ຊາວເມືອງປາກແບງຂໍຮູ້ ມື້ ໂຍກຍ້າຍ

ສຸພັດຕາ
2019.05.15
F-pakbeng ແຜນທີ່ ບອກທີ່ຕັ້ງຂອງ ເຂື່ອນປາກແບງ ຢູ່ ແຂວງອຸດົມໄຊ
RFA Graphic

ປະຊາຊົນ ບ້ານໂຄງລົງໂຕ້ງ ເມືອງປາກແບງ ແຂວງອຸດົມໄຊ ຮຽກຮ້ອງໃຫ້ທາງການ ບອກວັນເວລາໂຍກຍ້າຍ ໄປຢູ່ບ້ານຈັດສັນ ຄັກແນ່ ຖ້າຫາກວ່າ ຈະໃຫ້ໂຍກຍ້າຍແທ້ ຍ້ອນວ່າ ບໍ່ໄດ້ປູກຝັງ ມາປີນຶ່ງແລ້ວ ແລະທາງການ ກໍມີແຕ່ເວົ້າວ່າ ຈະໃຫ້ໂຍກຍ້າຍ ໄປຕອນນັ້ນຕອນນີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໃນເຂດດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ພຶສພາ ນີ້:

“ກໍຫຍຸ້ງຍາກໄດ໋ ປະຊາຊົນກໍຖາມວ່າ ມີຜົນກະທົບ ບໍ່ຢາກຍ້າຍບ້ານຍ້າຍຊ່ອງ ເພິ່ນວ່າຈະຍ້າຍຕອນນັ້ນຕອນນີ້ ດຽວນີ້ປະຊາຊົນກໍຄອຍຢູ່ ປຸກເຮືອນປຸກຊານກໍບໍ່ໄດ້ປຸກ ຄັນປຸກດຽກກະສິຖືກກະທົບມາ ປະຊາຊົນກໍລໍຄອຍຢູ່ ແຕ່ບໍ່ຮູ້ຈະເກີດຍາມໃດ ເຂົາກໍຢາກຍ້າຍ ຄັນວ່າເປັນຕາ ຍ້າຍ ຄັນວ່າບໍ່ຍ້າຍ ເຂົາກໍປຸກສ້າງບ່ອນປູກພືດ.”

ທ່ານເວົ້າວ່າ ຫາກມີການສ້າງເຂື່ອນ ປາກແບງ ຈະມີຜົນກະທົບ ຕໍ່ປະຊາຊົນ 2 ບ້ານ ຢູ່ເມືອງ ປາກແບງ ຄື ບ້ານໂຄກລົງໂຕ້ງ ແລະບ້ານ ປາກເງີຍ ມີປະຊາຊົນ ຈໍານວນ 140 ປາຍຄອບຄົວ. ຕາມແຜນ ປະຊາຊົນບ້ານໂຄງລົງໂຕ້ງ 61 ຄອບຄົວ ຕ້ອງໄດ້ຍ້າຍ ໄປຢູ່ບ້ານຈັດສັນ ສ່ວນປະຊາຊົນ ບ້ານປາກເງີຍ ທີ່ມີ 80 ຄອບຄົວນັ້ນ ບໍ່ໄດ້ຍ້າຍ ເພາະນໍ້າຈະຖ້ວມແຕ່ ເຂດທໍາການຜລິດ ຂອງພວກເຂົາເຈົ້າເທົ່ານັ້ນ.

ທ່ານກ່າວຕື່ມວ່າ ນັບແຕ່ປີ 2018 ມານີ້ ປະຊາຊົນຕ້ອງຢຸດທໍາການຜລິດ ເຮັດໃຫ້ຂາດຣາຍໄດ້ ຖ້າຫາກຈະປູກຝັງຕາມປົກກະຕິ ກໍຢ້ານວ່າ ທາງການມາບອກໃຫ້ຍ້າຍ. ດັ່ງນັ້ນ, ປະຊາຊົນຈຶ່ງຢາກຮູ້ຄັກແນ່ ວ່າຈະຕ້ອງໄດ້ຍ້າຍອອກຈາກບ້ານເກົ່າແທ້ຫຼືບໍ່.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ພລັງງານແລະບໍ່ແຮ່ ເມືອງປາກແບງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ທາງເມືອງກໍບໍ່ຮູ້ວ່າຈະໄດ້ສ້າງເຂື່ອນປາກແບງ ຫຼືບໍ່ ສະນັ້ນ, ຈຶ່ງບໍ່ສາມາດ ແຈ້ງເວລາໂຍກຍ້າຍ ໃຫ້ຊາວບ້ານໄດ້.

