ປະຊາຊົນລາວ ຢູ່ຫຼາຍແຂວງ ຍັງຂາດລະບົບ ອະນາໄມພື້ນຖານ

ໄຊຍາ
2022.05.19
ປະຊາຊົນລາວ ຢູ່ຫຼາຍແຂວງ ຍັງຂາດລະບົບ ອະນາໄມພື້ນຖານ ເດັກນ້ອຍ 2 ຄົນ (ຮູບຊ້າຍມື) ກຳລັງຊັກເຄືອງ ດ້ວຍລະບົບນ້ຳປະປາ ທີ່ບໍ່ໄດ້ມາຕຖານ ແລະ ແມ່ຍິງຜູ້ນຶ່ງ (ຮູບຂວາມື) ກຳລັງລ້າງໄຄ ສຳລັບປຸງອາຫານ ໃນລຳນ້ຳທີ່ອາດມີການປົນເປື້ອນຂອງເຊື້ອພະຍາດຫຼາຍຢ່າງ.
ນັກຂ່າວ ພົລເມືອງ

ສະຖາບັນວິທຍາສາຕ, ເສຖກິຈ ແລະ ສັງຄົມແຫ່ງຊາດ ກະຊວງແຜນການ ແລະການລົງທຶນ ແລະ ຫຼາຍຂແນງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງໂຄງການສ້າງຖານຂໍ້ມູນແຫ່ງຊາດ ດ້ານໂພສະນາການຄັ້ງທີ 3 ແລະ ພົບວ່າປັດຈຸບັນມີຫຼາຍກວ່າ 1 ໃນ 2 ຂອງຄົວເຮືອນໃນລາວ ຍັງຂາດການບໍຣິການດ້ານສຸຂອະນາໄມມັຍຂັ້ນພື້ນຖານ ແລະຫຼາຍກວ່າ 2 ໃນ 3 ຂອງເດັກນ້ອຍລາວ 71.6% ດື່ມນໍ້າທີ່ມີການປົນເປື້ອນຂອງເຊື້ອແບັກທີເຣັຍ ປະຈຳຖິ່ນ Escherichia coli (E.coli) ໃນຣະດັບສູງ.

ໂດຍແຂວງທີ່ຍັງມີເດັກນ້ອຍ ແລະປະຊາຊົນຂາດການບໍຣິການ ດ້ານສຸຂອະນາໄມມັຍຂັ້ນພື້ນຖານ ແລະດື່ມນໍ້າປົນເປື້ອນ ຂອງເຊື້ອແບັກທີເຣຍ E.coli ແມ່ນຢູ່ແຂວງຊຽງຂວາງ, ຜົ້ງສາລີ, ສວັນນະເຂດ, ສາຣະວັນ, ອັດຕະປື ຫຼາຍກວ່າໝູ່ ຈຶ່ງເຮັດໃຫ້ແຕ່ປີ 2017-2021 ມີໂຄງການຂອງອົງການ UNICEF LAOS ເຂົ້າມາສນັບສນູນວຽກງານ ສ້າງລະບົບນໍ້າລິນ ແລະນໍ້າບາດານທັງນີ້ແມ່ນອີງຕາມເງື່ອນໄຂ ຂອງແຕ່ລະທ້ອງຖິ່ນ ຈະສາມາດສ້າງລະບົບນໍ້າແນວໃດໄດ້.

ໂດຍໂຕໂຄງການດັ່ງກ່າວ ຈະຊ່ອຍໃຫ້ເດັກນ້ອຍ ແລະປະຊາຊົນມີນໍ້າໄວ້ໃຊ້ໃນຄົວເຮືອນ ຂັ້ນພື້ນຖານຕາມຄຳນິຍາມຂອງສາກົນ ຄືມີນໍ້າທີ່ຢູ່ໃກ້ເຮືອນບໍ່ຕ້ອງຍ່າງໄປ ເອົານໍ້າໄກໄວ້ໃຊ້ 24 ຊົ່ວໂມງ ຕລອດປີແລະບາງບ່ອນ ທີ່ມີງົບປະມານພຽງພໍ ກໍຈະມີຮອດນໍ້າສະອາດ ແລະປອດພັຍໃຊ້ຕາມຄຳນິຍາມ ຂອງສາກົນຄືມີນໍ້າທີ່ຜ່ານມາກວດເຊື້ອຕ່າງໆ ແລະຜ່ານຂະບວນການກອງນໍ້າຄັກແນ່ ໄວ້ໃຊ້ຢູ່ໃກ້ເຮືອນ 24 ຊົ່ວໂມງ ຕລອດປີ.

