ພາກເໜືອເຂັ້ມງວດ ຊີ້ນໝູ ຈາກຈີນ

ອຸ່ນແກ້ວ ສຸກສະຫວັນ
2020.07.03
f-swine-pigs ໝູ ທີ່ ຊາວບ້ານລ້ຽງ ໃນ ຄອບຄົວ ແລະ ຮັກສາເອົາເອງ
ຮູບພາບຈາກ : ນັກຂ່າວພົລເມືອງ

ແຂວງ​ຫລວງ​ນ້ຳ​ທາ ແລະ ແຂວງ​ອຸ​ດົມ​ໄຊ ພາກ​ເໜືອ ​ທີ່​ຕິດ​ກັບ​ຊາຍ​ແດນ​ຈີນ ໄດ້​ກວດ​ກາ​ກາ​ນນຳ​ເຂົ້າ​ຊີ້ນ​ໝູ ​ຈາກ​ປະ​ເທດ​ຈີນຢ່າງ​ລະ​ອຽດ ຫລັງ​ຈາກ​ທີ່​ທາງ​ການ​ຈີນ ກວດ​ພົບ​ໄວ​ຣັ​ສ ສາຍ​ພັນ​ໃໝ່ ທີ່​ມີ​ພາ​ຮະ​ນະ​ຈາກ ​ໝູ. ເຈົ້າ​ໜ້າ​ທີ່​ຜ​ແນກ​ ກະສິ​ກັມແລະປ່າ​ໄມ້ ແຂວງຫຼວງ​ນ້ຳ​ທາ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 3 ກໍ​ຣະ​ກະ​ດາ ວ່າ:

"ຢູ່​ດ່ານ​ເນາະ ຂະ​ເຈົ້າກະ​ມີ​ປ້ອມ​ກັກ​ກັນ​ຢູ່​ດ່ານ ວ່າ​ຊິ​ເອົາ​ມາ​ຂາຍ​ເປັນຈຳ​ນວນ​ຫຼາຍ ແຕ່​ກະ​ຊິບໍ່​ໄດ້​ດອກ ເພາະ​ວ່າ ເກີດ​ພ​ຍາດ​ລະ​ບາດເຂົາ ​ເຈົ້າກະ​ຫ້າມ​ຢູ່​ເດ້ເນາະບາງ​ທີ່​ເຂົາ​ເຈົ້າ​ລັກ​ລອບ​ເຂົ້າ​ມາເຮົາ​ກະ​ບໍ່​ເຫ​ກັນ ກຳ​ລັງ​ເຮັດແຈ້ງ​ການ​ລົງ​ແຕ່​ລະ​ບ້ານ​ເລີຍ ລົງ​ໂຄ​ສະ​ນາຢູ່ປະ​ຊາ​ສຳ​ພັນ ແຈ້ງ​ເຕືອນ​ຫັ້ນ​ແຫຼະ ມັນ​ກະ​ເກີດ​ມາ​ເທື່ອ​ນ​ນຶ່ງ​ແລ້ວ​ເນາະ."

ທ່ານກ່າວ​ຕື່ມ​ວ່າ ປັດ​ຈຸ​ບັນຊີ້ນ​ໝູ ຫາກ​ນ້ຳ​ເຂົ້າ​ມາ ກໍ​ຈະ​ນຳ​ເຂົ້າ​ມາ​ຈາກ​ ປະ​ເທດ​ໄທ​ເທົ່າ​ນັ້ນ ເພາະ​ວ່າມີ​ການກວດ​ກາ ແລະມີ​ໃບ​ຢັ້ງ​ຢືນໃນ ການກວດ​ເຊື້ອພ​ຍາດ​ຕ່າງໆ ​ແລະ ຜູ້​ຊ່ຽວ​ຊານ ​ເວົ້າ​ວ່າໄວ​ຣັ​ສ ສາຍ​ພັນ​ໃໝ່​ນີ້ ສາ​ມາດ​ຕິດ​ຕໍ່ ​ຈາກ​ສັດ ​ມາ​ສູ່​ຄົນ​ໄດ້. ແຂວງ​ອຸ​ດົມ​ໄຊ ກໍ​ມີ​ການກວດ​ຢ່າງ​ເຂັ້ມ​ງວດ​ ເຊັ່ນ​ກັນ ເຈົ້າ​ໜ້​າ​ທີ່ ຜ​ແນກ​ກະ​ສິ​ກັມ ແລະປ່າ​ໄມ້ ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ວ່າ:

"ບໍ່​ຢາກ​ໃຫ້​ມີ​ການ​ນ້ຳ​ເຂົ້າ​ຫັ້ນ​ຫຼະ ແຂວງ​ເຮົາ​ກະ​ມີ​ຄຳ​ສັ່ງ ມີ​ການ​ຈັດ​ຕັ້ງຄະ​ນະ​ທີມ​ງານ​ເຝົ້າ​ລະ​ວັງກຳ​ຊັບ​ໃຫ້​ພາກ​ສ່ວນ ​ປະ​ຈຳ​ຢູ່​ດ່ານ​ເນາະເຂັ້ມ ​ງວດພາຍ​ໃນ​ແຕ່​ລະເມືອງກະ​ບໍ່​ໃຫ້​ມີ​ການ​ເຄື່ອນ​ຍ້າຍນຳ​ໃຊ້​ບໍ​ຣິ​ເວນ​ ເມືອງ​ໃຜເມືອງ​ມັນມີ​ຟາມ​ຢູ່​ພາຍ​ໃນມີ​ການ​ລ້ຽງ​ແບບ​ຄອບ​ຄົວ​ຢູ່​ພາຍ​ໃນ."