ແລະເຈົ້າໜ້າທີ່ ຫ້ອງການປົກຄອງແຂວງອຸດົມໄຊ ກໍເວົ້າໃນມື້ດຽວກັນນັ້ນວ່າ ຕອນນີ້ ໂຄງການດັ່ງກ່າວ ຍັງບໍ່ມີຫຍັງຄືບໜ້າ. ຫົນທາງທີ່ໄດ້ ສ້າງນັ້ນ ກໍເຣີ້ມເປ່ເພແລ້ວ ແຕ່ທາງຣັຖບານ ຍັງບໍ່ວ່າແນວໃດເທື່ອ ດັ່ງນັ້ນ, ແຂວງ ຈຶ່ງບໍ່ສາມາດເຮັດຫຍັງໄດ້, ດັ່ງທີ່ທ່ານກ່າວວ່າ:

“ຍັງໆ ບ່ໍຫຍັງເທື່ອ ຖືວ່າບໍ່ລົງມືເທື່ອເຮັດເຂື່ອນ ມີແຕ່ເຮັດທາງສອງເບື້ອງ ສອງຟາກຫັ້ນ ກໍບໍ່ຮູ້ວ່າມັນຂັດຂ້ອງອິ່ຫຍັງ ຫຼືວ່າແມ່ນແນວໃດ ຣັຖບານບໍ່ທັນອະນຸຍາດ ເຮັດແຕ່ທາງປະໄວ້ຫັ້ນ ຣັຖບານກໍຍັງບ່າ ຍັງຂັດຂ້ອງອິ່ຫຍັງຢູ່ ຫຼືວ່າ ປະເທດໃດຍັງຂັດຂ້ອງຢູ່.”

ທ່ານກ່າວຕື່ມວ່າ ຫາກຣັຖບານ ມີຄໍາສັ່ງມາແນວໃດ ຈະສ້າງ ຫຼື ບໍ່ສ້າງ ທາງແຂວງ ກໍຈະປະສານກັບທາງເມືອງ ແລະຈະແຈ້ງຣາຍຣະອຽດ ໃຫ້ຊາວບ້ານ ທັງສອງບ້ານນັ້ນຮັບຮູ້.

ເມື່ອເດືອນພຶສຈິກາ ປີ 2018 ຜ່ານມາ ທ່ານຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍແລະແຜນພະລັງງານ ແລະບໍຣິສັດຕ້າຖັງຂອງຈີນ, ຊຶ່ງເປັນຜູ້ຮັບເໝົາ ໂຄງການເຂື່ອນດັ່ງກ່າວ ໄດ້ໄປປະຊຸມ ເຣື່ອງເຂື່ອນປາກແບງ ຮ່ວມກັບເຄືອຂ່າຍ ພາກປະຊາສັງຄົມ ຂອງໄທ ທີ່ແຂວງ ຊຽງໃໝ່ ປະເທດໄທ ແລະໄດ້ສເນີແຜນ ການສ້າງເຂື່ອນ ທີ່ໄດ້ມາຕຖານ ແຕ່ວ່າ ເຄືອຂ່າຍພາກປະຊາສັງຄົມ ຂອງໄທ ກໍສເນີເຣື່ອງຂໍ້ມູນ ດ້ານຜົນກະທົບຂ້າມຊາຍແດນ ຫາກມີການສ້າງເຂື່ອນນັ້ນ.

ໂຄງການສ້າງເຂື່ອນໄຟຟ້າປາກແບງ ຂນາດ 912 ເມກາວັດ ເປັນໂຄງານການທີ່ຣັຖບານລາວ ໄດ້ສຶກສາມາດົນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.