ຄູ່ຜົວເມັຽ ຂົນຢາເສບຕິດ ເຂົ້າລາວ ຖືກຈັບ ຢູ່ບໍ່ແກ້ວ

ໄຊຍາ
2022.08.17
ຄູ່ຜົວເມັຽ ຂົນຢາເສບຕິດ ເຂົ້າລາວ ຖືກຈັບ ຢູ່ບໍ່ແກ້ວ ຄູ່ຜົວເມັຽ ຖືກເຈົ້າໜ້າທີ່ຈັບ ໃນຂໍ້ຫາຂົນຢາເສບຕິດ ເຂົ້າ ສປປ ລາວ ຈາກປະເທດພະມ້າ.
ຮູບພາບ: ປກສ

ວັນທີ 06 ສິງຫາຜ່ານມາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ນຳວິຊາສະເພາະ ທີ່ກ່ຽວຂ້ອງລົງສົມທົບ ກັບສູນປະສານງານ 4 ປະເທດ ທີ່ປະຈຳຢູ່ດ່ານ ບ້ານມອມ ເມືອງ ຕົ້ນເຜິ້ງ ລົງຕິດຕາມເປົ້າໝາຽ ຈຳນວນ 2 ຄົນ ເປັນຄູ່ຜົວເມັຽ ສັນຊາຕລາວ ລັກລອບຂົນຢາເສພຕິດ 6,608,000 ເມັດ ຈາກປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ.

ດ່ານບ້ານມອມ ແມ່ນເປັນດ່ານ ທີ່ຊາຍແດນຈອດກັນ ກັບປະເທດພະມ້າ ແລ້ວດ່ານນີ້ມີເຈົ້າໜ້າທີ່ ທາງການຈາກ 4 ປະເທດຄື ລາວ, ໄທຍ, ພະມ້າ ແລະ ຈີນ ປະຈຳຢູ່ດ່ານ ແລະວັນທີ່ເກີດເຫຕ ແມ່ນມີແຕ່ເຈົ້າໜ້າທີ່ ທາງການຂອງຈີນ ປະຈຳຢູ່ດ່ານ.

ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ສິງຫາ ນີ້ວ່າ:

ປະສານງານຢູ່ຈຸດບ້ານມອມຫັ້ນເນາະ ສູນປະສານງານ 4 ຝ່າຍ 4 ປະເທດຫັ້ນນ່າ ເຂົາປ້ອນຂໍ້ມູນມາວ່າໃນຊ່ວງນີ້ ຈະມີກຸ່ມຄົນບໍ່ດີ ມີການລັກລອບຂົນຢາເສພຕິດເຂົ້າມາລາວ ຢູ່ແຂວງບໍ່ແກ້ວ. ຫຼັງຈາກນັ້ນມາກອງບັນຊາການ ວິຊາສະເພາະໄດ້ຊີ້ນຳລົງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມ ແລະກວດກາຫຼັກໆ ມີຈີນກັບລາວ ແລ້ວພະມ້າ ກັບໄທຍ ກໍບໍ່ສູ້ໄດ້ອອກມາດອກ.

ທ່ານກ່າວຕື່ມວ່າ ໃນວັນດັ່ງກ່າວນັ້ນແມ່ນເຈົ້າໜ້າທີ່ຕຳຣວດ ໄດ້ລົງໄປບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແລະ ສາມາດກັກໂຕເປົ້າໝາຽໄດ້ 2 ຄົນ ຄູ່ຜົວເມັຽ ພ້ອມທັງກວດຄົ້ນເຮືອນ ແລ້ວສາມາດຢຶດເຄື່ອງຂອງການຢາເສພຕິດ ປະເພດຢາບ້າໄດ້ 6,608,000 ເມັດ, ຢາໄອສ 1 ກິໂລ, ຣົຖໃຫຍ່ 3 ຄັນ, ຣົຖຈິບປາເຈໂຣ 1 ຄັນ, ຣົຖກະບະຣີໂວ 1 ຄັນ, ຣົຖກະບະບິດ 1 ຄັນ, ເງິນກີບ 80,000,000 ກີບ, ເງິນບາທ 4,190,000 ບາທ ແລະ ເງິນຢວນ 10,000 ຢວນ.

