ຊາວລາວຈົ່ມວ່າໂຮງໝໍ ບໍຣິການ ບໍ່ດີ

ອະວາຣີ
2020.07.15
ໂຮງໝໍມະໂຫສົດ ທີ່ນະຄອນຫຼວງວຽງຈັນ
RFA

ປະຊາຊົນລາວ ຈົ່ມວ່າໂຮງໝໍບໍ່ສະອາດ ຕົວຢ່າງໂຮງໝໍມະໂຫສົດ ທີ່ ນະຄອນຫຼວງວຽງຈັນ ມີພໍ່ຄ້າແມ່ຄ້າຂາຍເຄື່ອງເຕັມ ພະນັກງານ ກໍແຕ່ງກິນເອງ ໃນໂຮງໝໍ ແລະ ຫ້ອງນ້ຳກໍມີກິ່ນ ເໝັນ, ດັ່ງຊາວນະຄອນຫຼວງວຽງຈັນ ຜູູ້ນຶ່ງໄດ້ເລົ່າສູ່ນັກຂ່າວວິທຍຸເອເຊັຍເສຣີ ຟັງ ໃນວັນທີ່ 10 ກໍຣະກະດາ 2020 ນີ້ວ່າ:

“ເພາະວ່າ ນຶ່ງມາ; ກໍຫ້ອງນ້ຳເນາະ ບໍ່ຢາກສະອາດປານໃດ; ສອງມາ; ເວົ້າເຣື່ອງອັນນ່າ ມັກໄປຊຸມແຊວ ແລ້ວຣົບກວນທ່ານໝໍຫັ່ນ; ເຫັນ ທ່ານໝໍ ເອົາຜັກມາໃຈ້ຢູ່ຫ້ອງບໍຣິຫານ ຈັ່ງຊິນະ ກໍບໍ່ເຂົ້າໃຈ ມັນເປັນແບບນັ້ນ ຢາກໃຫ້ເພິ່ນປັບປຸງ.”

ຊາວນະຄອນຫຼວງວຽງຈັນ ອີກຜູ້ນຶ່ງ ກໍຈົ່ມວ່າ ເຈົ້າໜ້າທີ່ ພະນັກງານ ແພດແລະໝໍ ແລະ ພຍາບານ ໃນໂຮງໝໍບາງແຫ່ງ ໃຫ້ການບໍຣິການ ຕ້ອນຮັບ ແລະເວົ້າຈາແບບບໍ່ດີປານໃດກັບ ຄົນເຈັບ ແລະຍາດຕິພີ່ນ້ອງຂອງພວກເຂົາເຈົ້າ. ຊາວນະຄອນຫລວງຜູ້ນີ້ກ່າວຕື່ມວ່າ:

“ຫ້ອງນ້ຳກໍບໍສະອາດ ເພາະວ່າ ມັນເໝັນມີກິ່ນມີຫຍັງ ຫັ່ນເນາະ; ອັນດັບສອງ ຄວາມສະດວກຂອງຄົນເຈັບ ຍາດພີ່ນນ້ອງບໍ່ເຂົ້າໄປຢາມມະ ຫຍັງຫັ່ນເດ່ ບາງທີ່ກໍຢາກໃຫ້ເວົ້າມ່ວນ ເວົ້າດີໆນຳເຂົາເຈົ້າແດ່ ບາງທີ່ໄປຈາກບ້ານນອກ ມະຫຍັງເຂົາກໍບໍ່ຮູ້ ບາງຄົນກໍເວົ້າບໍ່ມ່ວນ ເຂົ້າມະ ຫຍັງນຳກໍດີ.”

ຢູ່ແຂວງອຸຸດົມໄຊ ປະຊາຊົນກໍຈົ່ມວ່າ ສຸຂສາລາປະຈຳບ້ານບໍ່ສະອາດ ເຊັ່ນກັນ ບໍ່ສະອາດ ແຫຼະ:

“ສຸຂສາລາບ້ານນອກບ້ານນານີ່ ມັນມີຫ້ອງດຽວ ຄືຄົນໄປ ຫາໝໍ ຮ່ວມກັນຄືວ່າແຫຼະ ບໍ່ຢາກເຂົ້າແຫຼະ.”

