ຜັກ, ໝາກໄມ້ ປົົນເປື້ອນ ສານເຄມີ

ໄມຊູລີ
2018.07.05
F-VEGETABLES ຜັກ ແລະ ໝາກໄມ້ ທີ່ວາງຂາຍຕາມທ້ອງຕລາດ ອາດມີສານເຄມີ ປົນເປື້ອນ.
RFA

ຕລາດ 2 ແຫ່ງ ໃນເຂດເທສບານ ເມືອງໄກສອນ ພົມວິຫານ ແຂວງ ສວັນນະເຂດ ກວດພົບຜັກສົດ ແລະ ໝາກໄມ້ ປົນເປື້ອນສານເຄມີ ທີ່ເປັນອັນຕລາຍ ຕໍ່ຜູ້ບໍຣິໂພຄ ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ່ 4 ກໍຣະກະດານີ້ ວ່າ:

“ກວດນີ້ 2 ຕລາດ ໃນເທສບານນີ້ ກໍຫລາຍຣາຍການຢູ່ ແຕ່ວ່າຍັງ ບໍ່ໄດ້ຮັບຣາຍງານ ເປັນທາງການ ແມ່ນແຫລະ ມີແຕ່ຜັກ ກັບພວກໝາກໄມ້ ເພາະວ່າ ເຮົາກໍຂໍນໍາທາງ ຂແນງການອາຫານ ແລະ ຢາ ພວກເພີ່ນເອົາໄປ ເຮົາກໍຖ້າ ການຣາຍງານຢູ່.”

ທ່ານ ກ່າວຕື່ມວ່າ ເມື່ອເດືອນຜ່ານມາ ຫ້ອງການອາຫານ ແລະ ຢາ ແລະ ຫອ້ງການການຄ້າພາຍໃນ ໄດ້ລົງກວດກາເບິ່ງ ຈໍາພວກຜັກສົດ ແລະ ໝາກໄມ້ ທີ່ຂາຍໃນຕລາດ ສວັນໄຊ ແລະ ຕລາດ ສມັກຄີໄຊ ພົບວ່າ ຜັກບາງຊນິດ ມີສານເຄມີ ປົນເປື້ອນ ເປັນຕົ້ນ: ຜັກກາດຂາວ, ຜັກກະຫລໍ່າປີ, ໝາກຖົ່ວຍາວ ແລະ ໝາກເຂືອສົ້ມ. ສ່ວນວ່າ ຈະເປັນສານເຄມີ ຊນິດໃດນັ້ນ ຂະນະນີ້ ທາງຫ້ອງການອາຫານ ແລະ ຢາ ແຂວງສວັນນະເຂດ ກໍາລັງກວດສອບຢູ່.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຜແນກອຸດສະຫະກັມ ແລະ ການຄ້າ ແຂວງສວັນນະເຂດ ເຕືອນວ່າ  ໃຫ້ທຸກພາກສ່ວນເອົາໃຈໃສ່ ໂດຍສະເພາະ ຜູ້ປະກອບການ ບໍ່ໃຫ້ເອົາປຽບຜູ້ບໍຣິໂພກເກີນໄປ ໂດຍນໍາເອົາຜັກ ແລະ ໝາກໄມ້ທີ່ ປົນເປືອນສານເຄມີນັ້ນ ມາຂາຍ ເພາະວ່າຖ້າ ເປັນສານເຄມີ ທີ່ຮ້າຍແຮງ ອາດເຮັດໃຫ້ຜູ້ບໍຣິໂພກເສັຍຊີວິດ ກໍເປັນໄດ້, ສະນັ້ນຈິ່ງຫ້າມເດັດຂາດ ບໍ່ໃຫ້ນໍາຜັກ ແລະ ໝາກໄມ້ ທີ່ປົນເປື້ອນສານເຄມີ ນັ້ນ ມາຂາຍ ແລະຖ້າຫາກຍັງມີ ຜູ້ໃດຣະເມີດ ກໍຈະມີການ ດໍາເນີນຄະດີ ຕາມກົດໝາຍ:

“ມີແຕ່ເພີ່ນແນະ ບອກທຸກພາກສ່ວນເນາະ ໃຫ້ເອົາໃຈໃສ່ເປັນພິເສດນໍາກັນ ຖ້າຫາກພົບເຫັນວ່າ ຜູ້ປະກອບການ ເຮົາຈະໄດ້ມີການຕັກເຕືອນ ຫຼື ເຮັດບົດບັນທຶກ ຕັກເຕືອນ ແມ່ນຫຍັງຕ່າງໆ ເນາະ ຖ້າຮ້າຍແຮງ ໄປກ່ວາຫັ້ນ ກໍຈະມີການປັບໃໝ ໃສ່ໂທດ ຕາມຣະບຽບກົດໝາຍ ຫັ້ນແຫລະ.”

ທ່ານວ່າ ສໍາລັບຜູ້ບໍຣິໂພກ ຖ້າຈະຊື້ຜັກແລະໝາກໄມ້ ກໍຄວນເລືອກຊື້ ຕາມຮ້ານທີ່ ສະອາດປອດພັຍ ແລະ ເມື່ອຊື້ໄປແລ້ວ ກ່ອນຈະກິນ ກໍຄວນລ້າງໃຫ້ສະອາດ ຫຼືບໍ່ ກໍແຊ່ນໍ້າເກືອ ປະໄວ້ປະມານ 5-10 ນາທີ ເພື່ອປ້ອງກັນ ບໍ່ໃຫ້ມີສານເຄມີ ຕົກຄ້າງ ຢູ່ໃນຜັກ ແລະ ໝາກໄມ້.

ທີ່ຜ່ານມາ ແຂວງສວັນະເຂດ, ຈໍາປາສັກ ແລະແຂວງຄໍາມ່ວນ ເປັນແຂວງ ທີ່ປູກຜັກ ແລະໝາກໄມ້ສົ່ງຂາຍທັງພາຍໃນ ແລະນອກປະເທດ ໂດຍນໍາໃຊ້ ຢາຂ້າແມງໄມ້ ປະເພດ Carbaryl, Carbofuran ແລະ Methomyl ຊື່ງເປັນຢາ ທີ່ເປັນອັນຕລາຍ ແລະຮ້າຍແຮງ ຕໍ່ສຸຂພາບ ຂອງຜູ້ບໍຣິໂພກ. ແຕ່ປັດຈຸບັນ ທາງການລາວ ໄດ້ສັ່ງຫ້າມ ນໍາເຂົ້າຢາຂ້າແມງໄມ້ 3 ຊະນິດທີ່ວ່ານີ້ ເຂົ້າມາໃຊ້ຢູ່ ສປປລາວ ແຕ່ກໍຍັງມີ ຜູ້ປະກອບການບາງຣາຍ ລັກລອບນໍາເຂົ້າ ຢາຊະນິດ ດັ່ງກ່າວ ມາໃຊ້ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.