ບໍຣິສັດນໍ້າດື່ມ ສະອາດ


2013.06.18
F-water-bottle ກະຕຸກນໍ້າດື່ມ ທີ່ໃຊ້ໃນ ນະຄອນຫລວງ ວຽງຈັນ
Lao drinking water association

 

ໃນ ນະຄອນຫລວງ ວຽງຈັນ ມີໂຮງງານ ນໍ້າດື່ມ ທັງໝົດ 193 ແຫ່ງ ແຕ່ມີພຽງ 25 ແຫ່ງ ທີ່ມີໃບ ຢັ້ງຢືນ ຈາກ ກົມອາຫານ ແລະ ຢາ ກະຊວງ ສາທາຣະນະສຸຂ ຂອງລາວ ຕາມການ ເປີດເຜີຍຂອງ ສະມາຄົມ ນໍ້າດື່ມ ນະຄອນຫລວງ ວຽງຈັນ. ສິ່ງ ດັ່ງກ່າວ ເປັນໄປໄດ້ ຍ້ອນວ່າ ການບັງຄັບໃຊ້ ກົດໝາຍ ບໍ່ສັກສິດ ຈຶ່ງ ກາຍເປັນ ຊ່ອງຫວ່າງ ໃຫ້ມີຜູ້ ສວຍໂອກາດ ຕັ້ງໂຮງງານ ຜລິດ ແລະ ຈໍາໜ່າຍນໍ້າດື່ມ ໂດຍ ບໍ່ໄດ້ຮັບ ອະນຸຍາດ ຢ່າງຖືກຕ້ອງ ຕາມ ກົດໝາຍ ຈົນເປັນໜ້າ ວິຕົກນໍາ ຜູ້ໃຊ້.

ທ່ານ ບົວລິວັນ ວົງສາລີ ປະທານ ສະມາຄົມ ນໍ້າດື່ມ ນະຄອນຫລວງ ວຽງຈັນ ເວົ້າວ່າ ສະມາຄົມ ໄດ້ກວດພົບວ່າ ໂຮງງານ ນໍ້າດື່ມ ຫລາຍແຫ່ງ ບໍ່ໃຫ້ ຄວາມສໍາຄັນ ຕໍ່ ກົດຣະບຽບ ຂອງ ສະມາຄົມ, ແຕ່ໄດ້ ຕິດປ້າຍ ໂຄສະນາ “ນໍ້າດື່ມ ບໍຣິສຸດ“ ຫລື “ນໍ້າດື່ມ ສະອາດ“ ໃສ່. ດັ່ງນັ້ນ ເພື່ອ ຮັບປະກັນ ຄວາມປອດພັຍ ຕໍ່ ສຸຂພາບ, ທາງສະມາຄົມ ຈຶ່ງໄດ້ ແນະນໍາ ໃຫ້ຜູ້ ບໍຣິໂພກ ທັງຫລາຍ ເລືອກຊື້ ນໍາດື່ມ ສະອາດ ດ້ວຍການ ສັງເກດເບິ່ງ ສີຂອງນໍ້າດື່ມ, ກະຕຸກນໍ້າດື່ມ ຕ້ອງມີ ເຄື່ອງໝາຍ ການຄ້າ ແລະ ມີຊື່ ໂຮງງານ ຜລິດ ຢ່າງແຈ່ມ ແຈ້ງ.

ພ້ອມກັນນັ້ນ ທ່ານ ບົວລິວັນ ຍັງໄດ້ສເນີ ໃຫ້ຂັ້ນເທິງ  ຄື ຜແນກ ອຸສາຫະກັມ ແລະ ການຄ້າ ນະຄອນຫລວງ ຊ່ວຍຊຸກຍູ້ ໃຫ້ ທຸກໂຮງງານ ເຂົ້າເປັນ ສະມາຊິກ ສະມາຄົມ ແລະ ທຸກເອກສານ ທີ່ພົວພັນ ກັບການຜລິດ ນໍ້າດື່ມ ເພື່ອຈໍາໜ່າຍ ຜູ້ປະກອບ ການຕ້ອງສເນີ ຜ່ານ ສະມາຄົມ ເພື່ອຄວາມ ເປັນຣະບຽບ ແລະ ຜລິດນໍ້າດື່ມ ໄດ້ ມາຕຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.