ຄົນງານລາວຢູ່ໄທຍ ຕິດເຊື້ອ ໂຄວິດ-19

ສຸພັດຕາ
2021.05.24
ຄົນງານລາວຢູ່ໄທຍ ຕິດເຊື້ອ ໂຄວິດ-19 ທ້າວຄອນ ອາຍຸ 30 ປີ ຈາກ ແຂວງຈໍາປາສັກ ເຮັດວຽກເປັນຄົນສວນ ໃນບໍຣິສັດຮັບຈ້າງ ຕົບແຕ່ງສວນ ຢູ່ ບາງກອກ ປະເທດໄທຍ ທີ່ ຕິດເຊື້ອໂຄວິດ-19, ແຕ່ໄດ້ຄອງຖ້າ ການໄປປິ່ນປົວ ຈຶ່ງກັກໂຕຢູ່ຫໍພັກ ຫຼາຍມື້ ຈຶ່ງໄດ້ໄປປິ່ນປົວ ຢູ່ໂຮງໝໍ.
RFA

ຄົນງານລາວ ຊື່ ທ້າວຄອນ ອາຍຸ 30 ປີ ຈາກ ແຂວງຈໍາປາສັກ ຊຶ່ງເຮັດວຽກເປັນຄົນສວນ ໃຫ້ກັບບໍຣິສັດຮັບຈ້າງຕົບແຕ່ງສວນ ຢູ່ ບາງກອກ ປະເທດໄທຍ ຢ່າງຖືກຕ້ອງຕາມກົດໝາຍ ແລ້ວຕິດເຊື້ອໂຄວິດ-19, ລາວໄດ້ຮູ້ຜົນການກວດຢັ້ງຢືນຈາກແພດ ໃນມື້ວັນທີ 18 ພຶສພາ 2021.

ປັດຈຸບັນ ທ້າວຄອນ ຍັງລໍຖ້າເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາຮັບໄປປິ່ນປົວຢູ່, ແຕ່ໝູ່ຂອງລາວອີກ 4 ຄົນ ທີ່ຮູ້ຜົນກວດໃນມື້ດຽວກັນນັ້ນ, ແມ່ນໄດ້ໄປປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ ສນາມເປັນທີ່ຮຽບຮ້ອຍແລ້ວ, ດັ່ງ ທ້າວຄອນ ໄດ້ເວົ້າກັບວິທຍຸເອເຊັຽເສຣີ ໃນ ວັນທີ 24 ພຶສພາ ນີ້ວ່າ:

“ກະຢາກໃຫ້ຊ່ວຍເຫຼືອ ທາງໂຮງບານ ມາຮັບໄປຮັກສາ ຕາມຂະບວນການນັ້ນແຫຼະ ຜົລອອກວັນທີ່ 18 ກະລໍຣົດມາ 5-6 ວັນມານີ້ ບໍ່ເຫັນມີຄົນມາຮັບ, ປະມານ 4 ຄົນ ຕິດນ່ະ ແຕ່ເຂົາໄປໝົດແລ້ວ ກໍຍັງເຫຼືອແຕ່ຂ້ອຍຜູ້ດຽວນີ້.”

ທ້າວຄອນ ເວົ້າຕື່ມວ່າ ໂຕເອງມີອາການໄຂ້ຂຶ້ນສູງ, ເຈັບທ້ອງ, ເຈັບຄໍ, ຫັນໃຈແລ້ວເມື່ອຍ ແລະ ລີ້ນກໍບໍ່ຮູ້ຣົດຊາດອາຫານ ຕັ້ງແຕ່ ວັນທີ 9 ພຶສພາ ຈົນຮອດວັນທີ 10 ພຶສພາ 2021 ຍ່າງໄປມາໃສກໍບໍ່ໄດ້ ຕົນຈຶ່ງໄດ້ລາພັກວຽກ, ພໍມາຮອດວັນທີ 15 ພຶສພາ 2021 ໝູ່ທີ່ເຮັດວຽກນໍາກັນ ໄດ້ໂທມາບອກວ່າ ລາວຕິດເຊື້ອໂຄວິດ-19, ຕົນຈຶ່ງໄປກວດຫາເຊື້ອ ໂຄວິດ-19 ຢູ່ທີ່ໂຮງໝໍຣາຊວິຖີ ບາງກອກ ແລ້ວຜົນກວດອອກມາ ວ່າຕິດເຊື້ອໂຄວິດ-19 ໃນວັນທີ 18 ພຶສພາ 2021 ຕົນຈຶ່ງກັກໂຕຢູ່ຫ້ອງພັກ ແລະ ລໍຖ້າເຈົ້າໜ້າທີ່ ເອົາຣົດ ໂຮງໝໍມາຮັບ ໄປປິ່ນປົວຢູ່ໂຮງໝໍສນາມ ຕໍ່ໄປ. ປັດຈຸບັນ ອາການດັ່ງກ່າວຂອງຕົນ ແມ່ນດີຂຶ້ນແດ່ແລ້ວ ເນື່ອງຈາກໄດ້ກິນຢາ ແລະ ກັກໂຕຢູ່ໃນຫ້ອງດ້ວຍຕົນເອງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພຍາດຕິດເຊື້ອ ທາງເດີນຫາຍໃຈ ສ່ວນເທິງແບບກະທັນຫັນ ໂຮງໝໍຣາຊວິຖີ ບາງກອກ ກ່າວວ່າ ຂໍ້ມູລຂອງຄົນໄຂ້ ຄື ທ້າວຄອນ ນັ້ນໄດ້ສົ່ງໃຫ້ ສາຍດ່ວນສະເພາະກິຈ ກົມຄວບຄຸມໂຣຄ ກະຊວງສາທາຣະນະສຸຂ ແລ້ວ, ຫຼັງຈາກ ນັ້ນເມື່ອຄົນໄຂ້ກວດໂຄວິດ-19 ແລ້ວຮູ້ຜົນທາງໂຮງໝໍ ທີ່ຄົນໄຂ້ໄປກວດຫາເຊື້ອໂຄວິດ-19 ຈະໂທແຈ້ງຄົນໄຂ້ ເຖິງຄວາມຄືບໜ້າ ໃນການປະກອບເອກສານສົ່ງໂຕໄປ ທີ່ໂຮງໝໍສນາມ ທີ່ມີຕຽງຖ້າຮັບ ຜູ້ປ່ວຍໂຄວິດ-19 ທີ່ມີສາຍດ່ວນສະເພາະກິຈ ເປັນຜູ້ດໍາເນີນ ການໃຫ້ຢູ່, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອັນດັບທໍາອິດ ມາກວດໂຄວິດ ພໍຮູ້ຜົນ ໂຮງໝໍຈະໂທຫາຄົນໄຂ້ ຖ້າບໍ່ມີອາການໜັກ ໂຮງໝໍຈະສົ່ງຂໍ້ມູລ ໄປທີ່ 1668.”

