ໂຮງໝໍສະໜາມໄຊ ມີແຕ່ຢາ ແກ້ປວດ: ປະຊາຊົນ

ສຸພັດຕາ
2019.07.15
ໂຮງໝໍ ເມືອງສະໜາມໄຊ ແຂວງອັດຕະປື
ຮູປຈາກ:ນັກຂ່າວພົລເມືອງ / ດຣ. ໂກ້ ສິດທິພັນ ທົດສະກັນ

ປະຊາຊົນຜູ້ປະສົພພັຍ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເວົ້າວ່າ ເມື່ອບໍ່ສະບາຍ ເວລາໄປໂຮງໝໍເມືອງ ພົບຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນ ການບໍຣິການບໍ່ດີ ແລະເມື່ອເປັນພຍາດຫຍັງ ທ່ານໝໍ ກໍເອົາແຕ່ເອົາຢາແກ້ປວດ, ຢາພາຣາໃຫ້ເມືອກິນ, ອີງຕາມຄຳເວົ້າ ຂອງ ຜູ້ປະສົພພັຍ ເຂື່ອນແຕກຄົນນຶ່ງ ຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 9 ເດືອນ ກໍຣະກະດາ ປີ 2019 ນີ້ວ່າ:

“ໂຕໂຮງໝໍເມືອງສະໜາມໄຊ ໂລດແຫຼະ ເປັນຫຍັງໄປ ແພດໝໍຢູ່ສະໜາມໄຊຫັ່ນ ເບິດຢ່າງເພິ່ນໃຫ້ຢາພາລາ ເຮົາມາລະກະແລ້ວ ຍ້ອນບໍ່ມີ ລະກະໄປຫາເພິ່ນ ເພິ່ນກະບໍ່ຢາກສົນໃຈ ອັນແພດໝໍຫັ່ນກະດາຍ ຈັ່ງວ່າຄົນບໍ່ສູ້ຢາກໄປບໍ່ມີເງິນກະຢູ່ໄປ ຄັນໄປນັ້ນກະບໍ່ພໍຊິ ເປັນໄປເປັນມາ ບໍ່ພໍຊິໄດ້ຫວ້ານໄດ້ຢາ.”

ກ່ຽວກັບເຣື້ອງນີ້ ທ່ານໝໍ ປະຈໍາໂຮງໝໍເມືອງສະໜາມໄຊ ຊຶ່ງບໍ່ປະສົງອອກຊື່ ແລະສຽງຈິງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ:

“ເອີ່ ກະເຂົາບໍ່ເຂົ້າໃຈຫັ້ນແຫຼະ ເພາະວ່າເຂົາມາກວດນິ່ ເຮົາກະເບິ່ງໂຕຈິງເນາະ ສົມມຸດວ່າກໍຣະນີ ໃນຄືປັດຈຸບັນຫັ້ນ ໄລຍະຣະບາດຂອງ ໄຂ້ຍຸງລາຍ ເຂົາມາກວດເຮົາກະໄດ້ເຈາະເລືອດໃຫ້ເຂົາ ທ່ານໝໍກະໄດ້ແນະນໍາ ໃຫ້ກິນຢາຢູ່ເຮືອນເຮົາ ກະແມ່ນເຮົາກະໄດ້ໃຫ້ຢາພາລາ ລະກະນໍ້າໂອລາລິດ ຢາໂອລາລິດ ເຮົາກະຕິດຕາມ ນັດໃຫ້ຂະເຈົ້າມາກວດເປັນແຕ່ລະມື້ ເພາະວ່າເຮົາກະບໍ່ພໍຊິໄດ້ ຮັບເຂົ້ານອນ ໂຮງໝໍ ຫັ່ນນາ ມັນຫຼາຍ ກໍຣະນີ ຖ້າວ່າ ຄົນເຈັບຍັງກິນໄດ້ ຂະເຈົ້າກະໃຫ້ກິນ ສ່ວນຫຼາຍຫັ່ນກະບໍ່ ໄດ້ຕາມໃຈເຂົາຫັ່ນແຫຼະ ເຂົາກະຢາກໄດ້ຢາ ຫຼາຍ ແຕ່ທ່ານໝໍ ເຮົາກະຕິດຕາມອາການໂຕຈິງ ຖ້າອາການໜັກໜາ ໄຂ້ບໍ່ຫຼຸດຈັ່ງຊິແມ່ນ ພວກເຮົາໄດ້ຮັບເຂົ້ານອນ.”

ທ່ານກ່າວຕື່ມວ່າ ຢາທີ່ຂາດແລະບໍ່ພຽງພໍ ຢູ່ໂຮງເມືອງສະໜາມໄຊ ໃນຣະຍະລະບາດ ຂອງໄຂ້ຍຸງລາຍນັ້ນ ກໍມີຢາບາງຊນິດທີ່ຂາດ ເປັນຕົ້ນ ຢາໂອລາລິດ ແລະຢາສົ່ງ ຫຼືນໍ້າທະເລ ນອກຈາກນັ້ນແລ້ວ ໃນປັດຈຸບັນ ທາງໂຮງໝໍ ກໍໄດ້ຝົ້າຣະວັງ ພຍາດ ໄຂ້ເລືອດອອກ ຢ່າງໃກ້ຊິດ ພ້ອມທັງໄດ້ແນະນໍາໃຫ້ ປະຊາຊົນປ້ອງກັນພຍາດນີ້ ໂດຍການທໍາຄວາມສະອາດ ບໍຣິເວນອ້ອມແອ້ມ ເຮືອນຊານ, ທໍາລາຍກະໂປະກະປ໋ອງ, ກົງຣົດເກົ່າ ທີ່ອາດເປັນແຫ່ງເພາະພັນ ໜອນນໍ້າຍຸງລາຍນັ້ນນໍ້າດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.