ຂ.ຜົ້ງສາລີ ປິດດ່ານທ້ອງຖິ່ນ ປ້ອງກັ້ນ ໂຄວິດ-19

ມະນີຈັນ
2020.03.18
F-Covid-19 ແຂວງເຫີເປ໋ ເມືອງຊ້າງໂຈ້ວ ສປຈີນ ປິດດ່ານເຂົ້າອອກ ຕາມມາຕການ ປ້ອງກັນແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19
Citizen Journalist

ທາງການແຂວງຜົ້ງສາລີ ໄດ້ແຈ້ງການສັ່ງປິດດ່ານທ້ອງຖິ່ນ ແລະດ່ານປະເພນີ ທຸກດ່ານໃນແຂວງ ທີ່ມີຊາຍແດນຕິດກັບ ຈີນແລະວຽດນາມ ເພື່ອສະກັດກັ້ນການແຜ່ຣະບາດ ຂອງເຊື້ອພຍາດອັກເສບປອດ ໂຄວິດ-19. ສ່ວນດ່ານສາກົລ 3 ແຫ່ງ ຄືດ່ານປາງຫົກ ເມືອງໃໝ່, ດ່ານ ລານຕຸຍ ເມືອງຍອດອູ ແລະດ່ານປ່າຄາ ເມືອງບຸນເໜືອ ຍັງເປີດບໍຣິການຕາມປົກກະຕິ ແຕ່ມີການເຝົ້າຣະວັງ ຢ່າງເຂັ້ມງວດ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຜົ້ງສາລີ ກ່າວຕໍ່ RFA ໃນມື້ວັນທີ 18 ມີນາ ນີ້ວ່າ:

“ດ່ານນ້ອຍນີ້ປິດແລ້ວ ແຕ່ວ່າດ່ານສາກົລໂຕໃຫຍ່ຫັ້ນ ດຽວນີ້ບໍ່ປິດເທື່ອ ມີແຕ່ແພດໄປປະຈໍາຢູ່ຫັ້ນ ແຕ່ລະມື້ຫັ້ນເຝົ້າຣະວັງ ແລ້ວກໍຣາຍງານ ທຸກມື້ເດ໊.”

ພ້ອມດຽວກັນ ທາງການແຂວງ ຜົ້ງສາລີ ຍັງໄດ້ແຈ້ງການງົດຈັດງານສເລີມສລອງ, ງານປະເພນີ, ງານດອງແລະງານອື່ນໆ ທີ່ມີຜູ້ຄົນມາ ເຕົ້າໂຮມກັນ ຫລາຍນັ້ນ ແລະໄດ້ແຈ້ງໃຫ້ໂຮງແຮມ, ເຮືອນພັກ, ຮ້ານອາຫານແລະຮ້ານ ບໍຣິການຕ່າງໆ ເຝົ້າຣະວັງ ແລະກວດກາແຂກ ທີ່ມາໃຊ້ບໍຣິການ ຢ່າງເຂັ້ມງວດ ຫາກພົບຜູ້ສົງສັຍ ໃຫ້ຮີບແຈ້ງເຈົ້າໜ້າທີ່.

ໃນຂນະດຽວກັນ ທາງຜແນກໂຍທາທິການແລະຂົນສົ່ງ ແຂວງຜົ້ງສາລີ ກໍສັ່ງໃຫ້ຣົດເມຂົນສົ່ງຜູ້ໂດຍສານຣະຫວ່າງ ແຂວງຜົ້ງສາລີໄປຈີນ ແລະວຽດນາມ ຢຸດໃຫ້ບໍຣິການຊົ່ວ ຄາວເພື່ອປ້ອງກັນພຍາດ ດັ່ງກ່າວ ທີ່ອາດຕິດມານໍາ ຜູ້ໂດຍສານ, ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງກ່າວ:

“ສອງປະເທດກະໄດ້ປຶກສາຫາຣື ແລ້ວກະປິດຊົ່ວຄາວໄວໆນີ້ກະສິເປີດ ໄດ້ບໍຣິການແຫຼະ ຖ້າວ່າສະພາບສງົບປົກກະຕິເນາະ ການຣະບາດ ພຍາດຫັ້ນເນາະ ກະມີການຮ່ວມໄມ້ຮ່ວມມື ແລ້ວກະປ້ອງກັນນໍາກັນຫັ້ນແຫລະເນາະ.”

ທ່ານກ່າວຕື່ມວ່າ ສໍາລັບຣົດເມໂດຍສານ ຣະຫວ່າງແຂວງ ຜົ້ງສາລີໄປຫາແຂວງອື່ນໆໃນລາວ ຍັງເປີດໃຫ້ບໍຣິການ ຕາມປົກກະຕິ ແຕ່ໄດ້ ອອກແຈ້ງການ ໃຫ້ຜູ້ປະກອບການ ຂົນສົ່ງເອກກະຊົນ ມີການເຝົ້າຣະວັງ ຢ່າງເຂັ້ມງວດຫາກ ພົບຜູ້ໃດມີອາການສົງສັຍ ໃຫ້ກັກແລະແຍກ ຕົວຜູ້ກ່ຽວ ອອກຈາກຜູ້ໂດຍສານ ຄົນອື່ນໆເພື່ອລໍຖ້າເຈົ້າໜ້າທີ່ ໄປກວດອາການ.

ກ່ອນໜ້ານີ້ ທາງການແຂງອັດຕະປື, ແຂວງເຊກອງ, ໄຊຍະບູຣີ ແລະ ຫົວພັນ ກໍສັ່ງປິດດ່ານທ້ອງຖິ່ນ ແລະດ່ານປະເພນີ ທຸກດ່ານພາຍໃນ ແຂວງ ຍົກເວັ້ນດ່ານສາກົລ ເພື່ອສະກັດກັ້ນເຊື້ອໂຄວິດ-19 ເຂົ້າມາລາວ. ມາຮອດມື້ນີ້ ຢູ່ລາວ ຍັງບໍ່ມີຣາຍງານຜູ້ຕິດເຊື້ອພຍາດໂຄວິດ-19 ຈັກກໍຣະນີ ມີພຽງກໍຣະນີສົງສັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.