ຊົນບົດບໍ່ມີວັກຊິນສີດໃຫ້ ສັດລ້ຽງ

ສິດນີ
2014.05.01
F-cow ງົວ ເປັນສັດລ້ຽງ ທີ່ຄຸນປະໂຫຍດ ຫລາຍຢ່າງ
RFA

 

ເຈົ້າຫນ້າທີ່ ກົມ ສັດລ້ຽງ ກະຊວງ ກະສິກັມ ແລະ ປ່າໄມ້ ສປປລາວ ເວົ້າວ່າ ຫລາຍເມືອງ ທີ່ ຫ່າງໄກ ສອກຫລີກ ໃນລາວ ຍັງມີ ອຸປສັກ ໃນການ ປ້ອງກັນ ພຍາດ ດ້ວຍການ ສັກຢາ ຫຼາຍຢູ່ ໂດຍສະເພາະ ການ ປ້ອງກັນ ພຍາດ ສັດລ້ຽງ ຍ້ອນຂາດ ຢາ ວັກຊີນ ບາງເຂດ ບໍ່ມີ ຢາວັກຊີນ ສັກເລີຍ ເຮັດໃຫ້ ມີການ ຣະບາດ ຂອງ ພຍາດ ສັດລ້ຽງ ເກີດຂື້ນ ໃນຫລາຍ ແຫ່ງ.

"ເລີ້ມສັກ ແຕ່ເດືອນ ນື່ງ ເປັນຢາ ວັກຊີນ ນີ້ຂາດ ເນາະ ບໍ່ພຽງພໍ ຕໍ່ຄວາມ ຕ້ອງການ ຕົວເຕົ້າ ໂຮມເລືອດ ນີ້ແຫລະ ເນາະ ບາງຕົວ ກໍມັນເປັນ ລັກສນະ ແນວນີ້ເນາະ ໄຂ່ ຂາຟໄຂ່ ຂື້ນມາ ແລ້ວ ມີເລືອດ ອອກມາ ກໍຍັງ ຄິດ ຢູ່ວ່າ  ມັນຈະເປັນ ໂຣຄຫຍັງ ເນາະ".

ທ່ານກ່າວ ຕື່ມວ່າ ການສັກຢາ ປ້ອງກັນ ພຍາດ ຖືວ່າ ຍັງ ປະຕິບັດ ບໍ່ໄດ້ ຕາມແຜນ ທີ່ຕ້ອງການ ຍ້ອນມີ ອຸປສັກ ຫລາຍຢ່າງ ທັງຂາດ ແຄນ ຢາວັກຊີນ, ບໍ່ມີ ງົບປະມານ ໃນການ ຮັກສາ ສັດລ້ຽງ ແລະ ເຈົ້າຂອງ ສັດລ້ຽງ ບໍ່ໃຫ້ ຄວາມ ຮ່ວມມື ໃນການ ເອົາສັດ ໄປສັກຢາ ປ້ອງກັນ. ໃນຂນະ ດຽວກັນ ເຈົ້າຫນ້າທີ່ ອີກທ່ານ ນື່ງ ພັດ ເວົ້າວ່າ ທີ່ເມືອງ ຂອງລາວ ກໍຂາດ ຢາວັກຊິນ ຄືກັນ ຍ້ອນ ຜແນກ ກະສິກັມ ບໍ່ສົ່ງຢາ ມາໃຫ້ ໃຫ້ ປະຊາຊົນ ຊື້ເອົາ ເອງ ຍ້ອນ ທາງການ ບໍ່ມີ ງົບປະມານ.

"ຂາດເຂີນ ວັກຊີນ ນີ້ມີ ມີເຕົ້າ ໂຮມເລືອດ ທີ່ວ່າ ເພີ່ນໃຫ້ຊື້ ເອົາເນາະ ແຕ່ວ່າເງີນ ຢູ່ຫ້ອງການ ເຮົາ ກໍບໍ່ມີ ທີ່ວ່າຈະຊື້ ຢາເຕົ້າໂຮມ ເລືອດ ມານະ".

ໃນປີນີ້ ກະຊວງ ກະສິກັມ ແລະປ່າໄມ້ ລາວ ມີແຜນການ ສັກຢາ ວັກຊິນ ປ້ອງກັນ ພຍາດ ສັດລ້ຽງ ໃຫ້ໄດ້ ຢ່າງນ້ອຍ 2 ລ້ານ ກວ່າໂຕ ແຕ່ສາມາດ ສັກໄດ້ ພຽງແຕ່ 2 ແສນໂຕ ເທົ່ານັ້ນ ເຮັດໃຫ້ ສັດລ້ຽງ ກວ່າ 2 ພັນ ໂຕ ຕິດເຊື້ອ ດັ່ງກ່າວ ໃນ ເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.