ລາວຈະເພີ້ມເພສສຶກສາໃນ ຕາຕະລາງ


2013.12.19
F-teen-pregnant ເດັກນ້ອຍຜູ້ຍິງລາວ ໃນເຂດຊົນນະບົດ ມັກຈະຖືພາ ແຕ່ອາຍຸຍັງນ້ອຍ ຊຶ່ງສ່ຽງຕໍ່ ອັນຕລາຍຫລາຍຢ່າງ
UNFPA

 

ເດັກນ້ອຍຍິງໃນວັຍຂຶ້ນສາວ ທີ່ຖືພາໃນສປປລາວ ຢູ່ໃນອັຕຣາທີ່ຖືວ່າຂັ້ນເຕືອນພັຍ ດັຊນີການສໍາຣວດທາງສັງຄົມສົກປີ 2011-2012 ແຈ້ງ ວ່າອັຕຣາການເກີດລູກຂອງ ແມ່ຍິງອາຍຸບໍ່ເຖິງນິຕິພາວະນັ້ນມີ 94 ຄົນໃນທຸກໆ 1 ພັນຄົນ ອາຍຸ ແຕ່ 15 ຫາ 19 ປີ.

ທ່ານ ສົມຈິດ ອິນທະມິດ ຮອງນາຍົກຣັຖມົນຕຣີແຜນການແລະການລົງທຶນ ກ່າວວ່າສປປລາວ ຈະເລີ້ມໃຫ້ມີຫລັກສູຕ ເພສສຶກສາເພື່ອຊ່ອຍ ຫລຸດຜ່ອນອັຕຣາການຖືພາຂອງຍິງສາວໃນວັຍຮຽນ. ຜ່ານມາ ກໍມີບາງອົງການໄດ້ພິມປຶ້ມຄູ່ມື ແນະນໍາເຣື້ອງເພດສັມພັນ ຢູ່ຕາມເມືອງ ແລະ ເຂດຊົນນະບົດ ຊຶ່ງມີຍິງວັຍຂຶ້ນສາວຖືພາເປັນສວ່ນຫລາຍ ເພາະເຂົາເຈົ້າບໍ່ມີໂອກາດໄດ້ຮຽນຮູ້ ກ່ຽວກັບພັຍອັນຕຣາຍ ຕໍ່ສຸຂະພາບຮ່າງກາຍ ຈາກການມີລູກ ຕອນອາຍຸຍັງນ້ອຍ.

ນາງ Esther Muia  ຜູ້ຕາງໜ້າກອງທຶນພົລເມືອງ ສະຫະປະຊາຊາຕຢູ່ລາວ ກ່າວວ່າ ແມ່ຍິງວັຍຂຶ້ນສາວ ທີ່ຖືພາສ່ວນຫລາຍຈໍາເປັນຕ້ອງ ອອກໂຮງຮຽນ. ແມ່ຍິງວັຍອ່ອນນທີ່ບໍ່ມີການສຶກສາແລະວິຊາອາຊີບສະເພາະນີ້ ບໍ່ມີໂອກາດຫາວຽກ ເຮັດງານທໍາ ຫລືສ້າງອະນາຄົດຂອງຕົນ ເອງ ແລະຄອບຄົວໄດ້ ແລະທັງບໍ່ມີໂອກາດ ໄດ້ເຂົ້າຮ່ວມໃນການພັທນາປະເທດຊາຕນໍາດ້ວຍ.

ກ່ຽວກັບວ່າຈະມີຫລັກສູຕເພສສຶກສານັ້ນ ບໍ່ທັນມີຂ່າວລາຍລະອຽດເປັນເອກກະພາບກັນເທື່ອ ແຕ່ວ່າຜ່ານມາ ການນໍາເອົາເພສສຶກສາມາສອນ ຢູ່ໃນໂຮງຮຽນສາມັນນີ້ຍັງບໍ່ເປັນທີ່ກວ້າງຂວາງເທື່ອ ແລະຍັງມີການຖົກຖຽງກັນຢູ່. ເຈົ້າໜ້າທີ່ ກ່ຽວຂ້ອງບາງພາກສ່ວນໃຫ້ຄໍາເຫັນວ່າ ການນໍາ ເອົາວິຊາເພສສຶກສາ ເຂົ້າມາສອນຢູ່ໃນໂຮງຮຽນ ໂຕເມືອງກໍຍັງພໍເຂົ້າໃຈຢູ່ ແຕ່ຢູ່ໃນເຂດຊົນນະບົດສອກຫລີກຫ່າງໄກນັ້ນມັນເປັນໄປໄດ້ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.