ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານ

ສຸພັດຕາ
2023.01.11
ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານ ຮູບໂຕຢ່າງ ສວນໝາກໂມ ຢູ່ແຂວງພາກເໜືອ ໃນໄລຍະ ໂຄວິດ-19 ຣະບາດ.
ຮູບພາບໂດຍ: ນັກຂ່າວ ພົລເມືອງ

ກ້າວເຂົ້າສູ່ໄລຍະ ປູກພືດຣະດູແລ້ງແລ້ວ ນັກລົງທຶນດ້ານການກະເສຕ ຈາກຈີນ ກໍເຣີ່ມເຂົ້າມາເຊົ່າດິນປະຊາຊົນ ປູກພືດຣະດູແລ້ງໃນຫຼາຍແຂວງຢູ່ເຂດພາກເໜືອ ຂອງປະເທດລາວ ປະກອບດ້ວຍ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ເມືອງແບງ ແຂວງອຸດົມໄຊ ແລະເມືອງຊຽງຮ່ອນ ແຂວງໄຊຍະບູຣີ ແລະອີກຫຼາຍເມືອງ ເປັນເນື້ອທີ່ຫຼາຍເຮັກຕ້າຣ໌ແລ້ວ.

ສະເພາະຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ມີນັກລົງທຶນດ້ານການກະເສຕ ຈາກຈີນ ມາເຊົ່າດິນປະຊາຊົນປູກໝາກໂມ 300 ປາຍເຮັກຕ້າຣ໌ ແລະໝາກຖົ່ວເບີ 10 ປາຍເຮັກຕ້າຣ໌ ເຊິ່ງເປັນຈໍານວນເນື້ອທີ່ ທີ່ຫຼາຍເກີນແຜນເປົ້າໝາຍທີ່ເມືອງວາງໄວ້ ແລະສ່ວນໃຫຍ່ ເປັນໂຄງການສົ່ງເສີມ ປູກພືດທາງການກະເສຕ ຮູບແບບ 2+3 ແບ່ງເປັນ ປະຊາຊົນ 2 ຄື (ແຮງງານ, ທີ່ດິນ) ນັກລົງທຶນ 3 ຄື ເປັນ (ທຶນ, ວິຊາການ ແລະຕລາດ), ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມົກກະຣາ ນີ້ວ່າ:

“ປີນີ້ ຖືວ່າຫຼາຍເດ້ ໝາກແຕງໂມນ່າ ນັກລົງທຶນມາຫຼາຍເດ້ 300 ກວ່າ (ເຮັກຕ້າຣ໌) ພຸ້ນແຫຼະ ໝາກຖົ່ວເບີນີ້ 10 ປາຍເຮັກຕ້າຣ໌ ເທິງຈີນແດ່ ແລ້ວກໍລາວເຮົາແດ່ ສ່ວນຫຼາຍແມ່ນຈີນ ປີນີ້ ຖືວ່າຫຼາຍເນາະ ເພາະວ່າ ຊ່ວງ 2-3 ປີຫຼັງຫັ້ນ ເພາະວ່າມັນເຈິະພຍາດ ແລ້ວສົ່ງອອກໄດ້ ແຕ່ວ່າມັນຊ້າ ອິສັງນ່າ ຊ່ວງແລ້ວ ກໍນັກລົງທຶນ ກໍຢາກເອີ້ນວ່າ ຂາດທຶນຫຍັງນ່າເນາະ ປີກາຍມານີ້ແຄນໜ້ອຍນຶ່ງ ແລ້ວປີນີ້ ນັກລົງທຶນເຮົາກະມາຫຼາຍແດ່.”

ແຕ່ໃນຂະນະດຽວກັນ ທາງດ້ານຊາວບ້ານຕ່າງກໍມີບົດຮຽນແລ້ວ ທີ່ນັກລົງທຶນຈີນ ມາຂໍເຊົ່າດິນ ຈົນເກີດບັນຫາຫຼາຍຢ່າງ ທີ່ຊາວບ້ານບໍ່ຢາກໃຫ້ເກີດ ແຕ່ມັນກໍພັດເກີດ ເປັນຕົ້ນ ຢູ່ບ້ານນໍາໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ແຕ່ຕົ້ນເດືອນ ມົກກະຣາ ປີ 2023 ເປັນຕົ້ນມາ ຊາວບ້ານ 10 ປາຍຄອບຄົວ ຍົກດິນໃຫ້ນັກລົງທຶນຈີນເຊົ່າ ຈໍານວນທັງໝົດ 20 ປາຍເຮັກຕ້າຣ໌ ເພື່ຶອປູກໝາກໂມ ແບບ 2+3, ແຕ່ບາງສວນ ໃຊ້ສານເຄມີຫຼາຍເກີນໄປ ໂຕຢ່າງວ່າງປີຜ່ານມາ ມີເຫດການກັມມະກອນອາຍຸ 16 ປີ ຢູ່ສວນໝາກໂມປວດຮາກ ຈົນໄດ້ເຂົ້າປິ່ນປົວຢູ່ໂຮງໝໍ ເຮັດໃຫ້ຊາວບ້ານອີກຈໍານວນນຶ່ງ ກໍບໍ່ຍອມຍົກດິນໃຫ້ນັກລົງທຶນຈີນ ປູກໝາກໂມໃນປີນີ້ ຍ້ອນມີບົດຮຽນທີ່ບໍ່ດີເກີດຂຶ້ນ ກັບລູກ-ຫຼານໂຕເອງ ແລະຢ້ານວ່າ ການປູກໝາກໂມຕິດຕໍ່ກັນຫຼາຍປີ ຈະເຮັດໃຫ້ຄັນນາເພພັງຫຼາຍ ດິນຈືດຈາງ ແລ້ວຈະປູກເຂົ້ານາປີ ຕໍ່ຈາກໝາກໂມບໍ່ໄດ້ຜົລຜລິດເຕັມເມັດເຕັມໜ່ວຍ.

