6 ໝູ່ບ້ານມີນໍ້າສະອາດໃຊ້

ມະນີຈັນ
2015.04.01
F-kids ເດັກນ້ອຍລາວ ໃນເຂດ ນອກເມືອງ
RFA/Jeff Hirschberg

ທ່ານ Darren Waters ອາຍຸ 27 ປີ ໄດ້ ເດີນທາງ ມາ ຢ້ຽມຢາມ ໂຄງການ ໃນ 6 ບ້ານ ທີ່ ທຸກຍາກ ຢູ່ ເຂດ ເມືອງຮຸນ ແຂວງ ອຸດົມໄຊ ຂອງ ລາວ ທີ່ ໄດ້ ຮັບການ ສນັບ ສນູນ ຈາກ ອົງການ ກຸສົນ ເດັກນ້ອຍ ຂອງ ອັງກິດ Plan UK. ຊຶ່ງ ເປັນ ໂຄງການ ມູລຄ່າ 163 ພັນ ໂດລາ ສະຫະຣັຖ ໂດຍ ໄດ້ ຮັບການ ສນັບ ສນູນ ທາງ ທຶນຮອນ ຈາກ ນາຍຈ້າງ ຂອງ ທ່ານ ຄື ກຸ່ມ BGL ໃນ ເຂດ ອຸດສາຫະກັມ Sunderland Enterprise Park ປະເທດ ອັງກິດ.

ການ ເດີນທາງ ມາລາວ ຂອງ ທ່ານ Waters ກໍຍ້ອນ ທ່ານ ຢາກ ເຫັນ ວຽກງານ ຂອງ ໂຄງການ ນັ້ນ ດ້ວຍ ຕົນເອງ. ທ່ານ ເວົ້າວ່າ ຊາວບ້ານ ໃຫ້ ການ ຕ້ອນຮັບ ທ່ານ ຢ່າງ ອົບອຸ່ນ ຊຶ່ງ ທ່ານ ກໍຮູ້ສຶກ ເປັນ ກັນເອງ ເມື່ອ ເດີນທາງ ໄປເຖິງ ບ້ານ ທໍາອິດ ນັ້ນ. ທ່ານ ວ່າ ມັນ ວິເສດ ແທ້ໆ ທີ່ ເຫັນ ໂຄງການ ນໍ້າ ສະອາດ ຊຶ່ງ ມີ ຫລາຍໆ ກັອກ ທີ່ ໃຊ້ໄດ້ ແລະ ກໍາລັງ ຖືກ ນໍາ ໃຊ້.

ທ່ານ Darren Waters ເປັນໜຶ່ງ ໃນ ຈໍານວນ ເຈົ້າໜ້າທີ່ 200 ຄົນ ຂອງ ກຸ່ມ BGL ທີ່ ໄດ້ສເນີ ເດີນທາງ ມາລາວ ຊຶ່ງ ມີ 2-3 ຄົນ ເທົ່ານັ້ນ ທີ່ ຖືກ ຄັດເລືອກ ມາ. ທ່ານ Waters ເວົ້າວ່າ ການມີ ນໍ້າ ສະອາດ ຊຶ່ງ ພວກທ່ານ ຖືວ່າ ເປັນສິ່ງ ທີ່ ຕ້ອງມີ ຕລອດ ນັ້ນ ເຮັດໃຫ້ ຊີວິດ ຂອງ ຊາວບ້ານ ທີ່ ພວກທ່ານ ພົບເຫັນ ນັ້ນ ປ່ຽນແປງ.

ໂຄງການ ດັ່ງກ່າວ ກໍາລັງ ປັບປຸງ ໃຫ້ ມີ ນໍ້າ ສະອາດ ປອດພັຍ ສໍາລັບ 3400 ຄົນ ໃນ 6 ບ້ານ ເຂດ ເມືອງຮຸນ ແຂວງ ອຸດົມໄຊ ແລະ ກໍເປັນ ໂຄງການ ທີ່ ຊ່ວຍ ສ້າງ ຣະບົບ ນໍ້າ ສໍາລັບ ຊຸມຊົນ ຮວມເຖິງ ການ ຝຶກ ອົບຮົມ ໃຫ້ ຊາວບ້ານ ຮັກສາ ແລະ ປົວແປງ ເຂດ ທີ່ ມີນໍ້າ ສະອາດ ໃຊ້ ຂອງ ພວກ ເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.