5 ເດືອນຕົ້ນປີນີ້ ມີຜູ້ເປັນໄຂ້ຍຸງລາຍ ຫຼາຍກວ່າ 3,000 ຄົນ

ຈຳປາທອງ
2024.05.17
5 ເດືອນຕົ້ນປີນີ້ ມີຜູ້ເປັນໄຂ້ຍຸງລາຍ ຫຼາຍກວ່າ 3,000 ຄົນ ຄົນເຈັບນອນໂຮງໝໍແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນທັນວາ ປີ 2023.
ນັກຂ່າວພົນລະເມືອງ

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ລາຍງານສະພາບໄຂ້ຍຸງລາຍ ປະຈໍາວັນທີ 16 ພຶດສະພາ 2024 ວ່າ ແຕ່ວັນທີ 1 ເດືອນມັງກອນ ເຖິງວັນທີ 16 ພຶດສະພາ 2024 ນີ້ ທົ່ວປະເທດລາວ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທັງໝົດ 3,095 ຄົນ ຄືຫລາຍກວ່າປີກາຍ.

ປີ 2023 ມາຮອດວັນທີ 14 ພຶດສະພາ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 2,041 ຄົນ. ແລະໝົດປີ ມີຜູ້ຕິດທັງໝົດ 35,317 ຄົນ.

ປີນີ້ ແຂວງທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ຫລາຍກວ່າແຂວງອື່ນໆ ແມ່ນແຂວງເຊກອງ ທີ່ມີຜູ້ຕິດເຖິງ 1,014 ຄົນ, ເສຍຊີວິດ 1 ຄົນ; ນະຄອນຫລວງວຽງຈັນ ມີຜູ້ຕິດ 610 ຄົນ, ເສຍຊິວິດ 2 ຄົນ; ແຂວງຫລວງນໍ້າທາ ມີຜູ້ຕິດ 305 ຄົນ.

ການທີ່ແຂວງເຊກອງ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫລາຍກວ່າແຂວງອື່ນໆນັ້ນ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ພຶດສະພານີ້ ແລ້ວແມ່ນວ່າ ຍ້ອນປະຊາຊົນຖືເບົາ ບໍ່ປະ ຕິບັດຕາມຄໍາຂວັນ 5 ປ ຢ່າງເຄັ່ງຄັດ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງໄປໃຫ້ຄໍາແນະນໍາ ເລື່ອງສຸຂະສຶກສາ ແລະໄດ້ສໍາຫລວດໜອນນໍ້າ.

ສ່ວນຫລາຍຈະເປັນກຸ່ມທີ່ວ່າ ບ້ານນອກໆໄປຫັ້ນນະ ເວລາເຂົາໄປປ່າ ໄປດົງ ຫລືວ່າຈັ່ງໃດ ແບບຢູ່ເຮືອນ ຢູ່ຊານເຂົາ ເຂົາບໍ່ອະນາໄມເຮືອນຫຍັງຫັ້ນນະ ມີນໍ້າຂັງຢູ່ເຮືອນ ແບບເຂົານອນບໍ່ມັກກາງມຸ້ງຫັ້ນນະ ເຂົາຈະຖືເບົາ ຄັນວ່າເຂົາອກໄປໄຮ່ ໄປສວນເກາະ ເຂົາບໍ່ຄ່ອຍຖືມຸ້ງ ຖືຫຍັງໄປຫັ້ນນະ ພວກເຮົາໄດ້ລົງໃຫ້ສຸຂະສຶກສາ ແລ້ວກໍໄດ້ລົງສໍາຫລວດໜອນນໍ້າ ຄືຊ່ວງນີ້ກໍເດືອນລະເທື່ອ ທໍາລາຍແຫລ່ງເພາະພັນໜອງນໍ້າ ຍຸງລາຍອີ່ຫຍັງຫັ້ນນະ ເຮົາລົງໄປ ຄັນວ່າຊິໃຫ້ເຮົາ ພະນັກງານລົງໄປເຮັດໃຫ້ແທ້ ມັນກໍບໍ່ທົ່ວເຖິງ ວ່າຊັ້ນສະ ແນວຈໍານວນຫລາຍນໍ ເພີ່ນມີແຕ່ວ່າ ເອົາຍຸງໄປວິໄຈຫັ້ນ ເອົາໜອນນໍ້າໄປວິໄຈຫັ້ນ ໂຕນີ້ເພີ່ນເອົາໄປວິໄຈ ຢາກຮູ້ວ່າ ຍຸງເປັນເຊື້ອປະເພດໃດ ປະມານນີ້ຫັ້ນນ່າ.

ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງທ່າແຕງ ແຂວງເຊກອງ ກໍກ່າວວ່າ ແຂວງເຊກອງນີ້ ມີການສັນຈອນໄປມາຂອງປະຊາຊົນ, ມີຄົນໄປຕິດເຊື້ອພະຍາດນີ້ຢູ່ບ່ອນອື່ນ ແລ້ວເຂົ້າມາຕິດໃສ່ຜູ້ອື່ນ ແລະແພ່ລະບາດຢູ່ໃນແຂວງນີ້ ແລະວ່າມີອາສາສະໝັກບ້ານ ຊ່ວຍໃຫ້ປະຊາຊົນເອົາໃຈໃສ່ ປະຕິບັດຕາມຄໍາຂວັນ 5 ປ ແລະສໍາຫລວດໜອນນໍ້າ ຕ້ານພະຍາດໄຂ້ຍຸງລາຍ ເປັນຕົ້ນຢູ່ບ້ານເປົ້າໝາຍ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ.

ຕາມການວິໄຈຂອງເພີ່ນຫັ້ນ ການສັນຈອນ ການໄປມາຫັ້ນ ຍຸງຫັ້ນ ມັນຕິດມານໍາ ແລ້ວກໍມີຫລາຍຄົນ ຄົນໄຂ້ຫັ້ນ ເຂົາມາແພ່ເຊື້ອໃຫ້ ໂຕຢ່າງວ່າ ບ້ານເຮົານີ້ ໄປເຮັດສວນຢູ່ແຂວງສາລະວັນ ແຂວງອັດຕະປື ໄປຕິດໂຕມານີ້ ຕິດເຊື້ອມາ ແລ້ວກໍມາຂະຫຍາຍຕໍ່ຢູ່ພີ້ ມາດຕະການທາງເມືອງເຮົານີ້ ແມ່ນເຮົາໄດ້ສ້າງ ອສບ. (ອາສາສະໝັກ) ຂຶ້ນມາ ໃນແຕ່ລະບ້ານນໍ ຄວບຄຸມພະຍາດຍຸງລາຍຊ່ວຍເຮົາ ແລ້ວກໍເກັບກໍາຂໍ້ມູນແຕ່ລະບ້ານຫັ້ນວ່າ ຜູ້ໃດມີອາການໄຂ້ ຕາມກຸ່ມເປົ້າໝາຍຂອງພວກເຮົາຫັ້ນແຫລະ ອັນທີສອງ ແມ່ນເຮົາໄດ້ລົງຕະລຸມບອນແຕ່ລະເຂດ 5 ບ້ານເປົ້າໝາຍ ແມ່ນໄດ້ລົງອາທິດລະເທື່ອ ອັນທີສອງ ແມ່ນໃຫ້ບ້ານເຂົາລາຍງານ ກ່ຽວກັບການສໍາຫລວດໜອນນໍ້ານໍ.

ແລະຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 2 ຄົນ ຍ້ອນພະຍາດໄຂ້ຍຸງລາຍ ແລະມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 610 ຄົນ ຄືຮອງລົງມາຈາກແຂວງເຊກອງ ທີ່ມີຜູ້ຕິດຫລາຍກວ່າແຂວງອື່ນໆ ຄືຕິດເຖິງ 1,014 ຄົນ ແລະມີຜູ້ເສຍຊີວິດ 1 ຄົນ.

ເວົ້າສະເພາະຢູ່ເມືອງສັງທອງ ປະຊາຊົນບໍ່ໄດ້ຕິດເຊື້ອພະຍາດນີ້ຫລາຍ, ຕິດບ້ານລະຄົນ, ຢູ່ຫ່າງໄກກັນ, ຕິດມາຈາກບ່ອນອື່ນ, ແລະເມື່ອຮູ້ຂ່າວວ່າ ບ້ານໃດມີຄົນຕິດເຊື້ອພະຍາດນີ້ ກໍມີແພດໄປກວດ ແລະຊ່ວຍແນະນໍາເລື່ອງການທໍາລາຍແຫລ່ງເພາະພັນຍຸງ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງສັງທອງ ກ່າວວ່າ:

ໂອ ມັນກາຮນສັນຈອນເດ ເຂົາເຈົ້າໄປວຽງ ໄປຫັ້ນ ໄປໜີ້ ບ່ອນນີ້ ໄປບ່ອນພົບມີເຊື້ອ ມັນກໍຕິດມາ ບາງເທື່ອ ຄົນຢູ່ເມືອງສັງທອງ ມາວຽກ ມາຢາມ ມາທັດສະນະ ມາທ່ຽວ ມາຫລິ້ນ ມາເຮັດວຽກ ເຮັດການ ຢູ່ບ່ອນຊຸມຊົນ ມັນກໍຕິດເຊື້ອເມືອ ມັນກໍເປັນບ້ານລະຄົນ ໄກໆເປັນບ້ານນຶ່ງ ມັນບໍ່ໄດ້ເປັນຈຸ້ມ ກັດຄົນມີເຊື້ອແລ້ວ ແລ້ວມາກັດຄົນບໍ່ມີເຊື້ອ ແລ້ວມາສົ່ງເຊື້ອໃຫ້ກັນ ເຫັນປັບແລ້ວ ພວກເຮົາລົງໄປໂລດ ມີລາຍຊື່ ກວດພົບແລ້ວ ຢູ່ໃສກໍຢ່າ ທົ່ວປະເທດນີ້ ຄັນວ່າຄົນເມືອງສັງທອງເປັນໄຂ້ແລ້ວ ຄັນວ່າສົ່ງຂໍ້ມູນໃຫ້ກັນແລ້ວ ຄັນວ່າເປັນຢູ່ສັງທອງ ຢູ່ບ້ານນັ້ນ ແພດເຮົາລົງໄປຫາໂລດ ໄປເຮັດກິດຈະກໍາ ໄປທໍາລາຍແຫລ່ງເພາະພັນຍຸງ.