ເຈົ້າໜ້າທີ່ສາຍດ່ວນ ສະເພາະກິຈ 1668 ກົມຄວບຄຸມໂຣຄ ກະຊວງສາທາຣະນະສຸຂ ກ່າວວ່າ ໃນກໍຣະນີຂອງ ທ້າວຄອນ ນີ້ທາງ ສາຍດ່ວນສະເພາະກິຈ ໄດ້ຕິດຕໍ່ຫາໂຮງໝໍສນາມ ທີ່ມີຕຽງຜູ້ປ່ວຍໂຄວິດ-19 ວ່າງເພື່ອໄປຮັບ ທ້າວຄອນ ເຂົ້າມາຮັບການປິ່ນປົວ ແລ້ວ, ແຕ່ປັດຈຸບັນ ໂຮງໝໍສນາມນັ້ນ ກໍຍັງບໍ່ໄດ້ຮັບເທື່ອ ຈຶ່ງຢາກໃຫ້ ທ້າວຄອນ ລໍຖ້າໄປກ່ອນ ແລະ ຈະຕິດຕາມການຊອກຫາ ໂຮງໝໍສນາມ ປິ່ນປົວໃຫ້ຕື່ມ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ທາງ 1668 ໄດ້ຕິດຕໍ່ກັບທາງໂຮງໝໍ ສນາມໄປແລ້ວ ຕໍ່ໄປກໍແມ່ນລໍຖ້າໂຮງໝໍສນາມ ຕິດຕໍ່ກັບໄປຫາຜູ້ປ່ວຍ ຢ່າງໃດກໍຕາມຈະ ຕິດຕໍ່ຕາມເຣື່ອງນີ້ໃຫ້ຕື່ມ ຄວາມເປັນຈິງແລ້ວ ຕອນນີ້ ທາງໂຮງໝໍສນາມ ສະຖານະການ Case ກໍແມ່ນຕ້ອງລໍຖ້າທາງໂຮງໝໍ ສນາມ ຢ່າງດຽວເລີຍ.”

ເຈົ້າໜ້າທີ່ສັງຄົມສົງເຄາະ ຜູ້ປະສານງານຣະຫວ່າງ ສາຍດ່ວນສະເພາະກິຈ ກັບ ທ້າວຄອນ ຜູ້ບໍ່ປະສົງອອກຊື່ແລະສຽງກ່າວວ່າ ກໍຣະນີຂອງ ທ້າວຄອນ ຖືວ່າເປັນກໍຣະນີ ທີ່ຊອກຫາ ໂຮງໝໍສນາມ ໃຫ້ໄດ້ຮັບການປິ່ນປົວດົນທີ່ສຸດ ປົກກະຕິ ກໍຣະນີອື່ນແມ່ນ ໃຊ້ເວລາ 2 ມື້ ພາຍຫຼັງຜົນກວດໂຄວິດ-19 ອອກມາເປັນບວກ ກໍໄດ້ຕຽງປິ່ນປົວ ຢູ່ໂຮງໝໍສນາມເລີຍ.