ດັ່ງເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 03 ພຶສພາ ນີ້ວ່າ:

ເຂດຊົນນະບົດນໍ້າກໍຍັງບໍ່ພຽງພໍ ແລະກໍ່ແນ່ນອນກໍບໍ່ແມ່ນ ເວົ້າເຣື່ອງແຕ່ນໍ້າລ້າໆເນາະ ກໍຕ້ອງເວົ້າເຣື່ອງນໍ້າສະອາດພ້ອມ ແລ້ວກໍເວົ້າເຣື່ອງຫຼັງຈາກນັ້ນ ກໍເວົ້າເຣື່ອງການນຳໃຊ້ວິດຖ່າຍ ຫຼືເວົ້າເຣື່ອງວຽກອະນາໄມມັຍ ມັນກໍຕ້ອງໄປຄຽງຄູ່ກັນ ສ່ວນຫຼາຍຢູ່ເຂດເໜືອ ມັນຈະເປັນນໍ້າລິນຢູ່ພາກກາງ ຫາພາກໃຕ້ຈະເປັນບາດານຫຼາຍກວ່າ.

ທ່ານກ່າວຕື່ມວ່າໃນຕໍ່ໜ້າ ຖ້າໂຄງການສາກົນມີງົບປະມານກໍຈະມີ ການພັທນາລະບົບນໍ້າຂັ້ນພື້ນຖານ ໃຫ້ກາຍເປັນລະບົບນໍ້າສະອາດ ເພື່ອໃຫ້ເດັກນ້ອຍ ແລະປະຊາຊົນເຂົ້າເຖິງນໍ້າສະອາດ, ຂະນະດຽວກັນຕາມການຈັດຕັ້ງໂຄງການ ສ້າງຖານຂໍ້ມູນແຫ່ງຊາດ ດ້ານໂພສະນາການຄັ້ງທີ 3 ຍັງໄດ້ກ່າວເຖິງການເຂົ້າເຖິງການປັບປຸງ ດ້ານສຸຂອະນາໄມມັຍ ຈະເປັນສ່ວນນຶ່ງທີ່ຊ່ອຍຫຼຸດ ອັດຕຣາການຈ່ອຍຜອມ ຂອງເດັກນ້ອຍລາວລົງໄດ້ເຖິງ 50% ແລະ ພັທນາທຶນມະນຸສຕາມທິດຊີ້ນໍາຂອງຂັ້ນເທິງ.

ສ່ວນສະພາບໂຕຈິງຢູ່ບ້ານອາຊີງ ເມືອງສະໝ້ວຍ ແຂວງສາຣະວັນ ຊາວບ້ານສ່ວນໃຫຍ່ອາສັຍ ລະບົບນໍ້າລິນ ຊຶ່ງເປັນການວາງທໍ່ເອົານໍ້າ ຈາກຕົ້ນນໍ້າທີ່ຢູ່ເທິງເຂດປ່າພູ ມາໄວ້ໃຊ້ພາຍໃນຄົວເຮືອນ ຊຶ່ງນໍ້າລິນກໍບໍ່ໄດ້ສະອາດ ຍ້ອນບໍ່ໄດ້ຜ່ານການກັ່ນກອງເສດຂີ້ເຫຍື້ອ ຫຼືເຊື້ອແບັກທີເຣັຍ ຄືກັນກັບລະບົບນໍ້າປະປາ ເຮັດໃຫ້ຊາວບ້ານສ່ວນໃຫຍ່ ຕ້ອງໄດ້ນໍາເອົານໍ້າລິນມາຕົ້ມກ່ອນດື່ມ ແລະ ບາງຄອບຄົວທີ່ມີຖານະດີແດ່ ກໍຊື້ຜ້າຂາວບາງມາກອງນໍ້າກ່ອນຕົ້ມດື່ມ ຫາກຜູ້ໃດດື່ມນໍ້າລິນທີ່ບໍ່ສະອາດ ກໍຈະເປັນພະຍາດຖອກທ້ອງ ຄັນເປັນໄປໄດ້ຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງສ້ອມແປງລະບົບນໍ້າລິນ ໃຫ້ເປັນນໍ້າປະປາ ຫຼືເປັນລະບົບນໍ້າທີ່ມີການກັ່ນກອງ ສະອາດແລະປອດພັຍ.

ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເຂດບ້ານອາຊີງ ເມືອງສະໝ້ວຍ ແຂວງສາຣະວັນກ່າວໃນມື້ດຽວກັນວ່າ:

ເຂົາໃຊ້ນໍ້າລິນ ນໍ້າຫ້ວຍນໍ້າຄອງເນາະ ບໍ່ໄດ້ສະອາດ ຕັກມາເຂົາກໍຕົ້ມ ເຂົາສິກິນ ເຂົາກໍຕົ້ມກັ່ນກອງເອົາ ບາງຄົນກໍບໍ່ໄດ້ກອງເຂົາຕົ້ມ ແລ້ວກໍກິນເລີຍ ຄັນມັນເປັນໄປໄດ້ຮອດນໍ້າປະປາພຸ້ນແຫຼະ ມັນກັ່ນກອງມັນສະອາດແດ່ ແນວຂ້າສອກຂ້າເຊື້ອ.

5 ປີຜ່ານມາຢູ່ບ້ານຕະມຸ ເມືອງໃໝ່ແຂວງຜົ້ງສາລີ ໄດ້ຮັບການສນັບສນູນ ຈາກໂຄງການສາກົນ ແລະຣັຖຕິດຕັ້ງລະບົບນໍ້າລິນ ວາງທໍ່ຕໍ່ນໍ້າຈາກປ່າດົງໃຫຍ່ເທິງພູດອຍ ເພື່ອໃຫ້ຊາວບ້ານມີນໍ້າໄວ້ໃຊ້ອຸປໂພກ-ບໍຣິໂພກຕລອດປີ ໂດຍມີຂຸມກັ່ນກອງຂີ້ເຫຍື້ອກ່ອນໄຫຼໄປຍັງທໍ່ນໍ້າລິນ ສູ່ຄົວເຮືອນຄັກແນ່. ຊຶ່ງຜ່ານມາກໍບໍ່ມີຜູ້ໃດເປັນຖອກທ້ອງ ຍ້ອນລະບົບນໍ້າລິນດັ່ງກ່າວ ເນື່ອງຈາກຕົ້ນນໍ້າເປັນປ່າດົງໃຫຍ່ ຊຶ່ງເປັນປ່າອະນຸຮັກຂອງທາງການບໍ່ມີການຖາງປ່າ, ເຜົາປ່າ, ໃຊ້ສານເຄມີເພື່ອເຮັດການຜລິດ ຈຶ່ງບໍ່ມີການປົນເປື້ອນໃດໆ, ແຕ່ຊາວບ້ານ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາສ້າງນໍ້າສະອາດ ແລະປອດພັຍໃຫ້ຊາວບ້ານແດ່ ຍ້ອນໃນໄລຍະລະດູຝົນ ນໍ້າລິນມັກຈະປົນເປື້ອນຂີ້ເຫຍື້ອ ເປັນສີນໍ້າຕານຕາມທັມມະຊາດ ຂອງນໍ້າທີ່ມາຈາກປ່າ ເຮັດໃຫ້ຕ້ອງໄດ້ຊື້ນໍ້າດື່ມ ຫຼືຕົ່ງນໍ້າໄວ້ດື່ມກ່ອນຮອດຣະດູຝົນ ແລະກັງວົນວ່າດື່ມນໍ້າລິນ ທີ່ບໍ່ໄດ້ຜ່ານກັ່ນກອງທີ່ໄດ້ມາຕຖານ ເປັນເວລາດົນຈະເຮັດໃຫ້ມີບັນຫາ ດ້ານສຸຂພາບໃນຕໍ່ໜ້າ.

ດັ່ງຊາວບ້ານຢູ່ບ້ານຕະມຸ ເມືອງໃໝ່ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນວ່າ:

ບໍ່ຕົ້ມກໍໄດ້ ແຕ່ວ່າກໍກີນເປັນປະຈຳເນາະ ແຕ່ວ່າໄປຕັກມາແລ້ວກໍມາກິນ ມັນກໍໃຊ້ໄປບໍ່ເປັນຫຍັງເດ້ ກໍກິນມາແຕ່ດົນແລ້ວ ໄປເຮັດຫົວງານມາເປັນຍອດຫ້ວຍ ຂຶ້ນແລ້ວກໍມີອັນໂຕຖັ່ງນໍ້າຈັ່ງສິນ່າ ຄືວ່າຂີ້ເຫຍື້ອຂີ້ຝຸ່ນນີ້ມັນໄຫຼມາ ມັນກໍໄປຖັ່ງໄວ້ຢູ່ບ່ອນຂຸມນໍາຊໍ້າຫັ້ນ ຄັນວ່າມີໂຄງການມາຊ່ອຍເຫຼືອ ເປັນຂ້າເຊື້ອບໍ່ຫຼືວ່າມີກັ່ນກອງມາກວດ ເປັນນໍ້າສະອາດນຳດີກໍຢາກມາໃຫ້ພັທນາຕື່ມ.

