ປະຊາຊົນ ກັງວົນ ສານເຄ ໃນສວນກ້ວຍຈີນ

ໄມ​ຊູ​ລີ
2019.10.16
F-bolikhamxay-banana ສວນປູກກ້ວຍ ຂອງຈີນ ຢູ່ ແຂວງບໍລິຄໍາໄຊ ທີ່ມີຢູ່ແລ້ວ
ຮູບພາບຈາກ : ນັກຂ່າວພົລເມືອງ

ຄົນຈີນ ມາສັມປະທານ ດິນປູກກ້ວຍ ຕໍ່ຈາກຄົນລາວ ເຈົ້າຂອງເດີມ ຕັ້ງແຕ່ ປີ 2019 ນີ້ ຫາ ປີ 2025 ຈໍານວນ 600 ເຮັກຕ້າຣ໌, ອິງຕາມຄໍາເວົ້າ ຂອງປະຊາຊົນ ບ້ານທ່າເຮືອ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 15 ຕຸລາ:

“ເຂົາເຈົ້າ ກໍຢ້ານຫລາຍ ແນວຫັ້ນແລ້ວ ແນວຕາບໍ່ເຫັນ ຢ້ານສານເຄມີ ທີ່ມັນເປັນ ຜົລກະທົບ ຕໍ່ລູກ ຕໍ່ຫລານ ຕໍ່ສິ່ງແວດລ້ອມ ສັດລ້ຽງ ວ່າສວນກ້ວຍ ເປັນອັນຕລາຍ ເປັນບໍຣິສັດ ຂອງຄົນລາວ ແລ້ວຄົນຈີນ ມາສັມປະທານຕໍ່.”

ທ່ານກ່າວຕື່ມວ່າ ປະຊາຊົນ ກັງວົນ ການໃຊ້ສານເຄມີ ອັນຕລາຍ ຢູ່ສວນກ້ວຍຈີນ ດັ່ງກ່າວ ເພາະຢ້ານວ່າ ຕັ້ງແຕ່ເດືອນ ພຶສພາ ຜ່ານມາ ເຈົ້າຂອງ ສວນກ້ວຍ ຈີນ ໄດ້ນໍາຢາເຄມີເຂົ້າ ຈາກ ປະເທດຈີນ ຢ່າງຫລວງຫລາຍ, ເຮັດໃຫ້ ປະຊາຊົນ ບໍ່ຮູ້ຢາເຄມີ ເຫລົ່ານັ້ນ ຖືກຕ້ອງ ຕາມທີ່ ຣັຖບານ ອະນຸຍາດ ຫຼືບໍ.

ເມື່ອສັປດາ ທີ່ຜ່ານມາ, ຄນະປົກຄອງບ້ານ ທ່າເຮືອ ໄດ້ຈັດກອງປະຊຸມ ກ່ຽວກັບ ບັນຫາ ດັ່ງກ່າວ ໂດຍໄດ້ຮັບສັ່ງ ໃຫ້ປະຊາຊົນ ພາຍໃນບ້ານ ເປັນຫູເປັນຕາ ຮ່ວມກັນ ຫາກພົບເຫັນ ເຂົາເຈົ້າໃຊ້ ສານເຄມີ ໃຫ້ຕິດຕໍ່ຫາ ເຈົ້າໜ້າທີ່ໄດ້ ເພື່ອຢຸດທຸຣະກິດ ນັ້ນ:

“ເຂົາເຈົ້າວ່າ ຄັນມີ ບັນຫາອີ່ຫຍັງ ໃຫ້ສເນີ ຫາໂລດ ມີຄນະ ລົງມາກວດກາ ມາແຕ່ງຕັ້ງໝົດແລ້ວ ຢູ່ແຂວງ ຢູ່ເມືອງ ດຽວນີ້ ຣັຖບານ ກໍສົ່ງເສີມ ການປູກກ້ວຍຫມາກຍັງ ແລ້ວເຮັດ ກະສິກັມ ສະອາດ ໃຫ້ມັນຖືກຕ້ອງ ຕາມຣະບຽບກົດໝາຍ ຄັນວ່າ ເຈົ້າເຮັດ ບໍ່ຖືກຕ້ອງ ເພີ່ນສັ່ງຢຸດເຊົາ ເລີຍເດີ ເຣື່ອງການກວດສອບ ຂອງບຸກຄົນຫັ້ນ ມັນຊິດີ ສໍ່າກັນກັບ ເພີ່ນເວົ້າບໍ ມັນສິແພ້ງິນ ເຂົາເຈົ້າບໍ.”

ທ່ານກ່າວ ຕື່ມວ່າ ສວນກ້ວຍຈີນ ແຫ່ງນີ້ ບໍ່ມີປະຊາຊົນ ພາຍໃນບ້ານ ທ່າເຮືອ ຄົນໃດ ໄປເຮັດວຽກ ເຝົ້າສວນກ້ວຍເລີຍ ຍ້ອນພວກ ເຂົາເຈົ້າ ຢ້ານວ່າ ຈະເມົາສານເຄມີ ທີ່ໃຊ້ສິດ ນໍາສວນກ້ວຍ ຍ້ອນ ໄລຍະຜ່ານມາ ເຈົ້າຂອງ ສວນກ້ວຍເດິມ ໃຊ້ຢາເຄມີ ສິດສວນກ້ວຍ ແລ້ວກັມມະກອນ ເມົາຢາ ອອກຕຸ່ມ ເຂົ້າໂຮງໝໍ ຈໍານວນຫລາຍຄົນ, ເຈົ້າຂອງ ສວນກ້ວຍຈີນ ຈຶ່ງໄປຈ້າງ ກັມມະກອນ ທີ່ ເປັນຄົນລາວສູງ ຈາກ ແຂວງຫລວງພຣະບາງ ມາເຮັດວຽກແທນ.

ເຖິງຢ່າງໃດກໍຕາມ, ທ່ານກ່າວຕື່ມວ່າ ສວນກ້ວຍຈີນ 600 ເຮັກຕ້າຣ໌ນີ້ ເປັນດິນ ຂອງຣັຖບານ ທີ່ ອະນຸຍາດ ໃຫ້ນັກທຸຣະກິດຈີນ ສັມປະທານ ປູກກ້ວຍ ຢ່າງຖືກກົດໝາຍ, ນອກຈາກນັ້ນ ໃນສັນຍາ ຍັງຣະບຸ ຢ່າງແຈ່ມວ່າ ໃຫ້ນັກທຸຣະກິດຈີນ ເຮັດກະສິກັມສະອາດ ແລະ ໃຊ້ສານເຄມີ ຕາມ ປະຣິມານ ທີ່ ຣັຖບານ ກໍານົດໃຫ້ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.