ຄົນງານລາວກັບຈາກ ໄທ ບໍ່ຢາກ ຖືກກັກໂຕ 14 ມື້

ອຸ່ນແກ້ວ ສຸກສະຫວັນ
2020.03.27
F-Covid-workers ຊາວລາວພວມ ລໍຖ້າຂຶ້ນຣົດເມ ເດີນທາງກັບ ພູມລຳເນົາ ທີ່ຄິວຣົດໂດຍສານສາຍໃຕ້ ນະຄອນຫຼວງວຽງຈັນ. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
RFA/TS

ເຈົ້າໜ້າທີ່ຍັງພົບຄວາມຫຍຸ້ງຍາກ ກັບຄົນງານລາວຈຳນວນນຶ່ງ ທີ່ກັບຈາກໄທ ຢູ່ສະຖານທີ່ກັກຕົວເອງ ຊົ່ວຄາວ ຢູ່ເມືອງໂພນໂຮງ ແຂວງ ວຽງຈັນ ບໍ່ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ໃນການກັກຕົວເອງ ເປັນເວລາ 14 ວັນ.

ຕໍ່ກໍຣະນີດັ່ງກ່າວ, ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງວຽງຈັນ ອອກມາຊີ້ແຈງ ວ່າ ແຮງງານລາວຈຳນວນນຶ່ງ ກັບມາແຕ່ປະເທດໄທ ຕ້ອງ ປະຕິບັດຕາມມາຕການ ທີ່ເຈົ້າໜ້າທີ່ວາງອອກ ຖ້າບໍ່ດັ່ງນັ້ນກໍຈະຖືກ ດຳເນີນຄະດີຕາມກົດໝາຍ. ທ່ານ ອິນປອນ ມະນີແສງ ຫົວໜ້າຜແນກ ສາທາຣະນະສຸຂ ແຂວງວຽງຈັນ ໄດ້ອອກມາຊີ້ແຈ້ງ ໃນວັນທີ 27 ມີນາ ວ່າ:

"ຖືວ່າມີບັນດາແຮງງານ ທີ່ເຮົາໄດ້ເອົາເຂົ້າຢູ່ ສະຖານທີ່ພັກພິງ ຫັ້ນບໍ່ເຂົ້າໃຈເຈົ້າໜ້າທີ່ ພວກເຮົາຫັ້ນ ກໍອະທິບາຍການຢູ່ການພັກເຊົາ ຕ່າງໆ ແຕ່ຍັງຕໍ່ຮອງຕໍ່ເວົ້າວ່າ ໃຊ້ລະບຽບແນວນັ້ນແນວນີ້ ແຕ່ອັນທີ່ຈິງ ແລ້ວອັນນີ້ແມ່ນມາຕການ ໃນການຄວບຄຸມ ພຍາດຕິດຕໍ່ ຖ້າຜູ້ໃດຂັດຂືນ ຈະມີການຕຳເນີນຄະດີ ຕາມກົດໝາຍ."

ສ່ວນປະຊາຊົນທ່ານນຶ່ງ ກ່າວວ່າ ເຫັນຕາມຄລິບວີດີໂອ ທີ່ຄົນລາວກັບມາຈາກປະເທດໄທ ຢູ່ເມືອງໂພນໂຮງ ທີ່ບໍ່ຢາກປະຕິບັດຕາມລະບຽບ ການປ້ອງກັນພຍາດ ໂຄວິດ19 ໃນການກັກຕົວເອງ 14 ວັນນັ້ນ ເປັນເລື້ອງທີ່ບໍ່ຖືກຕ້ອງ ເພາະເຈົ້າໜ້າທີ່ຕ້ອງປະຕິບັດຕາມລະບຽບການ:

"ມັນບໍ່ຖືກຕ້ອງໃນການຝ່າຝືນ ເດັກວັຍລຸ້ນ ພວກນີ້ນ່າ ເຂົ້າຢູ່ສູນກະຍັງ ບໍ່ຢາກໄປ ຢ້ານຄືກັນຫັ້ນແຫລະ ມັນເວົ້າເລື້ອງພຍາດ."

ເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ຢູ່ລາວ ທ່ານນຶ່ງກ່າວວ່າ ຍັງກັງວົນ ເລື້ອງຄົນລາວທີ່ກັບມາຈາກປະເທດໄທ ບໍ່ປະຕິບັດຕາມ ການປ້ອງກັນ ພຍາດໂຄວິດ-19 ດ້ວຍການກັກຕົວເອງ ເປັນເວລາ 14 ວັນ, ແຕ່ຫລັງຈາກທີ່ໄດ້ຮັບຂໍ້ມູນຈາກ ເຈົ້າໜ້າທີ່ ແລ້ວເຂົາເຈົ້າ ສ່ວນຫລາຍ ກໍໃຫ້ຄວາມຮ່ວມມື, ເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ:

"ໂຕນີ້ ເພິ່ນກະກັງວົນຢູ່ ເລື້ອງກັກບໍລິເວນຄົນນີ້ ກະຫລາຍບ່ອນສ່ວນໃຫຍ່ ກະປະຕິບັດຕາມຫັ້ນແຫລະ ອັນນຶ່ງກະດື້ດ້ານ ບໍ່ຄ່ອຍປະຕິບັດ ນຳແຕ່ກໍກະຊຸກຍູ້ ແນະນຳ ຄວາມສ່ຽງມັນເປັນແບບໃດ ໃນກໍຣະນີ ເຈົ້າໄປຢູ່ເຮືອນຢູ່ຊານ ເຮັດໃຫ້ໂອກາດຕິດຍາດພີ່ນ້ອງ ຢາກສະບາຍຄື ບ່ອນທີ່ເຄີຍຢູ່ ກໍເປັນໄປບໍ່ໄດ້."