ປັດຈຸບັນຄູ່ ຜົວເມັຽຊຶ່ງເປັນຜູ້ຕ້ອງຫາ ໃນຄະດີຢາເສພຕິດນີ້ ແມ່ນຖືກຄຸມຂັງ ຢູ່ຫ້ອງຂັງ ຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກຳລັງດຳເນີນການສືບສວນ-ສອບສວນ ຫາກຸ່ມແກ້ງເຄືອຂ່າຍ ກ່ອນຈະສົ່ງອັຍຍາການ ດຳເນີນການຟ້ອງສານ ແລະລົງໂທດຕາມກົດໝາຽ.

ດັ່ງເຈົ້າໜ້າທີ່ ສູນປະສານງານ 4 ປະເທດ ປະຈຳດ່ານບ້ານມອມ ເມືອງຕົ້ນເຜິ້ງ ກ່າວໃນມື້ດຽວກັນນີ້ວ່າ:

ໂອໂຕນີ້ ທາງພວກເຮົາ ກໍບໍ່ສາມາດສຣຸບໄດ້ເທື່ອເນາະ ຍັງຢູ່ໃນການດຳເນີນການ ສືບສວນ ຂອງເຈົ້າໜ້າທີ່ ຂຍາຍຜົລຫາກຸ່ມແກ້ງ ຂອງຢາດັ່ງກ່າວຫັ້ນ ຍັງສຣຸບບໍ່ທັນໄດ້ ລະອຽດຈະແຈ້ງເທື່ອນຶ່ງເນາະ.

ທ່ານກ່າວຕື່ມວ່າ ຂອງການທັງໝົດ ແມ່ນຍຶດໄວ້ໃນການຄຸ້ມຄອງ ຂອງເຈົ້າໜ້າທີ່ຕຳຣວດ ແລະສານເພື່ອລໍຖ້າ ສານຕັດສິນ ແລ້ວຈະໄດ້ທຳລາຍ ຫຼືຍຶດເປັນຊັພສິນ ເພື່ອສາທາຣະນະປໂຍດ ຂອງຣັຖ ຫຼືປະມູນຂາຍເປັນລາຍໄດ້ ເຂົ້າຣັຖຕໍ່ໄປ.

ເຈົ້າໜ້າທີ່ຍັງ ໄດ້ມີການລົງກວດກາ ສານເສພຕິິດ ຜູ້ຕ້ອງສົງສັຍ ເສພຢາບ້າ ໂດຍສະເພາະ ນັກຮຽນຜູ້ຕ້ອງສົງສັຍວ່າ ເສພຢາບ້າທຸກສັປດາ ທຸກເດືອນ ຢ່າງຕໍ່ເນື່ອງເພື່ອປ້ອງກັນ ເຍົາວະຊົນບໍ່ມີສ່ວນພົວພັນຢາເສພຕິດ ແລະເຈົ້າໜ້າທີ່ຕຳຣວດ ລົງມາໂຄສະນາເຄື່ອນທີ່ ຢູ່ໂຮງຮຽນນຳດ້ວຍ.

ດັ່ງນາຍຄຣູ ຢູ່ໂຮງຮຽນ ມສ ຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:

ພວກເຮົາກໍມີການປ້ອງກັນ ຢູ່ໃນໂຮງຮຽນເນາະ ມີການຣາຍງານສົງສັຍແມ່ນຫຍັງ. ພວກເຮົາກໍໄດ້ເອີ້ນເຂົ້າມາໂລດ ກວດນໍ້າຢ່ຽວໂລດນ່າ ຖືວ່າປອດພັຍເນາະ ບໍ່ມີແລ້ວຢູ່ໂຮງຮຽນເຮົາ ເຂົາບໍ່ມາໃກ້ແຫຼະດຽວນີ້ນ່າ ເພາະເອົາໂຕນີ້ລົງໂຄສະນາ ລົງເຜີຍແຜ່ຕລອດເດ ວາຣະແຫ່ງຊາຕ ເຂົ້າເຜີຍແຜ່ຕລອດ ກ່ຽວກັບຢາເສພຕິດ.