ບັນ​ດາ​ຮ້ານ​ອາ​ຫານ​ຢູ່​ແຂວງ​ຫຼວງ​ນ້ຳ​ທາ ກໍ​ຮູ້​ເລື່ອງ​ໄວ​ຣັ​ສສາຍ​ພັນ​ໃໝ່ ແລະກໍ​ເພີ່ມ​ຄວາມ​ລະ​ມັດ​ລະ​ວັງ ເຈົ້າ​ຂອງ​ຮ້ານ​ອາ​ຫານໄດ້​ກ່າ​ວ​ວ່າ:

ເຂົາ​ເຈົ້າ​ຍັງ​ເຮັດ​ຢູ່​ປົກ​ກະ​ຕິ​ຢູ່​ເດ້​ຟາມ ທີ່​ເຂົາ​ເຈົ້າ​ລ່ຽງ​ຢູ່​ຫລວງ​ນ້ຳ​ທາ ເຂົາ​ເຈົ້າ​ເອົາ​ມາ​ລ້ຽງ​ເປັນ​ໝູ​ພັນ ຊອດ ເອົາ​ມາ​ແຕ່​ຈີນ ກໍ​ໄດ້​ຍິນ​ເພິ່ນ​ເວົ້າ​ຢູ່ ກໍ​ລະ​ວັງ​ເອົາ ບໍ່​ກິນ​ດິບ ມີ​ແຕ່​ກິນ​ສຸກ ມີ​ແຕ່​ເຮົາ​ໄປ​ຊີ້​ເອົາ​ຢູ່​ຕະ​ຫລາດ​ທີ່​ເຂົາ​ເຈົ້າ ກວດ​ກາ​ແລ້ວ​ຫັ້ນ​ເດ້ ອະ​ນຸ​ຍດ​ແລ້ວ​ເຮົາ​ຈັ່ງ​ຊື້.

ນອກ​ຈາກນີ້ ເຈົ້າ​ຂອງ​ຮ້ານ​ອາ​ຫານ​ ຢູ່​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ກ່າ​ວ​ວ່າ:

"ມັນ​ມີ​ບາງ​ພາກ​ສ່ວນ​ເຂົາ​ເຈົ້າ​ຢູ່ນອກ​ເດ້ ຂ້ອຍ​ກະ​ບໍ່​ໄດ້​ຊື້ ຊື້​ແຕ່​ຢູ່​ນຳ​ຕລາດ ເຂົາ​ເຈົ້າ​ມີ​ຟາມ​ຢູ່ ແຂວງ​ຫຼວງ​ນ້ຳ​ທາ​ ຊ້ວງ​ໃດ​ມີ​ພ​ຍາດ ເຂົາ​ເຈົ້າ​ຈະ ​ບໍ່​ໃຫ້​ກິນເນາະ ແຈ້ງ​ການ​ມາ​ເຮົາ​ກໍ​ຈະ​ໄດ້​ລະ​ມັດ​ລະ​ວັງ ເພາະ​ຢູ່​ພາຍ​ໃນ​ແຂວງ​ ເຮົາ​ກະ​ບໍ່​ໄດ້​ມີ ຫຍັງ​ແດ່ ມັນ​ກະ​ປົກ​ກະ​ຕິດີ."

ຄົນ​ລ້ຽງ​ໝູ​ຢູ່​ແຂວງ​ອຸ​ດົມ​ໄຊ ​ກ່າວ​ວ່າ ກໍ​ມີ​ການກວດ​ກາ​ໝູ​ຢູ່​ຟາມ​ ຂອງ​ຕົນ​ເອງ ແລະ ບໍ່​ໄດ້​ນຳ​ໝູ​ມາ​ຈາກ​ ຕ່າງ​ປະ​ເທດ:

"ສ່ວນ​ຫຼາຍ​ກະ​ຕິດ​ຕາມ​ໃນ​ເຟ​ສ​ບຸກ​ຫັ້​ນ​ແຫຼະ ບໍ່ ບໍ່ ບໍ່​ມີ​ຫຍັງ ກະ​ປົກ​ກະ​ຕິ​ດີ ທຸກ​ຢ່າງໝູນີ້ ໃນ​ຟາມ​ບ້ານ ​ຂ້ອຍ​ເອງ ບໍ່​ໄດ້​ນຳ​ເຂົ້າ​ ມາ​ຈາກ​ຕ່າງ​ປະ​ເທດກວດ​ທຸກມື້ ກວດ​ທຸກ​ໂຕ."

ໃນ​ປີ 2019 ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ໄດ້​ກວດ​ພົບ​ພ​ຍາດອະ​ຫິ​ວາ​ໝູ ອ​າ​ຟ​ຣິ​ກາ ລະ​ບາດ​ຢູ່ 16 ແຂວງໃນ​ລາວ, ເຮັດ​ໃຫ້​ໝູ​ຕາຍ 12 ພັນໂຕ ແລະຕິດ​ເຊື້ອ 3 ພັນ​ໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.