ເຖິງຢ່າງໃດກໍຕາມ ໂຄງການສນັບສນູນລະບົບນໍ້າລິນຂັ້ນພື້ນຖານ ແລະນໍ້າສະອາດໃນ 5 ແຂວງ ຄືແຂວງຊຽງຂວາງ, ຜົ້ງສາລີ, ສວັນນະເຂດ, ສາຣະວັນ ແລະ ອັດຕະປື ຂອງອົງການ UNICEF LAOS ການດຳເນີນແມ່ນສິ້ນສຸດລົງໃນປີ 2021 ເບື້ອງຕົ້ນອົງການ UNICEF LAOS ກຳລັງຢູ່ໃນຂັ້ນຕອນປຶກສາຫາລື ແລະຄາດວ່າໃນ 5 ແຂວງດັ່ງກ່າວຈະໄດ້ຮັບການສນັບສນູນຕື່ມອີກ 5 ປີຂ້າງໜ້າເພື່ອເຮັດໃຫ້ເດັກນ້ອຍ ແລະປະຊາຊົນໄດ້ມີນໍ້າຂັ້ນພື້ນຖານ ແລະນໍ້າສະອາດໄວ້ອຸປໂພກ-ບໍຣິໂພກ ແຕ່ຍັງບໍ່ມີຣາຍລະອຽດຈະແຈ້ງວ່າ ຈະເປັນໄປໃນຮູບແບບໃດ.

ຫາກໍຊິແລ້ວ ແແຜນ 5 ປີ ແລ້ວ. ແຜນ 5 ປີຄັ້ງຕໍ່ໄປນີ້ຍັງບໍ່ທັນເລືອກເອົາແຂວງໃໝ່ເທື່ອ ແລະຍັງເຮັດວຽກຢູ່ແຂວງເກົ່າ ມີຜົ້ງສາລີ, ຊຽງຂວາງ, ສວັນນະເຂດ, ສາຣະວັນ, ອັດຕະປື ຜູ້ໃຫ້ທຶນທາງ UNICEF ເພິ່ນຍັງສນັບສນູນ ແຂວງດັ່ງກ່າວຢູ່ ຍັງບໍ່ທັນໄດ້ມີຣາຍລະອຽດ.

ນອກຈາກນີ້ ຍານາງ ອີນາ ນາຊີວໂອນີແຕ ເອກອັກຄະຣັຖທູດ ສະຫະພາບຢູ່ໂຣບ ປະຈຳປະເທດລາວໄດ້ກ່າວຕໍ່ກອງປະຊຸມ ເຜີຍແຜ່ການຄົ້ນຄ້ວາປະຈຳປີໃນວັນທີ 26 ເມສາວ່າ ການເພີ່ມທຶນຂອງພາກຣັຖ ໃຫ້ແກ່ວຽກງານໂພສະນາການ ແມ່ນສຳຄັນຫຼາຍເພື່ອເຮັດໃຫ້ຜົລສຳເຣັດ ໃນຊຸມປີທີ່ຜ່ານມາໃຫ້ມີຄວາມຍີືນຍົງ, ການດຳເນີນການຂອງແຜນປະຕິບັດງານແຫ່ງຊາດ ດ້ານໂພສະນາການໃໝ່ ປີ 2021-2025 ໄດ້ຮຽກຮ້ອງໃຫ້ມີຄວາມມຸ້ງໝັ້ນ ແລະ ການລົງທຶນທີ່ເຂັ້ມແຂງຂຶ້ນ ເພື່ອໃຫ້ບັນລຸເປົ້າໝາຍວາງເອົາໄວ້.

ຂະນະທີ່ ຍານາງ ເປຍ ລີເບວໂລ ບີຣໂຕ ຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈຳປະເທດລາວ ກ່າວຕໍ່ກອງປະຊຸມເຜີຍແຜ່ ການຄົ້ນຄ້ວາປະຈຳປີໃນວັນທີ 26 ເມສາວ່າ ປະເທດລາວໄດ້ກະກຽມຫຼຸດພົ້ນອອກຈາກ ປະເທດດ້ອຍພັທນາ ຈຳເປັນຕ້ອງມີການປະຕິບັດຫຼາຍຂແນງການ ຢ່າງຮອບດ້ານ ແລະກ້ວາງຂວາງ ເພື່ອໃຫ້ວຽກງານໂພສະນາການ ຂອງເດັກນ້ອຍ ແລະແມ່ມີສຸຂພາບທີ່ດີ ແລະປອດພັຍຊຶ່ງການມີນໍ້າຂັ້ນພື້ນຖານ ແລະການມີນໍ້າສະອາດໄວ້ໃຊ້ ພາຍໃນຄົວເຮືອນແມ່ນສຳຄັນຄືກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.