30 ພັນກີບປົວທຸກພຍາດ

ສິດນີ
2017.09.29
f-hospital ໂຮງໝໍ ເມືອງອາດສະພອນ ແຂວງສວັນນະເຂດ
RFA/TP

ຣັຖບານລາວໄດ້ອະນຸມັດເງີນ ເຂົ້າໃນກອງທຶນ ປະກັນສຸຂພາບ 180 ຕື້ກີບ ເພື່ອໃຊ້ໃນໂຄງການ 30 ພັນກີບປົວທຸກພຍາດ ໃນຈຳນວນ 16 ແຂວງທົ່ວປະເທດ ຍົກເວັ້ນແຂວງ ຫລວງພຣະບາງ ແລະ ນະຄອນຫລວງວຽງຈັນ ທີ່ກຳລັງສ້າງຕັ້ງ ໂຄງການດັ່ງກ່າວ ຍັງບໍ່ທັນແລ້ວ. ແຜນການ 30 ພັນກີບ ປົວໄດ້ທຸກພຍາດ ເປັນແຜນການ ຂອງຣັຖບານໃນ ຈຸດປະສົງ ຢາກໃຫ້ປະຊາຊົນລາວ ທົ່ວປະເທດ ສາມາດເຂົ້າ ເຖີງການປີ່ນປົວຂອງ ສາທາຣະນະສຸກໄດ້. ດັ່ງເຈົ້າຫນ້າທີ່ ຜແນກປະກັນສຸຂພາບແຫ່ງຊາດ ກະຊວງສາທາຣະນະສຸກ ທ່ານນຶ່ງກ່າວໃນ ມື້ວັນທີ 28 ກັນຍາ ນີ້ວ່າ:

"ງົບປະມານຂອງຣັຖບານ ເລີຍຕົວນີ້ ເພາະວ່າຕົວນີ້ ທຸກໆປະເທດທີ່ຈະເຣີນແລ້ວ ແມ່ນໃຊ້ຕົວນີ້ຫມົດແລ້ວ ປະເທດລາວ ກຳລັງຊີ່ກ້າວ ໄປສູ່ຕົວນັ້ນ ປະກັນສຸຂພາບ ທຸກຖ້ວນຫນ້າ 30 ພັນກີບນີ້ ບໍ່ໄດ້ຫມາຍຄວາມວ່າ ຣັຖກອນ, ອປລ ອປສ ຜູ້ອອກແຮງງານ ບໍ່ແມ່ນໃດ ຕົວນີ້ເພີ່ນໃຫ້ ສະເພາະ ປະຊາຊົນ ຜູ້ທີ່ວ່າເປັນ ປະຊາຊົນ ບໍ່ໄດ້ຂື້ນກັບ ອົງການຈັດຕັ້ງ ແມ່ນສາມາດ ຖືປື້ມ ສຳມະໂນຄົວ ບັດປະຈຳ ຕົວເຂົ້າໄປໃຊ້ ບໍຣິການ ໄດ້ເລີຍ".

ທ່ານກ່າວຕື່ມວ່າໂຄງການ 30 ພັນກີບປົວທຸກພຍາດ ເປັນໂຄງການເພື່ອໃຫ້ ໂອກາດແກ່ປະຊາຊົນຜູ້ທຸກຍາກ ໃນແຂວງນັ້ນໄດ້ເຂົ້າເຖີງ ການບໍຣິການ ທາງດ້ານ ສາທາຣະນະສຸກ ພຽງແຕ່ເອົາບັດປະຈຳຕົວ ຫລື ໃບສຳມະໂນຄົວ ໄປຫາສຸຂສາລາ ຫລື ໂຮງຫມໍຣັດ ໃນເຂດ ທີ່ຕົນອາສັຍຢູ່ ກໍສາມາດປີ່ນປົວໄດ້ ຍົກເວັ້ນພຍາດ ທີ່ຮ້າຍແຮງ ທີ່ຈະມີຄ່າໃຊ້ຈ່າຍສຸງ ເປັນຕົ້ນ ໂຣຄມະເຮັງ ພຍາດຕິດຕໍ່ ໂຣຄຫົວໃຈ ແລະການຜ່າຕັດ ປະເພດຕ່າງໆ. ສາເຫດທີ່ບໍ່ສາມາດປີ່ນປົວ ໂຣຄຮ້າຍແຮງ ໄດ້ນັ້ນ ຍ້ອນງົບປະມານ ມີຂອບເຂດຈຳກັດ.

ກອງທຶນປະກັນສຸຂພາບ 30 ພັນກີບປີ່ນປົວທຸກພຍາດ ເລີ້ມປະຕິບັດມາແຕ່ປີ 2016 ໄດ້ເປີດບໍຣິການ ຂັ້ນທຳອິດໃນຈຳນວນ 10 ແຂວງ ແລະ ໃນເດືອນກັນຍາປີ 2017 ຈະຂຍາຍ ໃຫ້ຄົບ 16 ແຂວງໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.