ເດັກນ້ອຍແລະຜູ້ໃຫຍ່ ຖອກທ້ອງ

ສຸພັດຕາ
2020.10.15
F-kids ເດັກນ້ອຍລາວ ໃນເຂດນອກເມືອງ ທີ່ຫຼິ້ນຢູ່ຕາມເດີ່ນບ້ານ ການຮັກສາຄວາມສະອາດ ໃຫ້ຖືກຕາມຫຼັກ ສຸຂພິບານ ຄົງຈະເປັນສິ່ງທີ່ ປະຕິບັດ ໄດ້ຍາກ.
File photo: RFA

ເດັກນ້ອຍ ແລະຜູ້ໃຫຍ່ ໃນເຂດຫ່າງໄກ ສອກຫຼີກ ຢູ່ແຂວງຫົວພັນ ແລະ ແຂວງເຊກອງ ຍັງມີອາການຖອກທ້ອງຫຼາຍຢູ່, ສະເພາະ ແຂວງ ຫົວພັນ ປີນີ້ ເລີ່ມຕັ້ງແຕ່ເດືອນມົກກະຣາ ຫາ ເດືອນກັນຍາ ມີເດັກນ້ອຍ ແລະຜູ້ໃຫຍ່ ອາຍຸ ຣະຫວ່າງ 2 – 50 ປີ ປະມານ 4,445 ຄົນ ເຂົ້າມາປິ່ນປົວຢູ່ໂຮງໝໍ ແລະ ສຸຂສາຣາ ພາຍໃນແຂວງ ຍ້ອນມີອາການຖອກທ້ອງ ແຕ່ຍັງບໍ່ພົບຣາຍງານ ການເສັຽຊີວິດ.

ໃນຂນະທີ່ ໃນປີທີ່ຜ່ານມາ ຈໍານວນເດັກນ້ອຍແລະຜູ້ໃຫຍ່ ມີອາການຖອກທ້ອງສເລັ່ຽ 4 ພັນປາຍຄົນ ເຊິ່ງເປັນຈໍານວນ ທີ່ບໍ່ຫຼຸດລື່ນກັນຫຼາຍ ປານໃດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຫົວພັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ຕຸລາ ນີ້:

“ເຮົາຣາຍງານເປັນທິດ ແຫຼະ ແຫຼະນ່າເນາະ ຖືກວ່າໝົດປີນີ້ ກໍມີຢູ່ ຖອກທ້ອງຫັ້ນນ່າ 4,445 ຄົນ ອັນນີ້ ຮວມທັງເດັກນ້ອຍ ຮວມທັງຜູ້ໃຫຍ່ ເນາະ ແມ່ນແຫຼະ ທົ່ວແຂວງ ແຕ່ບໍ່ມີກໍຣະນີເສັຽຊີວິດ ແຕ່ລະປີ ຖອກທ້ອງຢາກສູສີກັນນ່າ ມັນຈະບໍ່ຫຼຸດລື່ນກັນ ຫຼາຍດອກ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການ ຣະບາດວິທຍາ ແຂວງຫົວພັນ ກ່າວວ່າ ສາເຫດທີ່ເຮັດໃຫ້ເດັກນ້ອຍແລະຜູ້ໃຫຍ່ ຢູ່ແຂວງຫົວພັນ ມີອາການຖອກທ້ອງຫຼາຍ ຈົນຮອດທຸກມື້ນີ້ນັ້ນ ກໍຍ້ອນງົບປະມານ ໃນການລົງໂຄສະນາ ແບບເຄື່ອນທີ່ຕາມເຂດຫ່າງໄກສອກຫຼີກມີຈໍາກັດ ເຮັດໃຫ້ການໄປເຜີຍແຜ່ ຄວາມຮູ້ ເຣື່ອງການກິນ ການຢູ່ຢ່າງສະອາດ ໃຫ້ຊາວບ້ານຍັງ ບໍ່ທົ່ວເຖິງ, ໂດຍສະເພາະປີນີ້ ງົບປະມານ ສາທາຣະນະສຸຂ ສ່ວນໃຫຍ່ຖືກນໍາໄປໃຊ້ກັບວຽກງານ ການຕ້ານແລະສະກັດກັ້ນ ການແຜ່ຣະບາດ ຂອງ ເຊື້ອໄວຣັສໂຄວິດ-19.