ດັ່ງຊາວບ້ານ ຢູ່ບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:

“ເປັນວັຍຣຸ້ນ ອາຍຸປະມານ 15-16 ປີ ນີ້ແຫຼະ ຖືວ່າໄປເຮັດແບບວ່າ ຈ້າງເນາະ ແຕ່ວ່າບໍ່ຖືກກັບຢາ ເມື່ອບໍ່ຖືກກັບຢາ ເຂົາເຈົ້າໄປເຂົ້າໂຮງໝໍຮອດວຽງ ໄປ 2-3 ເທື່ອ ເຂົາເຈົ້າກວດວ່າ ໂອ້ ມັນບໍ່ຖືກຢາ ເຄມີເຂົ້າຢູ່ໃນໂຕແລ້ວ ປົວຍາກທີ່ສຸດ ເຂົາເຈົ້າວ່າເຄມີມັນເຂົ້າໃນແລ້ວ ເອົາຢາຫຍັງມາປົວກໍຍາກ ນຶ່ງລະແມ່ນວ່າ ລັກສະນະເຈັບຊຸດໂຊມເນາະ ອອກມາປິ່ນປົວ ກໍເລີຍໄປບໍ່ໄດ້ແລ້ວ ອັນນີ້ນ່າ.”

ຂະນະທີ່ ຢູ່ເມືອງແບງ ແຂວງອຸດົມໄຊ ກໍມີນັກລົງທຶນດ້ານການກະເສຕ ຈາກຈີນ ແລະລາວ ມາເຊົ່າດິນປະຊາຊົນ ປູກໝາກໂມ 63 ເຮັກຕ້າຣ໌ ແລະປູກໝາກຖົ່ວເບີ 24 ເຮັກຕ້າຣ໌ ເຊິ່ງເປັນຈໍານວນເນື້ອທີ່ ທີ່ບໍ່ຫຼາຍ ຄືກ່ອນທີ່ມີໂຄວິດ-19 ຣະບາດ ໂດຍໝາກໂມ ຈະເປັນໂຄງການ ສົ່ງເສີມປູກພືດທາງກະເສຕ ຮູບແບບ 2+3 ແບ່ງເປັນ ປະຊາຊົນ 2 ຄື (ແຮງງານ, ທີ່ດິນ) ນັກລົງທຶນ 3 ຄື (ທຶນ, ວິຊາການ ກັບຕລາດ) ສ່ວນໝາກຖົ່ວເບີ ຈະເປັນຮູບແບບ 1+4 ແບ່ງເປັນ ປະຊາຊົນ 1 ຄື (ທີ່ດິນ) ນັກລົງທຶນ 4 ຄື (ແຮງງານ, ທຶນ, ຕລາດ ແລະ ວິຊາການ).

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງແບງ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

“ສະເພາະບໍຣິສັດລົງທຶນ ປູກໝາກຖົ່ວເບີກໍມີ ປະມານ 24 ເຮັກຕ້າຣ໌ ໝາກໂມ 63 ເຮັກຕ້າຣ໌ ມີແຕ່ 2 ພືດ ປູກໝາກຖົ່ວແມ່ນຄົນລາວ ຄົນລາວເຮັດ ແລ້ວໜາກໂມ ແມ່ນນັກລົງທຶນຂອງຈີນ ຖົ່ວເບີ 2+3 ໝາກໂມລະ 1+4.”