ກ່ຽວກັບບັນຫາທັງໝົດນີ້ ເຈົ້າໜ້າທີ່ໂຮງໝໍໃຫຍ່ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ອະທິບາຍວ່າ:

“ກໍສາເຫດຍ້ອນເພິ່ນປ່ອຍໃຫ້ເຂົາເຂົ້າມາຂາຍ ຢູ່ເຕັມໜ້າບ້ານ ຫັ່ນແຫຼະ ໃຫ້ເທສບານຫັ່ນມາເບິ່ງນຳກັນ. ເຣື່ອງມາຂາຍມັນຊິກ່ຽວຂ້ອງຫຍັງ ກັບການປິ່ນປົວ; ຄົນຖ້າ ບໍໃຫ້ພະນັກງານ ເຂົາຄົວກິນ ເງິນເດືອນເຂົາຊິພໍກິນບໍ ມີບ່ອນຄົວກິນ ເຂົາກໍຄົວກິນແດ່ ບໍແມ່ນເຂົາໄປຄົວກິນ ໄປກ່ຽວຂ້ອງກັບຄົນເຈັນຫັ່ນ.”

ນອກຈາກນີ້ເຈົ້າໜ້າທີ່ໂຮງໝໍທ່ານນີ້ ຍັງອະທິບາຍຕື່ມວ່າຄົນເຈັບ ແລະຍາດຕິພີ່ນ້ອງ ຂອງຄົນເຈັບ ກໍຄວນເປັນເຈົ້າການຊ່ວຍຮັກສາຄວາມ ສະອາດພາຍໃນໂຮງໝໍ ນັ້ນນຳ ໂດຍສະເພາະຄວາມສະອາດ ຂອງຫ້ອງນ້ຳ ເພາະຖ້າອາໃສແຕ່ ແມ່ບ້ານ ເວລາເຮັດວຽກຂອງແມ່ບ້ານກໍ ຈຳກັດ. ຕໍ່ບັນຫາພະນັກງານ ເວົ້າບໍ່ມ່ວນຕ້ອງຮັບບໍ່ດີ ກໍຂໍໃຫ້ປະຊາຊົນ ຖ່າຍວິດີໂອຄລິບ ພະນັກງານທີ່ໃຫ້ການບໍຣິການບໍດີນັ້ນ ແລ້ວສົ່ງ ໃຫ້ຄະນະບໍຣິຫານ ໂຮງໝໍ ຊຶ່ງຈະສຶກສາອົບຮົມ ພະນັກງານ.ສ່ວນບັນຫາສຸກສາລາ ບໍ່ສະອາດນັ້ນ ເຈົ້າໜ້າທີ່ຜແນກສາທາຣະນະສຸກແຂວງ ແຫ່ງນຶ່ງໃນ ພາກເໜືອຂອງລາວ ຊີ້ແຈງວ່າ:

“ງົບປະມານທີ່ວ່າມາສ້ອມແປງມາກໍ່ສ້າງສ້ອມແປງ ມະຫຍັງກໍບໍ່ມີ ບໍມີ ມັນກໍອາໃສແຕ່ ອັນເກົ່າແກ່ມາ ແຕ່ດົນພຸ້ນຫັ່ນນ່າ ເວົ້າເຣື່ອງຄວາມ ສະອາດຫລືວ່າ ເວົ້າເຣື່ອງ ການເປເພ ມະຫຍັງ ເນາະ ມັນກໍຊິມີຫັ່ນນາ ບໍມີດະ ບໍມີແມ່ບ້ານ ມີແຕ່ແພດໝໍ ເຮົາເຮັດເອງ ເຮົາກໍປັດກວາດ ຢູ່ອາທິດນຶ່ງ ເຮົາກໍອອກແຮງງານຮ່ວມ; ສເນີ ກໍສເນີແລ້ວ ຊອກແຫລ່ງທຶນ ກໍຍາກ ຍາກຫັ່ນນະ ດຽວນີ້ນະ ກໍໃຫ້ທາງຂັ້ນເທິ່ງ ເພິ່ນຊ່ວຍ.”

ປະຊາຊົນລາວຫລາຍຄົນ ມັກວິພາກວິຈານ ການໃຫ້ການບໍຣິການ ຂອງໂຮງໝໍທາງສື່ສັງຄົມອອນລາຍ ແລະກໍຮຽກຮ້ອງໃຫ້ພາກສ່ວນທີ່ ກ່ຽວຂ້ອງ ປັບປຸງໃຫ້ດີຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.