ຂ.ຫົວພັນ ພຍາມຄວບຄຸມ ພຍາດ ປາກເປື່ອຍລົງເລັບ

ໄຊຍາ
2018.05.21
f-cow ໜາວນີ້ໃຫ້ຣະວັງໂຣຄ ທີ່ອາຈເກີດຈາກສັດລ້ຽງ ແລະ ສັດປີກ
RFA

ຫ້ອງການກະສິກັມ ແລະປ່າໄມ້ ເມືອງຊຳເໜືອ ແຂວງຫົວພັນ ຣາຍງານວ່າ ປັດຈຸບັນການຄວບຄຸມ ການແຜ່ລະບາດ ຂອງພຍາດ ປາກເປື່ອຍລົງເລັບ ຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະ ແມ່ນປະຊາຊົນ ຍັງບໍ່ປະຕິບັດຕາມຄຳສັ່ງຫ້າມ ເຄື່ອນຍ້າຍສັດລ້ຽງ ເຮັດໃຫ້ ການແຜ່ລະບາດ ຍັງມີຫລາຍຢູ່. ດັ່ງເຈົ້າໜ້າທີ່ ໄດ້ກ່າວວ່າ:

"ການຄຸ້ມຄອງກະຖືວ່າຂ້ອນຂ້າງ ມີຄວາມຫຍຸ້ງຍາກເນາະ ເພາະວ່ານຶ່ງແມ່ນເຣື່ອງ ການນຳສັດເຂົ້າອອກນີ້ນະ ກໍ່ຍັງມີການລັກລອບເນາະ ນຳເຂົ້າມາແຕ່ເມືອງອື່ນ ຫລືວ່າເອົາເມືອງເຮົາ ອອກໄປຫາ ຖືວ່າຄວາມເອົາໃຈໃສ່ ຄວາມຮັບຮູ້ຂອງປະຊາຊົນ ກະຖືວ່າຍັງຈຳກັດຢູ່ ວ່າຊັ້ນສະ."

ທ່ານ ກ່າວຕື່ມວ່າ ວຽກງານປິ່ນປົວສັດລ້ຽງ ທີ່ຕິດເຊື້ອພຍາດປາກເປື່ອຍລົງເລັບ ກໍ່ມີຄວາມຫຍຸ້ງຍາກ ເຊັ່ນດຽວກັນ ຍ້ອນຈຳນວນ ພະນັກງານ ທີ່ເຮັດວຽກພາກສນາມມີປະມານ 4-5 ຄົນເທົ່ານັ້ນ ແລະຢາກັບອຸປກອນກໍບໍ່ພຽງພໍ ຊຶ່ງທາງຫ້ອງການ ກໍບໍ່ມີງົບປະມານ ຖ້າເປັນໄປໄດ້ຢາກໃຫ້ ຂັ້ນເທິງສນອງການຊ່ອຍເຫລືອ ແບບຮີບດ່ວນ.

ປັດຈຸບັນ ຫ້ອງການປົກຄອງເມືອງຊຳເໜືອ ໄດ້ອອກຄຳສັ່ງຫ້າມເຄື່ອນຍ້າຍ ແລະບໍຣິໂພຄ ງົວ, ຄວາຍ, ໝູແລະແບ້ ຮວມໄປເຖິງ ສັ່ງໃຫ້ໂຮງຂ້າສັດ ຢຸດເຊົາການຂ້າສັດ ໄປຈົນກວ່າທາງການ ຈະຄວບຄຸມການແຜ່ລະບາດ ຂອງພຍາດປາກເປື່ອຍລົງເລັບ ໄດ້.

ຫ້ອງການກະສິກັມ ແລະປ່າໄມ້ ເມືອງຊໍາເໜືອ ຣາຍງານຕື່ມວ່າ ນັບຕັ້ງແຕ່ເດືອນ ມົກກະຣາ 2018 ມາເຖິງປັດຈຸບັນ ມີສັດລ້ຽງຕາຍ ຍ້ອນພຍາດປາກເປື່ອຍລົງເລັບ ຫລາຍກ່ວາ 700 ໂຕ ແລະ ມີສັດທີ່ຕິດເຊື້ອພຍາດອີກ ປະມານ 9,500 ໂຕ. ເຊື້ອພຍາດ ດັ່ງກ່າວຍັງຄົງ ແຜ່ຣະບາດຢູ່ໃນເມືອງຊຳເໜືອ ແຂວງຫົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.