ງົວຕາຍ 41 ໂຕ, ບໍ່ຮູ້ ສາເຫດ

ໄຊຍາ
2018.05.17
F-cows ສະພາບຂອງ ງົວ ທີ່ນອນຕາຍ ຕາມບໍລິເວນເຄີຍອອກຫາກິນ
ຮູປຈາກ: ຂແນງການປູກຝັງ ແລະການປະມົງ

ງົວຂອງປະຊາຊົນ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຕາຍ 41 ໂຕ ແຕ່ທ້າຍເດືອນມິນາ ຫາທ້າຍເດືອນເມສາ ທີ່ຜ່ານມາ.

ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກງົວຕາຍນັ້ນ ໄດ້ຮຽກຮ້ອງຂໍຄວາມຊ່ອຍເຫລືອ ໄປຫາທາງການ ເນື່ອງຈາກບໍລິເວນ ທີ່ປະຊາຊົນລ້ຽງງົວ ນັ້ນມີໂຮງງານ ອຸດສາຫະກັມຕັ້ງຢູ່ ຊຶ່ງອາດຈະເປັນສາເຫດ ທີ່ເຮັດໃຫ້ງົວຕາຍ ກະທັນຫັນກໍ່ເປັນໄດ້. ດັ່ງທ່ານກ່າວວ່າ:

"ກ່າຍັງບໍ່ຮູ້ນຳເພິ່ນແຫລະ ສເນີເພິ່ນໄປແລ້ວ ບໍ່ຮູ້ວ່າເພິ່ນຊິຊ່ອຍຈັ່ງໃດ ບໍ່ຮູ້ຄືກັນ, ຫວ່າງສາມສີ່ປີຫຫຼັງ ມັນກະຕາຍຢູ່ຕອນມີໂຮງງານອີຫຍັງ ຢູ່ຫັ້ນໃກ້ໆ ເພິ່ນສັ່ງຍຸບຫັ້ນນ່າ ເພິ່ນບໍ່ໃຫ້ເຮັດໂຮງງານນ່າ ເຊົາຕາຍເລີ່ມມາເປີດອີກ."

ເຖິງແນວໃດກໍ່ຕາມ ຂແນງການປູກຝັງແລະການປະມົງ ພ້ອມດ້ວຍສັຕວະແພດ ນະຄອນຫຼວງວຽງຈັນ ກໍ່ໄດ້ລົງກວດກາຕົວຈິງ ແຕ່ມາເຖິງ ປັດຈຸບັນ ຍັງບໍ່ສາມາດຢືນຢັນ ເຖິງສາເຫດການຕາຍຂອງງົວ ນັ້ນໄດ້ແນ່ນອນເທື່ອ ຕ້ອງລໍຖ້າຜົນພິສູດ ອອກມາກ່ອນເພາະໃນ ບໍລິເວນທີ່ ງົວ ຂອງປະຊາຊົນຕາຍນັ້ນ ແມ່ນຢູ່ໃນເຂດເສຖກິດພິເສດ ກວມລວມ ໄຊເສດຖາ ຊຶ່ງມີໂຮງງານອຸດສາຫະກັມ ປ່ອຍນໍ້າເສັຍລົງໃສ່ຕາມ ຮ່ອງນໍ້າຕ່າງໆ.

ນອກຈາກກໍຣະນີ ທີ່ເກີດຂື້ນກັບບ້ານໂຊກນ້ອຍແລ້ວ ກໍ່ມີຣາຍງານຂອງເຈົ້າໜ້າທີ່ ເມື່ອເດຶອນມີນາ ຜ່ານມາວ່າ ມີງົວຕາຍໃນລັກສນະດຽວກັນ ທີ່ບ້ານນາບຽນ ແລະບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ລວມ 81 ໂຕ ຊຶ່ງເຈົ້າໜ້າທີ່ຂແນງ ການປູກຝັງ ແລະການ ປະມົງ ຢັ້ງຢືນວ່າສາເຫດການຕາຍ ຂອງງົວທັງສອງບ້ານນີ້ ແມ່ນເກີດຈາກການເປັນ ພຍາດຖອກທ້ອງຢ່າງຮຸນແຮງ ເຮັດໃຫ້ຮ່າງກາຍ ຂາດນໍ້າ ອິດເມື່ອຍແລ້ວຕາຍ.

ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງ ພິສູດຫາສາເຫດການຕາຍຂອງງົວ ທີ່ວ່ານັ້ນຢູ່ ຖ້າຫາກຜົນພິສູດອອກມາ ວ່າງົວໄປກິນນໍ້າ ທີ່ເປັນພິດນັ້ນແທ້ ກໍ່ຕ້ອງໄດ້ກວດກາ ໂຮງງານອຸດສາຫະກັມ ທີ່ຢູ່ໃນບໍລິເວນນັ້ນວ່າ ໄດ້ປ່ອຍນໍ້າທີ່ມີສານເຄມີ ເຈືອປົນອອກມາ ໂດຍບໍ່ຜ່ານ ການບໍາບັດ ແທ້ຫລືບໍ່ ຖ້າໄດ້ປ່ອຍອອກມາແທ້ ທາງໂຮງງານຕ້ອງໄດ້ຈ່າຍຄ່າເສັຽຫາຍ ໃຫ້ປະຊາຊົນ ຊຶ່ງມີມູນຄ່າປະມານ 300 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.