ຂ.ອຸດົມໄຊ ສັ່ງປິດ ຄລີນິກ ຈີນ

ໄຊຍາ
2018.06.04
f-clinic ຕົວຢ່າງ ຄລີນິກຂອງໝໍຈີນ ໃນແຂວງພາກເໜືອຂອງ ສປປ ລາວ
RFA/VD

ຄລີນິກຈີນ 3 ແຫ່ງ ຢູ່ເມືອງໄຊ ແຂວງອຸດົມໄຊ ທີ່ິຣະເມີດຄຳສັ່ງ ຂອງທາງການລາວ ໄດ້ຖືກປີດຢ່າງຖາວອນ ນັບແຕ່ກາງເດືອນພຶສພາ ເປັນຕົ້ນມາ ຊຶ່ງເຈົ້າໜ້າທີ່ຜແນກສາທາຣະນະສຸກ ຮ່ວມກັບຜແນກປ້ອງກັນຄວາມສງົບ ແຂວງອຸດົມໄຊໄດ້ເຂົ້າໄປ ກວດກາ ພ້ອມສັ່ງປິດ ເດັດຂາດ ແລະໄດ້ຍຶດຢາປີ່ນປົວ ອຸປກອນການແພດຈຳນວນນຶ່ງມາກວດສອບຕື່ມ ຕາມການຊີ້ແຈງຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຍເສຣີວ່າ:

"ປິດໝົດແລ້ວເດ ຂະເຈົ້າໄປລົງກວດກາເນາະ ປະຕິບັດຣະບຽບການ ວັນທີ 15 ຫາ ວັນທີ 17 ເດືອນຫ້າເນາະໄປເຮັດນະ ເຂົາຍຶດເອົາຢາ ໝົດ ຢາອຸປກອນການແພດຫັ້ນນະ ມາໄວ້ແລ້ວບາດນີ້ເຮົາກະຂໍຄຳເຫັນ ຈາກຂັ້ນເທິງວ່າ ຊິເຮັດແນວໃດຕໍ່."

ເຈົ້າໜ້າທີ່ກ່າວຕື່ມວ່າ ຜແນກສາທາຣະນະສຸກ ໄດ້ຂໍຄຳເຫັນຈາກທາງການນໍາຂັ້ນແຂວງ ເພື່ອຂໍຄຳສັ່ງປັບໃໝເຈົ້າຂອງຄລີນິກ ຈີນ ຫລັງຈາກ ສັ່ງປິດຍ້ອນພວກເຂົາເຈົ້າ ໄດ້ລະເມີດຄຳສັ່ງຂອງທາງການ ໂດຍການເລື່ອນເວລາປິດຄລີນິກ ໄປຫລາຍເທື່ອແລ້ວ ຕັ້ງແຕ່ທ້າຍ ປີ 2017 ມາຮອດເດືອນພຶສພາ ປີ 2018 ແຕ່ທາງຂັ້ນເທິງ ຍັງບໍ່ໃຫ້ຄຳຕອບ ວ່າຈະປັບໃໝແນວໃດ.

ເຖິງຢ່າງໃດກໍ່ຕາມເຈົ້າຂອງຄລີນິກທັງ 3 ແຫ່ງ ດັ່ງກ່າວ ຍັງຄົງຢູ່ແຂວງອຸດົມໄຊ ແລະນຶ່ງໃນນັ້ນກໍມີຈຸດປະສົງ ທີ່ຈະສ້າງໂຮງໝໍຂນາດນ້ອຍ ແທນຄລີນິກ ແຕ່ຕ້ອງໄດ້ມີໃບອະນຸຍາດ ຈາກກະຊວງສາທາຣະນະສຸກ ກ່ອນແລະຕ້ອງໄດ້ສະສາງຄວາມຜິດ ເກົ່າກ່ອນທີ່ຈະສ້າງໂຮງໝໍ ໃໝ່ໄດ້.

ຄລີນິກ ຂອງຊາວຕ່າງປະເທດຢູ່ແຂວງອຸດົມໄຊ ມີທັງໝົດ 6 ແຫ່ງ ໃນນັ້ນເມືອງໄຊ ມີ 4 ແຫ່ງ , ເມືອງນາໝໍ້ 1 ແຫ່ງ ແລະເມືອງຮຸນ 1 ແຫ່ງ. ມີຣາຍງານຕື່ມວ່າ ປັດຈຸບັນ ເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງອຸດົມໄຊ ຍັງໄດ້ກວດກາຄລີນິກ ຂອງຄົນລາວ ທົ່ວແຂວງ ຈຳນວນ 27 ແຫ່ງ ເພ່ືອຕິດຕາມ ແລະກວດກາເຣື່ອງການປີ່ນປົວ ເພື່ອຮັບປະກັນດ້ານຄວາມປອດໄພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.