ສ່ວນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກໍມີນັກລົງທຶນ ທີ່ສ່ວນຫຼາຍເປັນນັກລົງທຶນຈີນ ເຂົ້າມາເຊົ່າດິນປະຊາຊົນ ເພື່ອປູກໝາກໂມ 75 ເຮັກຕ້າຣ໌ ບັນລຸແຜນການ 21% ແລະປູກໝາກຖົ່ວເຫຼືອງ 165 ເຮັກຕ້າຣ໌ ເຊິ່ງຖືວ່າ ບັນລຸແຜນການ 66% ແລ້ວ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:

“ໝາກຖົ່ວກັບໝາກໂມນີ່ ສປ ຈີນ ເຂົາເຈົ້າສັນຍາເປັນປີ ເປັນປີເລີຍ ເຮັດຢູ່ແຖວນາບ້ານ ແຖວບ້ານນີ້ນ່າ ຫຼັງເອົາເຂົ້າອອກ ຊ່ວງນີ້ ເຂົາກໍາລັງປູກຢູ່ແຖ ລາວສະໂລ ເຂົາເອົາເບັ້ຍມາລົງປູກ ດຽວນີ້ ປູກພວກນີ້ແຫຼະ ໝາກໂມເນາະ.”

ສໍາລັບການລົງທຶນ ປູກພືດຣະດູແລ້ງ ຖືວ່າເປັນຜົລປໂຍດຕໍ່ທຸກຝ່າຍ ທັງພາກຣັຖ, ປະຊາຊົນ ແລະ ນັກລົງທຶນ ຄື: ພາກຣັຖ ໄດ້ງົປມານເຂົ້າຣັຖ ຈາກການເກັບພັນທະອາກອນນໍານັກລົງທຶນ, ປະຊາຊົນມີວຽກເຮັດ ແລະມີຣາຍໄດ້ຈາກການປ່ອຍເນື້ອທີ່ ໃຫ້ເຊົ່າປູກພືດຣະດູແລ້ງ ແລະນັກລົງທຶຶນ ກໍໄດ້ຜົລກໍາໄລ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຜູ້ດຽວກັນກັບເທິງ ກ່າວຕື່ມວ່າ:

“ມີຜົລດີແຫຼະເນາະ ອັນທີ 1 ມາ ແລ້ວກໍແມ່ນປະຊາຊົນເຮົາ ກໍໄດ້ມີຣາຍຮັບເນາະ ຈາກການໃຫ້ເຊົ່າດິນຫັ້ນ ອັນທີ 2 ມາ ປະກອບສ່ວນແຮງງານ ແຮງງານປະຊາຊົນເຮົານ່າ ອັນທີ 3 ມາ ກໍເປັນເບື້ອງຣັຖ ເບື້ອງຫຍັງເຮົາ ກໍມີນັກລົງທຶນດຶງດູດມາ ກໍຊ່ອຍພັທນາບ້ານເມືອງເຮົານີ້ແຫຼະ ກໍບໍ່ມີຜົລສະທ້ອນຫຍັງ ເພາະວ່າເຂົາເຈົ້າເຮັດຫຼາຍປີແລ້ວເນາະ ເວົ້າເຣື່ອງເຂົ້າງົປມານ ເວົ້າເຣື່ອງສິ່ງແວດລ້ອມເນາະ ເຂົາເຈົ້າປູກ ເຂົາເຈົ້າໃຊ້ເຄື່ອງຫຍັງ ລະກະມີແຕ່ວ່າ ອະນາມັຍຄົບ.”

ບໍ່ວ່າຈະຢູ່ເມືອງວຽງພູຄາ, ຢູ່ເມືອງແບງ ຫຼືເມືອງຊຽງຮ່ອນ ທັງ 3 ເມືອງ ໄດ້ມີການຕົກລົງກັບນັກລົງທຶນວ່າ ການລົງທຶນປູກພືດຣະດູແລ້ງ ຈະເປັນສັນຍາຕໍ່ຣະດູການ ຕໍ່ປີເທົ່ານັ້ນ ບໍ່ໄດ້ເປັນສັນຍາໄລຍະຍາວ ໂດຍປັດຈຸບັນ ໝາກໂມ ແລະໝາກຖົ່ວເບີ ໄດ້ປູກສໍາເຣັດແຕ່ທ້າຍເດືອນທັນວາ ຫາຕົ້ນເດືອນ ມົກກະຣາ ແລ້ວ ແລະລໍຖ້າເກັບກູ້ຜົລຜລິດ ໄລຍະທ້າຍເດືອນມິນາ ແລະຕົ້ນເດືອນ ເມສາ.

ໝາກໂມ, ໝາກຖົ່ວເບີ ແລະໝາກຖົ່ວເຫຼືອງ ມີແຜນວ່າ ຈະສົ່ງອອກໄປຂາຍຢູ່ຈີນ ພາຍຫຼັງເກັບກູ້ຜົລຜລິດແລ້ວໆ, ອີງຕາມຂໍ້ມູນ ຈາກຫ້ອງການກະສິກັມແລະປ່າໄມ້ ເມືອງວຽງພູຄາ, ເມືອງແບງ ແລະເມືອງຊຽງຮ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.