ສູນປິ່ນປົວໂຣຄເອສຈະມີຕື່ມທີ່ ຂ.ຫົວພັນ

ສິດນີ
2014.03.06
F-hiv ການຝຶກອົບຮົມ ຕ້ານເຊື້ອໂຣຄ HIV/Aids ຂອງພະນັກງານ ພາກສ່ວນ ທີ່ກ່ຽວຂ້ອງ ທີ່ແຂວງ ອຸດົມໄຊ ສປປ ລາວ (ຮູປຖ່າຍ 8/17/2010)
UNODC

 

ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນື່ງ ເວົ້າວ່າ ໃນປີ 2014 ນີ້ ທາງການລາວ ຈະສ້າງສູນ ປີ່ນປົວ ຜູ້ຕິດເຊື້ອ HIV/AIDS ແຫ່ງທີ 10 ຂື້ນ ທີ່ແຂວງ ຫົວພັນ ພາກເຫນືອ ຂອງລາວ:

"ແຂວງຫົວພັນ ມັນມີການ ສັກ ຢາເສພຕິດ ເຂົ້າໃນ ເສັ້ນເລືອດ ແລ້ວດຽວນີ້ ພວກເຮົາ ໄດ້ເຂົ້າໄປ ສຳຣວດແລ້ວ ແລ້ວຈະ ຂຍາຍຈຸດ ປີ່ນປົວ ນັ້ນໄປເປັນ ກີ່ງ ສາຂາ ນື່ງອີກ ຢູ່ແຂວງ ຫົວພັນ".

ທ່ານ ກ່າວຕື່ມວ່າ ຫລັງຈາກສົ່ງ ເຈົ້າຫນ້າທີ່ ລົງໄປ ສຳຣວດ ຂໍ້ມູນ ພົບວ່າ ໃນແຂວງ ຫົວພັນ ມີຜູ້ຕິດ ເຊື້ອ HIV ຈາກການໃຊ້ ສານເສບຕິດ ຢ່າງ ຫຼວງຫຼາຍ ຜູ້ປ່ວຍ ເຫລົ່ານັ້ນ ມີຄວາມຢ້ານ ທີ່ຈະເຂົ້າ ໄປປີ່ນປົວ ໃນໂຮງຫມໍ ທົ່ວໄປ ຫລື ໃນໂຮງຫມໍ ຕ່າງແຂວງ ຍ້ອນການ ໃຊ້ ຢາເສບຕິດ ເປັນເຣື້ອງ ຜິດກົດຫມາຍ.

ການເປີດສູນ ປີ່ນປົວ ແຫ່ງນີ້ ຈະເຮັດໃຫ້ ຜູ້ຕິດເຊື້ອ ມີຄວາມ ສບາຍໃຈ ໃນການ ເຂົ້າມາປີ່ນປົວ ໂດຍບໍ່ຕ້ອງ ເປີດເຜີຍ ຂໍ້ມູນ ເຣື້ອງ ຢາເສບຕິດ. ສູນ ປີ່ນປົວ ດັ່ງກ່າວ ຈະສ້າງຂື້ນ ໃນເດືອນ 7 ປີນີ້ ທາງການ ຈະສົ່ງ ເຈົ້າຫນ້າທີ່ ໄປຝືກ ອົບຮົມ ການປີ່ນປົວ ເຊື້ອໂຣຄ ດັ່ງກ່າວ ທີ່ ນະຄອນຫລວງ ວຽງຈັນ ຄາດວ່າ ຈະສາມາດ ເປີດສູນ ປີ່ນປົວ ໂຣຄ HIV ທີ່ ແຂວງຫົວພັນ ໄດ້ ໃນທ້າຍ ປີນີ້.

ຈາກປີ 1990 ຫາປີ 2013 ໃນລາວ ມີຄົນຕິດ ເຊື້ອໂຣຄ HIV ກວ່າ 6 ພັນຄົນ ໃນນັ້ນ ມີຜູ້ເປັນ ໂຣຄເອສ 3 ພັນກວ່າຄົນ ແລະ ໄດ້ເສັຽຊີວີດ ໄປແລ້ວ ນຶ່ງພັນ ກວ່າຄົນ. ໃນປີ 2013 ມີຜູ້ຕິດເຊື້ອ HIV ໃຫມ່ປະມານ 613 ຄົນ.

ປັດຈຸບັນ ມີສູນ ປີ່ນປົວໂຣຄ HIV 9 ແຫ່ງຄື ສອງແຫ່ງ ຢູ່ ນະຄອນຫລວງ ວຽງຈັນ ສອງແຫ່ງຢູ່ ແຂວງ ບໍ່ແກ້ວ, ແຂວງ ຫລວງພຣະບາງ ສວັນນະເຂດ ຈຳປາສັກ ຫລວງນ້ຳທາ ແລະ ຄຳມ່ວນ ແຂວງລະນື່ງແຫ່ງ. ແຂວງຫົວພັນ ເປັນແຫ່ງທີ ສິບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.