ອີກທັງບາງພື້ນທີ່ ໃນເຂດຫ່າງໄກສອກຫຼີກ ມີງົບປະມານລົງໄປເຜີຍແຜ່ ຄວາມຮູ້ ຄວາມຮູ້ກ່ຽວກັບສຸຂສຶກສາ ເພື່ອຫຼຸດຜ່ອນຄວາມສ່ຽງ ອາການ ຖອກທ້ອງຢູ່ ແຕ່ງົບປະມານ ສໍາລັບ ຜູ້ແປພາສາພັດບໍ່ມີ ກໍເລີຍເຮັດໃຫ້ການສື່ສານ ບໍ່ເຂົ້າໃຈກັນ ຍ້ອນຊາວບ້ານຊົນເຜົ່າ ເວົ້າ ແລະ ຟັງພາສາລາວ ບໍ່ເຂົ້າໃຈດີປານໃດ, ດັ່ງທ່ານກ່າວວ່່າ:

“ມັນກໍມີອຸປສັກແຫຼະເນາະ ນຶ່ງກໍ ດ້ານງົບປະມານ ອີງໃສ່ປີ 2020 ຖືວ່າມາເຈີ ສະພາດບໂຄວິດ19 ນີ້ ກໍບໍ່ໄດ້ລົງເປັນປົກກະຕິ ຫັ້ນແຫຼະ ສ່ວນຫຼາຍ ກໍຈະເລັ່ງໃສ່ໂຕນີ້ ໃນການເຝົ້າຣະວັງ ໂຄວິດ-19 ນີ້, ກຸ່ມເຂດ ຊົນເຜົ່າຫັ້ນ ເຂົ້າເຖິງ ແຕ່ມັນກໍເຂົ້າເຖິງໜ້ອຍ ຫັ້ນນາ ມັນກໍຖື ວ່າບໍ່ຫຼາຍ ຫັ້ນນ່າເນາະ ອີງໃສ່ວ່າ ເວລາເຮົາໄປຫັ້ນນາ ມັນກໍຈະເວົ້າເປັນພາສາ ບໍ່ແມ່ນພາສາເຂົາເຈົ້າເນາະ ຈະເຮັດໃຫ້ເຂົາເຈົ້າ ບໍ່ເຂົ້າໃຈ ງົບປະມານ ພາສານີ່ ຍອມ ບໍ່ມີເນາະ ງົບປະມານ ຈະໄປເຮັດການສຸຂສຶກສານີ່ ກໍຍັງຍາກຫັ້ນນ່ະ.”

ທ່ານເວົ້າວ່າ ປັດຈຸບັນ ຍັງບໍ່ທັນມີອົງການສາກົລ ທີ່ຈະມາສົ່ງເສີມວຽກງານ ສຸຂສຶກສາ ໃຫ້ຜູ້ທີ່ມີອາການຖອກທ້ອງເທື່ອ, ມີແຕ່ເທື່ອໃດທີ່ ຫ້ອງການມີກິຈກັມ ລົງວຽກງານໂພສະນາການເດັກ ຫຼືສັກຢາໃຫ້ເດັກ ຈະເອົາຄວາມຮູ້ ກ່ຽວກັບການຮັກສາຄວາມສະອາດພາຍໃນເຮືອນ ແລະການປຸງແຕ່ງອາຫານ ການຕົ້ມນໍ້າດື່ມ ສອດແຊກເຂົ້າໄປ ໃຫ້ຊາວບ້ານໄດ້ຮັບຮູ້ນໍາ.

ສໍາລັບຢູ່ແຂວງເຊກອງ ທ່່ານໝໍ ຢູ່ໂຮງໝໍແຂວງເຊກອງ ທ່ານນຶ່ງ ກ່າວວ່າ ໃນແຕ່ລະມື້ ມີເດັກນ້ອຍ ແລະຜູ້ໃຫຍ່ ທີ່ຢູ່ເຂດຫ່າງໄກສອກຫຼີກ ເຂົ້າມາຮັບການປິ່ນປົວ ອາການຖອກທ້ອງ ຢູ່ໂຮງໝໍ ມື້ລະປະມານ 3-5 ຄົນ ໃນໄລຍະ ທັມມະດາ ແລະ ຈະເພີ່ມຂຶ້ນເປັນມື້ລະ 6-10 ຄົນ ໃນໄລຍະທີ່ອາກາດໜາວ ສ່ວນຜູ້ເສັຽຊີວິດ ຍ້ອນອາການຖອກທ້ອງ ນີ້ແມ່ນບໍ່ມີ ຈະມີແຕ່ເສັຽຊີວິດ ຈາກພຍາດອື່ນ.

ທ່ານກ່າວຕື່ມວ່າ ສາເຫດທີ່ພາໃຫ້ເດັກນ້ອຍ ແລະຜູ້ໃຫຍ່ ຢູ່ເຂດຫ່າງໄກສອກຫຼີກ ມີອາການຖອກທ້ອງນັ້ນ ກໍຍ້ອນການກິນຢູ່ ບໍ່ສະອາດ ນໍ້າດື່ມບາງເທື່ອ ກໍບໍ່ໄດ້ຕົ້ມ:

“ຄວາມໝາຍວ່າ ການປຸງແຕ່ງອາຫານເນາະ ການນໍາໃຊ້ນໍ້າ ສົມທົບກັບ ຈັກໝາ ຈັກແມວ ຢູ່ນໍາເຮືອນນໍາຊານເຂົາ ຢູ່ນໍາກັນ ຈັກຄົນຈັກໝາ ເຮືອນກໍຫຼັງນ້ອຍໆ ອາຫານກໍກິນຊໍ້າ ບາດນີ້ລູກມາ ຈັກວ່າ ລ້າງມື ບໍ່ລ້າງມື ບາງເທື່ອຈັກນໍ້າ ຊິລ້າງມື ຈັກເຂົາມີຫຼືບໍ່ ນໍ້າກໍໄປຕັກເອົາແຕ່ ຫ້ວຍແຕ່ຮ່ອງ ຄັນແຖວນອກເປັນແນວນັ້ນ ຄັນຢູ່ໃນເມືອງ ສ່ວນຫຼາຍແມ່ນແພ້ນົມ ແລ້ວເອົາລູກກິນນົມຜົງ ນົມຜົງບາງເທື່ອກໍ ເອົາໄປບ່ອນ ລ້ຽງເດັກ ບາງເທື່ອເດັກນ້ອຍກໍກິນຕາມ ມື້ນັ້ນແຫຼະ ນົມປ໋ອງເປົ່າກໍກິນ ບາດນີ້ເດ້ ຖອກທ້ອງ.”

ໃນຂນະດຽວກັນ ອໍານາດການປົກຄອງບ້ານ ຢູ່ບ້ານໃນເຂດຫ່າງໄກສອກຫຼີກ ຢູ່ແຂວງຫົວພັນ ທ່ານນຶ່ງ ກໍເວົ້າວ່າ ຊາວບ້ານສ່ວນໃຫຍ່ ພາກັນຫາກິນຕາມ ທັມມະຊາດ ເຊັ່ນ: ການຫາໜໍ່ໄມ້ ຫາປາຕາມຫ້ວຍຕາມຮ່ອງ ມາກິນ:

“ມັນຮ້ອນອົບເອົ້າໂພດນີ້ ມັນກໍກິນນໍ້າ ກິນຫຍັງເນາະ ມັນກໍຢ້ານແຕ່ເກີດວ່າ ເຮົາຢູ່ພື້ນຖານ ໄປຫ້ວຍ ໄປຄອງນີ່ ແມ່ໄປຫາໜໍ່ ຫາປາບໍ່ ມັນນິ່ກໍກິນ ຢູ່ໃນຫ້ວຍ ບໍ່ໄດ້ກິນນໍ້າຕົ້ມ ບໍ່ໄດ້ປິ່ນປົວເນາະ ເຮົາກໍສົງໃສຢູ່.”

ຊາວບ້ານ ໃນເຂດຫ່າງໄກສອກຫຼີກ ຢູ່ແຂວງເຊກອງ ຜູ້ນຶ່ງເວົ້າວ່າ ໂຕເອງມີຖານະທຸກຍາກ ເງິນຈະຊື້ເຂົ້າກິນກໍຍັງຍາກແລ້ວ, ບາດນີ້ ເຈົ້າໜ້າທີ່ ລົງມາໃຫ້ຄວາມຮູ້ ກໍໃຫ້ຊື້ ສະບູມາລ້າງມື, ຊື້ນໍ້າສະອາດມາດື່ມ ເພື່ອປ້ອງກັນອາການຖອກທ້ອງ ແຕ່ກໍບໍ່ໄດ້ຊື້ ເພາະຖານະ ທຸກຈົນ:

“ເຈົ້າບອກຢູ່ແຕ່ວ່າຜູ້ບໍ່ມີເງິນຊື້ເງິນຊື້ອີກ ເງິນຊິຊື້ເຂົ້າກໍຍັງຍາກເລີຍໜາ ຈະມາຊື້ນັ້ນຊື້ນີ້ອີກກໍຍາກ ເປັນແນວນັ້ນເດ້ບ່ອນທຸກກໍທຸກອິຫຼີຫຼໍໃດ໋.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງມາແກ້ໄຂບັນຫາ ດັ່ງກ່າວ ເພື່ອໃຫ້ເດັກນ້ອຍ ແລະຜູ້ໃຫຍ່ບໍ່ໃຫ້ມີຄວາມສ່ຽງ ເປັນ ພຍາດຖອກທ້ອງ. ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນໃນລາວ ໃນມື້ວັນທີ 14 ຕຸລານີ້ ຣະບຸວ່າ ຂໍ້ມູນຈາກອົງການ ກອງທຶນເພື່ອເດັກ ແຫ່ງ ສະຫະປະຊາຊາດ ປະຈໍາປະເທດລາວ ຫຼື UNICEF LAOS  ຊີ້ໃຫ້ຮູ້ວ່າ ໃນແຕ່ລະປີ ມີເດັກນ້ອຍລາວ ເສັຽຊີວິດ ຈາກອາການ ຖອກທ້ອງ ປະມານ 700 ຄົນ, ການໃຫ້ຄວາມຮູ້ ກ່ຽວກັບການຮັກສາ ຄວາມສະອາດ ໂດຍການລ້າງມືໃສ່ສະບູ ແລະ ນໍ້າເປັນປະຈໍາ ຈະຊ່ອຍໃຫ້ຫຼຸດຜ່ອນຄວາມສ່ຽງ ການເສັຽຊີວິດ ຈາກອາການຖອກທ້ອງ ໃນໝູ່ເດັກນ້ອຍລາວ ລົງໄດ້ຮອດ 47 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.