ສັດລ້ຽງທົ່ວປະເທດ ລົ້ມຕາຍ

ໄຊຍາ
2018.11.26
ສັດລ້ຽງ ງົວ ຄວາຍ ຂອງປະຊາຊົນ ທີ່ ລົ້ມຕາຍ ເມື່ອປະມານ 6 ເດືອນ ຜ່ານມາ
ຮູປຈາກ : ນັກຂ່າວພົລເມືອງ

ປະຊາຊົນລາວ ໃນຫລາຍແຂວງ ໄດ້ຮັບຄວາມເດືອດຮ້ອນຍ້ອນ ງົວ, ຄວາຍ, ໝູ ແລະ ໄກ່ ທີ່ເຂົາເຈົ້າລ້ຽງນັ້ນ ຕາຍເປັນຈຳນວນຫຼາຍ ພັນໂຕ ພາຍຫລັງຫລາຍພື້ນທີ່ ຖືກນໍ້າຖ້ວມໜັກ ຮວມເຖິງພຍາດປາກເປື່ອຍລົງເລັບ ທີ່ຣະບາດໃນສັດ ຍັງຣະບາດໜັກ ໃນໄລຍະຣະດູຝົນ ຜ່ານມາ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ຜ່ານມາວ່າ ສະເພາະແຂວງຜົ້ງສາລີ ງົວ, ຄວາຍ ຂອງປະຊາຊົນຕາຍຍ້ອນພຍາດປາກເປື່ອຍລົງເລັບ ແລະຈົມນໍ້າຕາຍກວ່າ 900 ໂຕ ປັດຈຸບັນ ທາງການ ແຂວງຜົ້ງສາລີ ຈຶ່ງເລັ່ງໃຫ້ບັນດາເມືອງ ແກ້ໄຂບັນຫານີ້:

"ແມ່ນແລ້ວຕາຍຫລາຍ ເຈົ້າ; ປີນີ້ຕາມການອັນນັ້ນນີ້ວ່າເປັນພຍາດປາກເປື່ອຍລົງເລັບ ເຈົ້າ; ທີ່ຕາຍຫລາຍທີ່ສຸດນີ້ ງົວ ຄວາຍ ກັບໝູ ເປັນຊ່ວງນະ; ເປັນແລ້ວມັນກໍ່ສະຫງົບລົງ, ແລ້ວກໍ່ຊ່ວງໃດຊ່ວງນຶ່ງ ແບບວ່າອາກາດອຳນວຍຄວາມສະດວກ ແລ້ວມັນກໍ ຟື້ນຕົວຂຶ້ນຫັ້ນນ່າ ພຍາດນະດຽວນີ້ກໍກຳລັງ ຮ່າງຢູ່ວ່າອັນທາງແຂວງພວກເຮົາ ສນັບສນູນເງິນຈຳນວນນຶ່ງ ເພື່ອເປັນກອງທຶນ ໃຫ້ກັບບັນດາເມືອງຫັ້ນນ່າ ເພື່ອໃຫ້ລົງສະ6ກັດກັ້ນ."

ບັນຫາດຽວກັນກໍເກີດຢູ່ແຂວງສວັນນະເຂດ ສັດລ້ຽງປະຊາຊົນເປັນຕົ້ນ ງົວ, ຄວາຍ, ໝູ, ໄກ່ ແລະ ແບ້ ປະຊາຊົນຕາມເຂດຊົນນະບົດ ກໍຕາຍຫລາຍ ຍ້ອນພຍາດປາກເປື່ອຍລົງເລັບ ຖ້າຮວມປີກາຍກັບປີນີ້ ກໍປະມານ 2 ພັນໂຕ. ປັດຈຸບັນເຈົ້າໜ້າທີ່ ກໍອອກ ສັກຢາຕາມພື້ນທີ່ ສ່ຽງຕໍ່ການຣະບາດ ຂອງພຍາດນັ້ນຢູ່ ແຕ່ກໍລົງໄດ້ບໍ່ທົ່ວເຖິງ ຍ້ອນວ່າບຸຄລາກອນໜ້ອຍ ແລະງົບປະມານຈຳກັດ ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ກ່າວວ່າ:

"ແຕ່ລະປີມັນຈະເກີດໂຣຄຣະບາດຣະດູແລ້ງ ແລະ ຣະດູຝົນນີ້ແຫລະ ແຕ່ວ່າຕິດສະເພາະສັດ ເປັນກະແຈກະຈາຍ ພວກເຮົາກໍເຂັ້ມງວດ ກວດກາສັດ ແລ້ວກໍສັກວັກຊິນ ເຂດລໍ່ແຫລມໂຣຄຣະບາດສັດ ບັນຫານີ້ກໍຄືພວກເຮົາລົງໄປ ກໍບໍ່ພຽງພໍເນາະ ກໍຍັງຄວບຄຸມໄດ້ບາງສ່ວນ ເພາະວ່າມັນຕ້ອງໃຊ້ງົບປະມານ ຫລາຍກໍສິຍາກ."

ກ່ຽວກັບການຕາຍຂອງສັດລ້ຽງ ປະຊາຊົນເມື່ອບໍ່ດົນມານີ້ ກົມສັດລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ກໍໄດ້ເປີດເຜີຍວ່າ ໃນຣະຍະຣະດູຝົນ ຜ່ານມາທົ່ວປະເທສ ມີ ງົວຕາຍເກືອບ 21 ພັນໂຕ ຄວາຍ 9 ພັນໂຕ ແບ້ 2200 ໂຕ ໝູ 4 ພັນ ໂຕ ແລະ ສັດປີກອີກ 130 ພັນໂຕ ຄິດເປັນພື້ນທີ່ ທີ່ມີສັດລ້ຽງລົ້ມຕາຍ 767 ເຮັກຕ້າ ມູນຄ່າຄວາມເສັຽຫາຍ 145 ຕື້ກີບ.

ກະຊວງກະສິກັມຈຶ່ງໃຫ້ແຕ່ຣະແຂວງ ໃຊ້ງົບປະມານຈຳນວນນຶ່ງ ອອກໄປສັກຢາ ແລະເຄື່ອນຍ້າຍສັດ ອອກຈາກພື້ນທີ່ເຂດພຍາດຣະບາດ ພ້ອມສະກັດກັ້ນ ຟື້ນຟູພື້ນທີ່ລ້ຽງສັດ ບ່ອນສ່ຽງໃຫ້ປອດພັຍ. ນອກຈາກນີ້ແລ້ວ ກໍ່ຍັງຈັດວິຊາການ ຂອງກະຊວງ ອອກໄປຊ່ອຍໃຫ້ ຄຳແນະນໍາໃນການສະກັດກັ້ນພຍາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.