ທ່ານກ່າວຕື່ມວ່າ ປັດຈຸບັນນັກຮຽນແຕ່ຊັ້ນ ມ1-ມ7 ມີຄວາມຢ້ານກົວ ຕໍ່ພັຍອັນຕຣາຍ ແລະບົດລົງໂທດຂອງຢາເສພຕິດ ຊຶ່ງເປັນຜົລສືບເນື່ອງ ມາຈາກວາຣະແຫ່ງຊາຕ ທີ່ທາງຂັ້ນເທິງ ຕ້ອງການປາບປາມຢາເສພຕິດ ຈົນເຮັດໃຫ້ໂຮງຮຽນ ມສ ຕົ້ນເຜິ້ງກາຍເປັນໂຮງຮຽນສີຂາວ ປອດຢາເສພຕິດ ຍ້ອນຕລອດສົກຮຽນ ປີ 2021-2022 ມີນັກຮຽນ ຕິດຢາເສພຕິດຜູ້ດຽວ ພ້ອມໄດ້ສົ່ງນັກຮຽນຜູ້ນັ້ນ ໃຫ້ຄອບຄົວເບິ່ງແຍງ ຈົນກ່ວາຈະເລີກຢາເສພຕິດ ເຖິງກັບມາຮຽນຕາມປົກກະຕິແລ້ວ.

ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ຊຶ່ງເປັນບ້ານທີ່ຄູ່ຜົວເມັຽ ຂົນຢາບ້າມາເກັບຢູ່ເຮືອນນັ້ນ ກໍຖືວ່າເປັນປະກົດການຫຍໍ້ທໍ້ ປະຈຳບ້ານ ເນື່ອງຈາກການເບິ່ງແຍງ ຂອງເຈົ້າໜ້າທີ່ຕຳຣວດ ພາຍໃນບ້ານບໍ່ທົ່ວເຖິງ ເຮັດໃຫ້ມີການລັກລອບ ຂົນຢາຈາກດ່ານບ້ານມອມ ມາຢູ່ບ້ານສີບຸນເຮືອງໄດ້. ຂະນະທີ່ຜ່ານມາເຈົ້າໜ້າທີ່ຕຳຣວດ ກໍໄດ້ລົງເຕືອນ ປະຊາຊົນຫຼາຍເທື່ອວ່າ ໃຫ້ຢຸດເຊົາການຮັບຈ້າງຂົນຢາບ້າ. ຊາວບ້ານ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ກ່າວໃນມື້ດຽວກັນນີ້ວ່າ:

ຫຍໍ້ທໍ້ແບບວ່າ ຈຸທີ່ເຂົາລັກລອບເອົາຂົນຢາຫັ້ນ ເຂົາຂົນເຂົ້າມາກໍຖືກເຈົ້າໜ້າທີ່ ຈັບໄດ້ແດ່ຫັ້ນ ເບິ່ງບໍ່ທົ່ວນີ້ກໍເຂົາເຈົ້າ ກໍລັກເອົາເຂົ້າມາ. ກໍດີຫັ້ນແຫຼະ ເຈົ້າໜ້າທີ່ ປກສ ເມືອງກໍເຂົ້າມາເຕືອນ ມາປະຊຸມທຸກໆ ເທື່ອຢູ່ຂັ້ນຮາກຖານ. ເຂົາກໍເວົ້າຢູ່ວ່າ ໃຫ້ຢຸດໃຫ້ເຊົາ ເພາະວ່າຖ້າເຈົ້າໜ້າທີ່ເພິ່ນ ຈັບໄດ້ໄລ່ທັນ ມັນກໍແກ້ບໍ່ໄດ້.

ໃນປີ 2021 ທີຜ່ານມາ ແຂວງບໍ່ແກ້ວຈູດທຳລາຍ ຢາເສພຕິດປະເພດ ຢາບ້າທີ່ເຈົ້າໜ້າທີ່ ຢຶດໄດ້ ແລະຜ່ານການຕັດສິນ ຂອງສານປະຊາຊົນ, ຢາບ້າ 23,150,000 ເມັດ. ຂະນະທີ່ ໃນພາກພື້ນ ເອເຊັຽຕາເວັນອອກ ແລະ ເອເຊັຽຕາເວັນອອກສຽງໃຕ້ ແມ່ນມີການຍຶດ ແລະທຳລາຍຢາເສພຕິດ ປະເພດຢາບ້າ ແລະຢາໄອສ໌ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນປີ 2020, ຕາມຂໍ້ມູນເບື້ອງຕົ້ນ ມີເຖິງ 170 ຕັນ, ໃນນັ້ນບັນດາປະເທດ ລຸ່ມແມ່ນໍ້າຂອງ ກວມເອົາ 70% ຂອງປະຣິມານ ຢາເສພຕິດ ທີ່ຢຶດໄດ້ທັງໝົດ, ອີງຕາມຂໍ້ມູນຈາກທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.