ເລື່ອງປະຊາຊົນຜູ້ນຶ່ງ ທີ່ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນນັ້ນ ປະຊາຊົນບ້ານສີເກີດນາງນຶ່ງ ເວົ້າວ່າ ເປັນຄົນຈາກຕ່າງແຂວງ ທີ່ມາເຊົ່າຫ້ອງແຖວຢູ່ ເປັນບ່ອນຊຸມຊົນ ມີຜູ້ອະນາໄມ ຜູ້ບໍ່ອະນາໄມ ແລະຄາດວ່າ ຜູ້ເສຍຊີວິດ ຕິດເຊື້ອໄຂ້ຍຸງ ຍ້ອນມີນໍ້າຂັງ ນໍ້າເສຍ ຊຶ່ງເປັນແຫລ່ງເພາະພັນຍຸງ ທີ່ມີເຊື້ອພະຍາດນັ້ນ ຢູ່ໃກ້ກັບຫ້ອງແຖວ ທີ່ຜູ້ເສັຍຊີວິດເຊົ່າຢູ່.

ອັນນ່າ ຫ້ອງແຖວ ມັນເປັນບ່ອນຊຸມຊົນ ວ່າຊີ້ສາ ຜູ້ອະນາມັຍ ຜູ້ບໍ່ອະນາມັຍ ຈັ່ງຊີ້ແຫລະ ມັນຕ້ອງເປັນແບບນໍ້າຂັງ ນໍ້າເສຍແບບຊີ້ລະ  ເບິ່ງຊົງນີ້ແຫລະ ກໍຍັງພາກັນເວົ້າກັນຢູ່ ອ້າວ ບໍ່ແມ່ນຍາມອັນນັ້ນ (ຍາມຝົນ) ກໍຍັງມີໄຂ້ເລືອດອອກນໍ ເຂົາເຈົ້າກໍວ່າ ເອີ ຍຸງນີ້ ມັນເພາະພັນນໍານໍ້າ ມັນກໍຊິຢູ່ໄປທົ່ວທີບ ເອີ ຢູ່ເຮືອນເຮົານີ້ກໍມີແຕ່ໝັ່ນເບິ່ງອັນນະ ຫ້ອງນໍ້າຫ້ອງໃນ ເຮົາບໍ່ໄດ້ເປັ່ງນໍ້າໄວ້ຫລາຍມື້ນໍ ຢູ່ໜ້າບ້ານ ເຮົາກໍລ້ຽງປາຫາງນົກຍູງຫັ້ນແດ່ ກໍຢູ່ຫລັງບ້ານ ໝັ່ນເບິ່ງຫລັງບ້ານເຮົາ ຄວ້ມກະໂປະ ກະປ໊ອງ ແນະນໍາຮອດລູກຫລານເຮົາ ຢູ່ອ້ອມຂ້າງນີ້ລະ ເປັນເຈົ້າການນໍາເດີ ເຈົ້າຂອງເຮືອນ ເຈົ້າຂອງຊານ ໝັ່ນກວດ ໝັ່ນຫຍັງ ເພີ່ນກໍແນະນໍາດີຢູ່ດອກ ອສ ບ້ານ ເພີ່ນກໍລົງເຮັດ.

ແຕ່ເຖິງຢ່າງໃດກໍຕາມ ເມື່ອກ້າວເຂົ້າສູ່ລະດູຝົນນີ້ ແມ່ນມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ປະຕິບັດຕາມຄໍາແນະນໍາ ຄໍາຂວັນ 5 ປ ທີ່ທາງກະຊວງສາທາລະນະສຸກວາງອອກ ຄື: ປິດພາຊະນະ ຢູ່ໃນເຮືອນ ແລະນອກເຮືອນໃຫ້ດີ, ປ່ຽນພາຊະນະ ທີ່ມີນໍ້າຂັງ ໂດຍສະເພາະ ອຸ ແອ່ງ ຖັງ ຖາດຮອງຕີນຕູ້ ແລະອື່ນໆ, ປ່ອຍປາຫາງນົກຍູງກິນໜອນນໍ້າ, ປັບປຸງສະພາບແວດລ້ອມ ສະຖານທີ່ຢູ່ອາໄສໃຫ້ສະອາດ ແລະປະຕິບັດເປັນປະຈໍາທຸກອາທິດ. ຖ້າບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.