ຂີ້ເຫຍື້ອຈາກຕລາດ ມ.ບາຈຽງ

ສຸພັດຕາ
2019.05.10
f-trash ຂີ້ເຫຍື້ອທີ່ຖືກນໍາໄປຖິ້ມ ແບບຊະຊາຍ ຂາດຄວາມຮັບຜິດຊອບ ຂອງຜູ້ກະທໍາ ຈົນສ້າງບັນຫາ ໃຫ້ກັບສ່ວນລວມ ແລະຕົນເອງ ໃນມື້ໜ້າ
ຮູບພາບຈາກ : ນັກຂ່າວພົລເມືອງ

ພໍ່ຄ້າ-ແມ່ຄ້າ ຢູ່ຕລາດຫຼັກ 14 ເມືອງບາຈຽງ ແຂວງຈໍາປາສັກ ພາກັນນໍາຂີ້ເຫຍື້ອ ໄປຖິ້ມຢູ່ຫຼັງຕລາດ ຍ້ອນຕລາດບໍ່ມີສນາມຂີ້ເຫຍື້ອໃຫ້ຖິ້ມ ເຮັດໃຫ້ສົ່ງກິ່ນເໝັນ ລົບກວນປະຊາຊົນ ທີ່ຢູ່ໃກ້ຄຽງ ໂດຍສະເພາະໃນຍາມຝົນ ເສດຂີ້ເຫຍື້ອຈະໄຫລໄປຫາເຮືອນຊານຂອງປະຊາຊົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຊັພຍາກອນ ແລະ ສິ່ງແວດລ້ອມ ເມືອງບາຈຽງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ພຶສພານີ້:

“ປະຊາຊົນກໍຈົ່ມຫັ້ນແຫຼະ ກໍຈົ່ມນັ້ນແລ້ວ ບັດນີ້ຍາມຝົນຕົກເດີ້ ມັນຢູ່ບໍ່ໄດ້ ນໍ້າມັນຈະອັ່ງ ຂີ້ເຫຍື້ອມັນຈະໄຫລ ກະເທີງນໍ້າ ເທິງຂີ້ເຫຍື້ອ ໄຫຼໃສ່ບ້ານເຮືອນເຂົາ ເພາະວ່າບ້ານເຂົາຢູ່ລຸ່ມ ເພິ່ນກໍຢູ່ເທິງ ແລະບັດນີ້ ມັນກໍມີກິ່ນຫັ້ນລະ ເຮົາບໍ່ເອົາເຂັ້ງ ເອົາຫຍັງໃຫ້ເຂົາຖິ້ມຂີ້ເຫຍື້ອ ໃສ່ນັ້ນ ມັນກໍບໍ່ແມ່ນປະຊາຊົນເດ້ ມັນສິແມ່ນຂອງຕລາດນັ້ນແຫຼະ ແບບເອົາໄປຖິ້ມຖອກໃສ່ຫລັງຕລາດ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຜູ້ສັມປະທານຕລາດ ຫລັກ 14 ຍັງບໍ່ໄດ້ເຮັດສນາມຖິ້ມຂີ້ເຫຍື້ອ ຢ່າງເປັນລະບຽບເທື່ອ ມີແຕ່ນໍາຂີ້ເຫຍື້ອໄປ ຖິ້ມຢູ່ດ້ານຫລັງຕລາດ ແລະ ເຜົາກາງແຈ້ງ, ຊຶ່ງກໍໃຫ້ເກີດມີຄວັນ ແລະມົລພິດ ລົບກວນປະຊາຊົນ. ທີ່ຜ່ານມາ ກໍມີເຈົ້າໜ້າທີ່ ລົງໄປ ໃຫ້ຄໍາແນະນໍາ ແລະ ຕັກເຕືອນຜູ້ສັມປະທານຕລາດ ໃຫ້ສ້າງສນາມຖິ້ມຂີ້ເຫຍື້ອໃຫ້ເປັນຫຼັັກເປັນແຫຼ່ງ:

“ຜູ້ຮັບເໝົາຕລາດນັ້ນນາ ທັມມະດາ ເພິ່ນຮັບຜິດຊອບກ່ຽວກັບອະນາມັຍ ທາງຣັຖເຮົາກໍລົງໄປ 2-3 ເທື່ອ ໄປສ້າງບັນທຶກ ເຮົາກໍຍັງບໍ່ໄດ້ ເຮັດເທື່ອຫັ້ນນະ ກໍຍັງຈະເວົ້າກັນອີກຕື່ມ ກ່ຽວກັບໂຕ ທໍາຄວາມສະອາດຂີ້ເຫຍືຶ້ອນັ້ນເຮົາມີດິນ 2 ເຮັກຕ່າຣ໌ເນາະ ແຕ່ວ່າ ເຂົາຍັງບໍ່ມີທຶນ ດຽວນີ້ນະ ຕອນເຮົາໄປແກ້ ເຮົາກໍເອົາຣົຖໄຖໄປຖົມ ດົນໆໄປກໍຄືເກົ່າອີກ.”

ຢ່າງໃດກໍຕາມ ທີ່ຜ່ານມາ ຄນະກັມມະການ ເມືອງ ບາຈຽງ ແຂວງ ຈໍາປາສັກ ກໍເຄີຍໄປກວດກາ ແລະ ເຮັດບົດບັນທຶກໄວ້ແລ້ວ ແລະ ຈະປະສານ ກັບເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ເປັນເຈົ້າຂອງ ຕລາດ ອີກເທື່ອນຶ່ງ ເພື່ອແກ້ໄຂບັນຫາດ່ັງກ່າວ, ເພາະຕາມຣະບຽບການແລ້ວ ຜູ້ສັມປະທານຕລາດ ຕ້ອງເປັນຜູ້ຮັບຜິດຊອບທຸກຢ່າງ ໂດຍສະເພາະ ເຣື່ອງຄວາມສະອາດ ການຖິ້ມຂີ້ເຫຍື້ອ ໃຫ້ຖືກບ່ອນ ເພາະນອກຈາກ ຂີ້ເຫຍື້ອ ຈະສົ່ງກິ່ນເໝັນແລ້ວ ຍັງເປັນແຫຼ່ງເພາະພັນ ຂອງແມງວັນນໍາດ້ວຍ, ຊຶ່ງແມງວັນອາດເປັນພາຫະນໍາເຊື້ອໂຣຄ ມາຕິດສູ່ຄົນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.