ພ້ອມດຽວກັນນີ້ ໂຕເອງ ກໍໄດ້ເລັ່ງຕິດຕາມກໍຣະນີ ຂອງ ທ້າວຄອນ ຢ່າງຕໍ່ເນື່ອງ ບໍ່ໄດ້ນີ້ງນອນໃຈແຕ່ຢ່າງໃດ ເນື່ອງຈາກກັງວົນຕໍ່ ຄວາມປອດພັຍຂອງຫໍພັກທີ່ ທ້າວຄອນ ພັກຢູ່ອາຈມີຜູ້ອາສັຍສ່ຽງຕິດ ເຊື້ອໂຄວິດ-19 ເພີ່ມຂຶ້ນເຖິງແມ່ນວ່າ ທ້າວຄອນ ຈະກັກໂຕ ຢູ່ແຕ່ຫ້ອງ ກໍຕາມ, ແຕ່ຜູ້ອື່ນພາຍໃນຫໍພັກ ກໍບໍ່ມີຄວາມສະບາຍໃຈ, ດັ່ງທ່ານກ່າວວ່າ:

“ຕາມທີ່ປະສານມາຄື ທ້າວຄອນ ດົນກວ່າໝູ່ແລ້ວບໍ່ຮູ້ເປັນຫຍັງ ຍ້ອນວ່າປົກກະຕິ 2 ມື້ຈະໄດ້ຕຽງປິ່ນປົວຂອງ ທ້າວຄອນ ສາຍດ່ວນ ສະເພາະກິຈ ຮັບເຣື່ອງໄປຕັ້ງແຕ່ ມື້ວັນທີ 21 ພຶສພາ 2021 ແລ້ວ. ແລ້ວກໍເວົ້າວ່າ ສົ່ງເຣື່ອງ ທ້າວຄອນ ໄປໃຫ້ໂຮງໝໍສນາມ ຕັ້ງແຕ່ວັນທີ່ 21 ພຶສພາ 2021 ແລ້ວພາຍໃນ 2 ມື້ ຈະຕ້ອງເອົາຣົດມາຮັບເອົາ ທ້າວຄອນ ແລ້ວ, ຫຼື ທ້າວຄອນ ບໍ່ໄດ້ມີອາການ ຮຸນແຮງ ຈຶ່ງປ່ອຍຕຽງ ໄປໃຫ້ຄົນ ທີ່ມີອາການຮຸນແຮງໄປກ່ອນບໍ, ແຕ່ວ່າ ທ້າວຄອນ ຢູ່ໃນຫໍພັກ ເຈົ້າຂອງຫໍພັກ ກໍຮ້ອນໃຈ ແລະ ຄົນໃນເຂດຫໍພັກ ກະບໍ່ກ້າ ເຮັດອິຫຍັງ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າຫຼ້າສຸດນີ້ ເວລາ 13:00 ໂມງ ຂອງວັນທີ 24 ພຶສພາ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ ສາຍດ່ວນສະເພາະກິຈ ກໍໄດ້ຮັບຄໍາຕອບມາວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ຈະເລັ່ງຊອກຕຽງທີ່ວ່າງໃຫ້ທ້າວຄອນ ເນື່ອງຈາກທ້າວຄອນ ຕິດເຊື້ອໂຄວິດ-19 ມາດົນແລ້ວ, ແຕ່ຜູ້ຕິດໂຄວິດ-19 ຕາມຫຼັງ ພັດໄດ້ເຂົ້າຮັບການປິ່ນປົວ ທີ່ໂຮງໝໍສນາມແລ້ວ.

ຫຼ້າສຸດໃນມື້ດຽວກັນນີ້ ກໍມີຂ່າວວ່າ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ມາຮັບ ທ້າວຄອນ ໄປປິ່ນປົວ ຢູ່ທີ່ໂຮງໝໍສນາມ ເປັນທີ່ຮຽບ ຮ້ອຍແລ້ວ.

ອີງຕາມການຣາຍງານ ຂອງສູນບໍຣິການ ສະຖານະການ ໂຄວິດ-19 ຣະບຸວ່າ ວັນທີ່ 24 ພຶສພາ 2021 ມີຜູ້ປ່ວຍຕິດເຊື້ອໂຄວິດ-19 ໃນປະເທດໄທຍ ເພີ່ມຂຶ້ນ 2,713 ຄົນ, ມີຜູ້ປ່ວຍຢືນຢັນ ຕິດເຊື້ອໂຄວິດ-19 ສະສົມ ທັງໝົດ 132,213 ຄົນ.

ສໍາລັບຄົນງານລາວ ທີ່ ເຮັດວຽກຢູ່ໄທຍ ແລະ ຕິດເຊື້ອໂຄວິດ-19 ມີທັງໝົດຈັກຄົນນັ້ນ ຍັງບໍ່ສາມາດຮິບໂຮມຂໍ້ມູລໄດ້ ຢ່າງຣະອຽດ ເທື່ອ, ແຕ່ຢືນຢັນວ່າມີຄົນງານລາວ ທີ່ເຮັດວຽກຢູ່ໄທຍ ຕິດເຊື້ອໂຄວິດ-19 ເປັນຈໍານວນຫຼາຍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.