປ ຈັບຈອງ ທີ່ດິນແລ້ວ ຊາວບ້ານບໍ່ສາມາດ ເຂົ້າໄປໄດ້. ອີງຕາມການສຳພາດ ຈາກຊາວບ້ານ.

ແຕ່ໃນເວລາດຽວກັນ ທາງການແຂວງຫລວງພະບາງກໍ ຊີ້ແຈງວ່າ ເຈົ້າໜ້າທີ່ ແຂວງໄດ້ມອບທີ່ດິນ ເຂດດັ່ງກ່າວ ໃຫ້ບໍຣິສັດ ທົດລອງປູກ ສົ້ມຂຽວ. ທ່ານ ໄຊຍະພັນ ລາສີ ຫົວໜ້າ ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 14 ກັນຍາ ວ່າ: ທີ່ດິນດັ່ງກ່າວ ເປັນດິນເຂດປ່າປ້ອງກັນ ຂອງແຂວງ ຫລວງພຣະບາງ ຢູ່ແລວ ທາງສາຍສົ່ງໄຟຟ້າ ແລະ ທາງການແຂວງ ຫລວງພຣະບາງ  ໄດ້ມອບໃຫ້ ບໍຣິສັດ ນໍ້າດື່ມມີນນີໂຣ ສຳປະທານ ທົດລອງ ປູກສົ້ມຂຽວ ແລະ ຖ້າໄດ້ຮັບ ຜົນດີ ກໍຈະໃຫ້ ສຳປະທານ ຕໍ່ອີກປະມານ 30 ຫາ 40 ປີ.

ທ່ານ ກ່າວວ່າ: ມາຮອດປັດຈຸບັນນີ້ ເຂົາເຈົ້າໃຊ້ທີ່ດິນ ເຂດດັ່ງກ່າວ ມາໄດ້ 5-6 ປີ ແລ້ວ, ແຕ່ກະຍັງ ບໍ່ທັນເຫັນຜົນເທື່ອ. ທີ່ດິນສວນ ໝາກກ້ຽງ ແມ່ນຢູ່ຕາມແລວ ສາຍສົ່ງໄຟຟ້າ ຖືວ່າ ບໍ່ໄດ້ ບຸກລຸກປ່າ. ທ່ານ ກ່າວອີກວ່າ: ດິນຢູ່ເຂດດັ່ງກ່າວ ມີປະມານ 40 ເຮັກຕາ ເປັນທີ່ດິນຂອງ ຣັຖບານ ແລະ ບໍ່ໄດ້ໄປກວມເອົາ ທີ່ດິນ ຂອງຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.