ການວາງແຜນຄອບຄົວຍັງ ບໍ່ເຖິງ ຊົນເຜົ່າ

ໄຊຍາ
2018.07.16
F-Xiengkhuang ສະຫະພັນ ແມ່ຍິງ ແຂວງຊຽງຂວາງ ສປປ ລາວ
Screen captured : https://www.facebook.com/photo.php?fbid=114366229413835&set=a.114366239413834.1073741826.100025213755566&type=3&theater

ສະຫະພັນແມ່ຍິງແຂວງຊຽງຂວາງ ກຳລັງເຜີຍແຜ່ ອົບຮົມໃຫ້ຄວາມຮູ້ແມ່ຍິງ ເຣື່ອງການວາງແຜນຄອບຄົວ ໂດຍສະເພາະ ຜູ້ທີ່ຢູ່ໃນເຂດ ຊົນນະບົດ ໃຫ້ຮູ້ຈັກວິທີ ການວາງແຜນຄອບຄົວ ຫລື ການຄຸມກຳເນີດ ເພື່ອປ້ອງກັນການຖືພາ ກ່ອນອາຍຸ 18 ປີ ແລະ ປ້ອງກັນການມີ ຄອບຄົວ ແບບບໍ່ພ້ອມຂອງ ພໍ່ແມ່ໃນວັຍໜຸ່ມ ແລະເປັນການປ້ອງກັນ ອະນາມັຍ ໃນເພດຍິງດ້ວຍ.

ແຕ່ວຽກງານດັ່ງກ່າວ ຍັງພົບວ່າມີຂໍ້ຫຍຸ້ງຍາກ ເຣື່ອງພາສາໃນການຊື່ສານ ກັບກຸ່ມຊົນເຜົ່າໃນເຂດຫ່າງໄກສອກຫລີກ ເພາະເຂົາບໍ່ເຂົ້າໃຈ ພາສາລາວ ຄົນຮຸ່ນພໍ່ແມ່ ຂອງເຂົາບໍ່ໄດ້ຮຽນໜັງສື. ດັ່ງທ່ານກ່າວວ່າ:

"ຕົວເມືອງແທ້ກໍປະຕິບັດໄດ້ ສຳລັບຊົນນະບົດ ມັນມີບາງຊົນເຜົ່ານັ້ນບັນຫາເນາະ ອັນທີ່ນຶ່ງລະແມ່ນດ້ານພາສາ ຂະເຈົ້າບໍ່ຮູ້ພາສາ ແມ່ຍິງທີ່ ອາວຸໂສ ແມ່ຍິງທີ່ຮຸ່ນກາງ ບໍ່ໄດ້ພາສາບໍ່ໄດ້ຮໍ່າຮຽນ ບໍ່ໄດ້ຮັບການສຶກສາ ແຕ່ກ່ອນ; ອັນສອງມາກໍ່ແມ່ນເວົ້າເຣື່ອງ ຣະດັບຄວາມຮູ້ ຣະດັບ ການສຶກສາຕໍ່າເນາະ ຈົບ ປ2 ປ3 ຊື່ນ່າ ແລ້ວພັດດຽວບໍ່ຮຽນອີກ ມັນຍາກໂຕນີ້ລະເນາະ ອັນທີສອງຈຸດນີ້ລະ ມັນຍາກຢູ່ແຂວງນະ ອັນອື່ນກໍບໍ່ມີບັນຫາ."

ທ່ານ ອະທິບາຍຕື່ມວ່າ ຕ້ອງໃຊ້ເວລາຫລາຍຢູ່ ເພາະແຕ່ລະປະເພນີສັງຄົມ ເຂົາແຕກຕ່າງກັບເຮົາ ຕ້ອງຄ່ອຍໆເຮັດ ເຊິ່ງຜ່ານມາການລົງ ເຜີຍແຜ່ ຂອງເຈົ້າໜ້າທີ່ ປະມານ 3 ເດືອນຕໍ່ຄັ້ງ ເຫັນໄດ້ວ່າມີຜົນດີຂຶ້ນ ເພາະແມ່ຍິງ ອາຍຸຕໍ່າກວ່າ 18 ປີ ແຕ່ງດອງ ກ່ອນອາຍຸຫຼຸດລົງ ຈາກ ປິ 2107 ປະມານ 40% ດັ່ງທ່ານກ່າວວ່າ:

"ໄທເຮົາໄດ້ເອື້ອຍນ້ອງແມ່ຍິງ ພະນັກງານຮາກຖານ ໄດ້ລົງຊຸກຍູ້ສຶກສາອົບຮົົມຂະເຈົ້າ ແລະ ກໍຜູ້ປົກຄອງຫັ້ນ ໃຫ້ເຂົ້າໃຈກົດໝາຍຄອບຄົວ ລະກາ ກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ ເຮົານີ້ເນາະ ຖືວ່າການແຕ່ງກ່ອນອາຍຸ ນີ້ຖືວ່າຫລຸດລົງ ຈຳນວນຄົນ ແມ່ຍິງທົ່ວແຂວງນີ້ ແສນປາຍເນາະ ມັນຈະມີຢູ່ໃນປະມານ ທີ່ວ່າແຕ່ງກ່ອນອາຍຸ ຈະມີປະມານ 20% ນີ້ແຫລະ ມັນກໍ່ຫລຸດລົງ ກວ່າປີກາຍເກືອບ 40%."

ອີງຕາມຂໍ້ມູນ ຂອງອົງການສະຫະປະຊາຊາດ ຣະບຸວ່າ ໃນປີ 2012 ແມ່ຍິງລາວອາຍຸຕໍ່າກວ່າ 18 ປີ ແຕ່ງດອງ ແລະ ໃຫ້ກຳເນີດລູກ ຄິດເປັນ 19% ແລະ ແມ່ຍິງອາຍຸຕໍ່າກ່ວາ 15 ປີ ແຕ່ງດອງ ແລະ ກຳເນີດລູກ ຄິດເປັນ 3%

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.