ຢູ່ດ່ານຂົວມິຕພາບແຫ່ງທີ 2 ມຸກດາຫານ-ສວັນນະເຂດ ມີຄົນງານລາວ ປະມານ 2,000 ຄົນ ຕໍ່ມື້ ກັບມາຈາກປະເທດໄທ ນັບແຕ່ວັນທີ 23 ມີນາ ຊຶ່ງເຈົ້າໜ້າທີ່ ກໍມີຄວາມກັງວົນວ່າ ເຂົາເຈົ້າຈະບໍ່ປະຕິບັດຕາມ ຄຳເນະນຳຂອງເຈົ້າໜ້າທີ່ ຍ້ອນວ່າ ມີຄົນຈຳນວນຫຼາຍ, ແຕ່ຫຼັງຈາກ ໄດ້ຮັບຂໍ້ມູນ ຈາກເຈົ້າໜ້າທີ່ ເຂົາເຈົ້າກໍໃຫ້ຄວາມຮ່ວມມືດີ. ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງສວັນນະເຂດ ໄດ້ກ່າວວ່າ:

"ພວກເຮົາກະຕິດຕາມຢ່າງໜັກ ເພາະຄົນງານເຂົ້າມາ ສວັນນະເຂດ ມື້ວານນີ້ອີກ ເກືອບ 2,000 ມື້ນີ້ອີກກຳລັງ ເຂົ້າມາອີກ ແຕ່ກໍໄດ້ເອົາ ໃຈໃສ່ ນການໂຄສະນາ ໃຫ້ຄວາມສຳຄັນການເຝົ້າລະວັງ ແຕ່ການຈັດຕັ້ງ ປະຕິບັດ ມັນຈະໄດ້ຮັບຜົນສ່ຳໃດ ຄວາມຮັບຮູ້ທີ່ມາຈາກໄທ ຈະໃຫ້ຄວາມຮ່ວມມືສໍ່ໃດ ອັນນີ້ ຄືບັນຫາ."

ສ່ວນຢູ່ແຂວງຈຳປາສັກ ກໍໄດ້ຮັບຄວາມຮ່ວມມື ຈາກຄົນງານລາວ ທີ່ກັບມາຈາກໄທ ເປັນຢ່າງດີ ແຕ່ພົບຄວາມຫຍຸ້ງຍາກ ໃນການກວດກາ ພຍາດ ໂຄວິດ-19 ເພາະວ່າມີຄົນຈຳນວນຫຼາຍ ແລະ ແຂວງຈຳປາສັກ ບໍ່ໄດ້ມີພື້ນທີ່ຫລາຍ ໃນການກັກກັນຄົນລາວ, ຊຶ່ງເຈົ້າໜ້າທີ່ຈະກັກ ແຕ່ສະເພາະ ບຸກຄົນທີ່ມີຄວາມສ່ຽງເທົ່ານັ້ນ, ດັ່ງ ເຈົ້າໜ້າທີ່ແຂວງຈຳປາສັກ ກ່າວວ່າ:

"ແບບວ່າ ມັນມາຈຳນວນຫຼາຍ ກະຍັງຫຍຸ້ງຍາກໃນການເຊັກອຸນນະພູມ ລົງທະບຽນມັນກະຍາກຢູ່ ບັດນີ້ນະໂຍບາຍຄັ້ງທຳອິດ ເຮົາຈະກັກ ໂຕໝົດ ແຕ່ວ່າ ພວກເຮົາເຮັດ ໄດ້ຍາກ ໂຕນີ້ ຍອມຮັບວ່າ ພວກເຮົາ ບໍ່ມີງົບ ຈະໃຊ້ໃນການດູແລ ເຂົາເຈົ້າ ກໍລະນີເຂົາຍັງແຂວງແຮງຢູ່ ພວກເຮົາມີໜ່ວຍງານ ໃຫ້ຄວາມຮູ້ກ່ອນ ກັກກັນໂຕ ເອງຢູ່ບ້ານ."

ຢ່າງໃດກໍຕາມ ກໍຍັງມີຄົນລາວກັບມາຈາກໄທ ບໍ່ຢາກກັກໂຕເອງ 14 ວັນ ຍ້ອນວ່າ ຢາກກັບບ້ານ, ແຕ່ທຸກຄົນກໍໃຫ້ ຄວາມຮ່ວມມືແກ່ ເຈົ້າໜ້າທີ່ເປັນຢ່າງດີ ເພື່ອປ້ອງກັນພຍາດໂຄວິດ-19 ທີ່ກຳລັງລະບາດຢູ່ ໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.