ຄລີນິກຈີນ ຖືກໃໝ ສັ່ງປິດ

ສິດນີ
2018.01.08
F-Chinese-medicine ການປິ່ນປົວຄົນເຈັບ ຕາມໝູ່ບ້ານ ທີ່ໃຊ້ຢາຈີນແຜນໂບຮານ ໃນແຂວງພາກເໜືອ ຂອງລາວ
Screen captured center for Chinese medicine video

ຄລີນິກຂອງຄົນຈີນ ຢູ່ເມືອງແປກ ແຂວງຊຽງຂວາງ ຖືກທາງການແຂວງປັບໃຫມ ພ້ອມທັງຖືກສັ່ງໃຫ້ປິດ ຢ່າງຖາວອນ ຍ້ອນຜິດຣະບຽບ ຂອງທາງການຫລາຍຢ່າງ ເປັນຕົ້ນ ເປີດບໍຣິການ ໂດຍບໍ່ມີ ອະນຸຍາດ ແລະລັກເຮັດແທ້ງ ໃຫ້ແມ່ຍິງຖືພາ. ດັ່ງເຈົ້າຫນ້າທີ່ ຜແນກສາທາ ຣະນະສຸຂ ແຂວງຊຽງຂວາງທ່ານນຶ່ງກ່າວ ໃນມື້ວັນທີ 8 ມົກຣາ ນີ້ວ່າ:

"ເຂົາຈົນເອົາເຈົ້າຫນ້າທີ່ຈັບ ປັບໃຫມພຸ້ນນະ ມັນບໍ່ເປັນແຕ່ຝ່າຍສາທານະສຸຂເຮົາ ເພາະວ່າຝຶນ ຣະບຽບກົດຫມາຍນະ ຄັນສິວ່າ ຫັ້ນນະ ບໍ່ໄດ້ຮັບໃບອະນຸຍາດ ຈາກກະຊວງສາທາຣະນະສຸຂ ເດ້ ບໍ່ໄດ້ມີຫນັງສື ລະມັນກໍຍ້ອນ ມັນມີຄະດີເຣື້ອງແທ້ງລູກ."

ທ່ານກ່າວຕື່ມວ່າ ນອກຈາກນັ້ນ ຄລີນິກ ນີ້ຍັງເຮັດຜິດຣະບຽບກ່ຽວກັບ ການປີ່ນປົວຄົນເຈັບນຳອີກ ດັ່ງການອອກຢາ ໃຫ້ຄົນເຈັບ ແບບບໍ່ ຖືກກັບພຍາດທີ່ຂະເຈົ້າມີ ຈົນເຮັດໃຫ້ເກີດ ຜົລກະທົບຕໍ່ສຸຂພາບ ຂອງຄົນເຈັບ ແຕ່ບໍ່ຮູ້ລາຍລະອຽດວ່າ ຄລີນິກດັ່ງກ່າວ ຖືກປັບໃຫມເທົ່າໃດ ຊຶ່ງໃນເວລານີ້ ຄລີນິກແຫ່ງນີ້ ກໍຖືກສັ່ງໃຫ້ປິດໄປແລ້ວ.

ເມື່ອເດືອນພຶສພາ ຊອງປີກາຍຄລີນິກແຫ່ງນີ້ ກໍໄດ້ເຮັດແທ້ງ ໃຫ້ແມ່ຍິງລາວຄົນນຶ່ງ ແລ້ວເສັຽຊີວິດ ເພາະເລືອດອອກຫຼາຍ ທາງຄລີນິກ ກໍໄດ້ຈ່າຍເງິນໃຫ້ຄອບຄົວ ຂອງຜູ້ຕາຍປະມານ 170 ລ້ານກີບເຣື້ອງຈຶ່ງງຽບໄປ. ກ່ອນຫນ້ານີ້ເລີ້ມແຕ່ປີ 2011 ເປັນຕົ້ນມາກໍມີຣາຍງານ ວ່າມີແມ່ຍິງເສັຽຊີວິດ 5 ຄົນ ຈາກການໄປປີ່ນປົວ ໃນຄລີນິກແຫ່ງນີ້.

ທ່ານວ່າ ນອກຈາກຄລີນິກຈີນ ທີ່ເມືອງແປກ ຖືກສັ່ງໃຫ້ປິດແລ້ວ, ຄລີນິກຈີນ ທີ່ເມືອງຄູນ ອີກແຫ່ງນຶ່ງ ກໍຖືກສັ່ງໃຫ້ປິດ ເຊັ່ນດຽວກັນ ເມື່ອທ້າຍປີຜ່ານມາ. ແຕ່ຍັງມີ ຄລີນິກຂອງຈີນ ອີກແຫ່ງນຶ່ງ ຢູ່ບ້ານໂພນງາມ ເມືອງແປກ ຍັງເປີດບໍຣິການຢູ່ ຍ້ອນໄດ້ປ່ຽນສະພາບ ເປັນໂຮງຫມໍນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.