ຈີນ ໃຊ້ຊ້າງແບບຜິດ ທັມມະຊາດ: ອົງການສັດປ່າ

ມະນີຈັນ
2019.10.07
f-elephant ຊ້າງທີ່ແຂວງໄຊຍະບູຣີ
RFA

ອົງການສາກົນດ້ານອະນຸຮັກສັດປ່າ ແລະຊ້າງໃນລາວ ບໍ່ເຫັນດີທີ່ນັກລົງທຶນຈີນ ເອົາຊ້າງຈາກແຂວງໄຊຍະບູຣີ ແລະ ແຂວງຫຼວງພຣະບາງ ມາສ້າງຄວາມບັນເທິງ ໃຫ້ນັກທ່ອງທ່ຽວ ຕ່າງປະເທດ ຢູ່ເຂດເສຖກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ຍ້ອນເຫັນວ່າເປັນການ ທາຣຸນ ຊ້າງ ແລະຜິດທັມມະຊາດຂອງຊ້າງ, ດັ່ງເຈົ້າໜ້າທີ່ອົງການສາກົນດ້ານ ອະນຸຮັກສັດປ່າ ໃນລາວ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 7 ຕຸລາ ນີ້ວ່າ:

"ຮູ້ສຶກເຈັບປວດເນາະ ເຫັນຊ້າງມາຢູ່ໃນພື້ນທີ່ ທີ່ວ່າມາໃຊ້ເພື່ອຄວາມບັນເທີງ ໂດຍສະເພາະເອົາຊ້າງມາເພື່ອມາເປັນ ສັນຍາລັກຣະຫວ່າງ ລາວ-ຈີນ ມາທໍຣະມານເພື່ອ ຄວາມບັນເທີງ ຂອງກຸ່ມຄົນໃດນຶ່ງ ເພາະວ່າທັມມະດາແລ້ວ ຊ້າງມັນຕ້ອງຢູ່ພື້ນທີ່ ທີ່ວ່າເປັນແມ່ນໍ້າ ແລ້ວກໍ ເປັນພື້ນທີ່ ທີ່ວ່າເປັນປ່າ."

ທ່ານເວົ້າວ່າ ໃນຄວາມເຫັນສ່ວນຕົວບໍ່ໄດ້ຄັດຄ້ານ ການເອົາຊ້າງມາ ໃຫ້ນັກທ່ອງທ່ຽວຂີ່ ແຕ່ວ່າຢາກໃຫ້ເລືອກ ບ່ອນທີ່ເໝາະສົມ ກວ່ານີ້ ບໍ່ແມ່ນໃນເມືອງ ໃນເຂດທີ່ມີຣົດ ແລະຜູ້ຄົນ ໄປມາຫລາຍ ຍ້ອນຕາມທັມມະຊາດ ຂອງຊ້າງລາວ ຕ້ອງຢູ່ໃນບ່ອນທີ່ ມີປ່າໄມ້ ແລະມີແມ່ນໍ້າ ຈະດີກວ່າການສົ່ງເສີມ ໃຫ້ມີການ ຂີ່ຊ້າງ ເພື່ອການທ່ອງທ່ຽວ ແບບອະນຸຮັກ ຢູ່ຕາມຊຸມຊົນ."

ທ່ານບອກອີກວ່າ ແທ້ຈິງແລ້ວເຣື່ອງນີ້ ຫລາຍໆອົງການອະນຸຮັກສັດ ໃນລາວກໍໄດ້ເວົ້າກັນພາຍໃນ ແລະ ກັບເຈົ້າໜ້າທີ່ທາງການ ແຕ່ກໍມີ ພາກສ່ວນທີ່ເຫັນດ້ວຍ ແລະບໍ່ເຫັນດ້ວຍ. ຜູ້ທີ່ເຫັນດ້ວຍ ຈະໃຫ້ເຫດຜົນວ່າປະເທດໃດໆ ກໍເອົາຊ້າງມາໃຫ້ຂີ່ ເພື່ອ ສົ່ງເສີມ ການທ່ອງທ່ຽວ ເປັນຕົ້ນປະເທດໄທ ກໍຖືກປະຊາຊົນ ໃນປະເທດ ຕົນເອງ ແລະຫລາຍປະເທດ ປະນາມ ການເຮັດແນວນີ້ຄືກັນ ຈົນຕ້ອງຍົກເລີກໃຫ້ມີ ການຂີ່ຊ້າງ ເພື່ອການທ່ອງທ່ຽວ ຕາມສວນສັດດຸສິດ ຢູ່ບາງກອກ ໃນປີ 2015 ຜ່ານມາ.

