ໝໍ ຖືກຕັດສິນຈຳຄຸກ 6 ເດືອນ

ອຸ່ນແກ້ວ ສຸກສະຫວັນ
2018.08.24
f-khounkham ງານຊາປະນາກິດສົບ ຂອງນາງ ຄູນຄຳ ທີ່ມາເກີດລູກ ຢູ່ໂຮງໝໍແຂວງສວັນນະເຂດ ແລະໄດ້ເສັຍຊີວິດ ໃນເດືອນ ພຶສຈິກາ ປີ 2017
Photo: ຍາດພີ່ນ້ອງຜູ້ເສັຍຊີວິດ ຖ່າຍໃນ ເດືອນພືສຈິກາ 2017

ສານ ແຂວງສະຫວັນນະເຂດ ໄດ້ຕັດສິນລົງໂທດ ຈຳຄຸກ ນາງ ປັດທຸມມາ ວິໄລວົງ ທີ່ເປັນ ທ່ານ ໝໍ ປະຈຳຢູ່ ໂຮງໝໍ ແຂວງສວັນນະເຂດ ເປັນເວລາ 6 ເດືອນ ຍ້ອນວ່າເຮັດໃຫ້ ນາງ ຄູນຄຳ ແມ່ຍິງທີ່ມາເກີດລູກ ຢູ່ໂຮງໝໍແຂວງສວັນນະເຂດ ເສັຍຊີວິດ ໃນເດືອນພຶສຈິກາ ປີ 2017.

ການຕັດສິນໄດ້ມີຂຶ້ນ ໃນວັນທີ 16 ສິງຫາ ປີ 2018 ທີ່ຜ່ານມາ ອີງຕາມຄຳຕັດສິນ ຂອງຄນະສານອາຍາປະຊາຊົນ ເຂດ 1 ແຂວງ ສວັນນະເຂດ ເລກທີ 022. ຄອບຄົວຜູ້ເສັຍຊີວິດ ໄດ້ຍືນຟ້ອງ ທ່ານ ໝໍ ຢູ່ໂຮງໝໍ ແຂວງສວັນນະເຂດ ໃນຕົ້ນປີ 2018 ໃນຂໍ້ຫາ ເລິ່ນເລີ້ ຕໍ່ການປະຕິບັດໜ້າທີ່ ຈົນເປັນເຫດເຮັດໃຫ້ຄົນ ທີ່ມາເກີດລູກ ຄື ນາງ ຄູນຄຳ ຕ້ອງເສັຍຊີວິດ.

ຫລັງຈາກສານຕັດສິນແລ້ວ ຄອບຄົວຜູ້ເສັຍຊີວິດ ໄດ້ຮັບຄ່າຊົດເຊີຍເປັນເງິນ 40 ລ້ານກີບ, ແຕ່ກໍບໍ່ກຸ້ມຄ່າກັບຊີວິດທີ່ເສັຍໄປ; ດັ່ງ ຍາດພີ່ນ້ອງ ຂອງຜູ້ເສັຍຊີວິດ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ສິງຫາ ວ່າ:

"ຫລັງຈາກສານຕັດສິນແລ້ວ ຄອບຄົວຂອງຜູ້ຕາຍ ກໍໄດ້ຮັບຄ່າຊົດເຊີຍ 40 ລ້ານ ກີບ ແລະ ຂໍໃຫ້ທຸກຢ່າງມັນຈົບລົງ, ແຕ່ນີ້ຕໍ່ໄປ ກໍຢາກໃຫ້ວົງການແພດ ມີການປັບປຸງ ໃຫ້ລະມັດລະວັງຫລາຍຂຶ້ນ ແລະບໍ່ຢາກໃຫ້ເຫດການ ແບບນີ້ເກີດຂຶ້ນກັບຄອບຄົວ ຄົນອື່ນອີກ ເພາະຖ້າເກີດເຫດການເສັຍຊີວິດແລ້ວ ການຈ່າຍຄ່າຊົດເຊີຍເທົ່າໃດ ມັນກໍບໍ່ກຸ້ມຄ່າ."

ຍາດພີ່ນ້ອງ ທ່ານນີ້ ກ່າວຕື່ມອີກວ່າ ເລື້ອງການຟ້ອງ ແມ່ນເພື່ອຢາກໃຫ້ເປັນຕົວຢ່າງແກ່ສັງຄົມ ວ່າໃນກໍຣະນີ ທີ່ເຮັດໃຫ້ຄົນເຈັບ ເສັຍຊີວິດ ດ້ວຍຄວາມປະໝາດ ທ່ານ ໝໍຜູ້ນັ້ນຈະຕ້ອງຮັບຜິດຊອບ. ນອກຈາກນີ້ ຍັງມີຣາຍງານອີກວ່າ ທ່ານໝໍ ຄົນດັ່ງກ່າວ ແມ່ນຖືກຂັງຢູ່ໃນຄຸກ ຫລັກ 6 ແຂວງສວັນນະເຂດ.

ຫລັງຈາກເກີດກໍຣະນີການເສັຍຊີວິດດັ່ງກ່າວ, ໜ່ວຍງານສາທາລະນະສຸຂ ຂອງແຂວງສວັນນະເຂດ ກໍໄດ້ອອກມາຕການ ປັບປຸງດ້ານການ ບໍຣິການ ຂອງໂຮງໝໍ, ດັ່ງຫົວໜ້າຜແນກສາທາຣະນະສຸຂ ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ສິງຫາ ວ່າ:

"ກໍມີແຕ່ໃຫ້ຜູ້ກ່ຽວປ່ຽນແປງ ໃນສິ່ງທີ່ຫລາຍອັນມັນ ບໍ່ອັນນັ້ນຫັ້ນ ໃນຕໍ່ໜ້າຄາດວ່າຊິບໍ່ມີ ເພາະວ່າ ນຶ່ງມາຕົວນີ້ ບາງເທື່ອມັນອາດຈະ ແມ່ນເລື້ອງ ຄວາມບໍ່ເຂົ້າໃຈກັນ ລະຫວ່າງຜູ້ປົກຄອງ, ຄອບຄົວແນ່, ເລື້ອງແພດໝໍເຮົາແນ່ ລາງເທື່ອກໍເປັນລັກສນະ ການປາກການເວົ້າ ຫລາຍອັນມັນກະທົບຫັ້ນນະ ຄິດວ່າ ໃນກໍລະນີນີ້ ຕໍ່ໄປຄືຊິບໍ່ມີເນາະ ເພາະເຮົາດຽວນີ້ ກໍໄດ້ສະເໜີ ກ່ຽວກັບການບໍຣິການນຳແພດ ນຳໝໍ ທີ່ເຮັດວຽກໜ້າທີ່ ບໍຣິການ ໃຫ້ເອົາໃຈໃສ່ລັກສນະ ຮັບໃຊ້ຄົນເຈັບຫັ້ນແຫລະເນາະ."

ທ່ານ ກ່າວຢ້ຳອີກວ່າ ເລື້ອງມາດຕະຖານການແພດ ຕ້ອງມີການປັບປຸງທັງໝົດ ບໍ່ວ່າຈະເປັນເລື້ອງການຕ້ອນຮັບ, ການບໍຣິການທາງ ດ້ານວິຊາການ ແລະດ້ານບຸຄລາກອນ ຕ້ອງປັບປຸງໃຫ້ໄດ້ ມາຕຖານ ແລະໃຫ້ມີຄຸນນະພາບ ສູງຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.