ນອກຈາກນີ້ແລ້ວ ຊ້າງກໍແມ່ນສັນຍາລັກ ຂອງປະເທດລາວ ມາແຕ່ບູຮານ ມີຄວາມສໍາພັນຢ່າງເລິກເຊິ່ງ ຕໍ່ຊາດລາວ, ການເຮັດແນວນີ້ ຈຶ່ງບໍ່ເໝາະສົມ. ເຈົ້າໜ້າທີ່ຜແນກກະສິກັມ ຢູ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະສຽງ ກໍໃຫ້ຄໍາເຫັນຕໍ່ RFA ໃນມື້ດຽວກັນວ່າ ເຣື່ອງນີ້ ກໍເປັນການຕັດສິນໃຈ ຂອງພາກທຸຣະກິດ ແລະນັກລົງທຶນ.

ສ່ວນໂຕທ່ານແລ້ວ ກໍບໍ່ເຫັນດີປານໃດ ຍ້ອນກັງວົນວ່າ ຫາກໃນອະນາຄົດ ຊ້າງທໍາຣາຍນັກທ່ອງທ່ຽວ ມັນຈະຍິ່ງສົ່ງຜົນໄປ ໃນທາງລົບ ຕໍ່ການທ່ອງທ່ຽວລາວ ແຕ່ກໍບໍ່ໄດ້ຄັດຄ້ານ ຫຍັງຫາກມີການ ດູແລແລະຮັບປະກັນໂຕນີ້ໄດ້. ທາງດ້ານເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ນະຄອນຫລວງ ວຽງຈັນ ກໍໃຫ້ຄໍາເຫັນ ທີ່ແຕກຕ່າງໄປຈາກນັ້ນ:

ເຣື່ອງຊ້າງມາແຕ່ຫລວງພຣະບາງ ຫລື ສິມາແຕ່ປາກລາຍ ໄຊຍະບູຣີ ມັນກໍເປັນຊ້າງເນາະ ກໍສາມາດເຄື່ອນຍ້າຍໄດ້ຢູ່ ກໍຄືຂະເຈົ້າມາສ້າງ ໄປໃນມູມມອງ ທີ່ດີຫັ້ນນ່າ ທ່ອງທ່ຽວກໍເຫັນດີນໍາ ເພາະວ່າບຶງທາດຫລວງ ນີ້ນະ ຄັນໃຫ້ລາວ ສ້າງປະເທດລາວເອງ ບໍ່ມີຄວາມສາມາດດອກ ເປັນການສົ່ງເສີມ ການທ່ອງທ່ຽວ ຄັນບໍ່ເຮັດແນວນັ້ນ ເອົາເງິນໃສມາສ້າງ ກໍຂຶ້ນກັບຄວາມສລາດ ຂອງພາກຣັດເຮົາວ່າສິ ຈັກປີສິເອົາຣາຍ ໄດ້ຄືນ ມາຈາກຈຸດນີ້.

ປັດຈຸບັນ ຊ້າງ ທີ່ຢູ່ໃນເຂດ ເສຖກິດພິເສດ ບຶງທາດຫລວງ ຈໍານວນນຶ່ງໄດ້ເຊົ່າມາຈາກ ສູນ ວັທນະທັມຊ້າງ ແຂວງໄຊຍະບູຣີ ແລະ ອີກ ຈໍານວນນຶ່ງກໍມາຈາກ ແຂວງຫລວງພຣະບາງ, ທັງໝົດມີ 10 ປາຍໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.