ຣັຖຂາດເງິນ ສຳລັບ ຄ່າໃຊ້ຈ່າຍ ໃຫ້ຜູ້ຕິດເຊື້ອ ໂຄວິດ-19

ສຸພັດຕາ
2021.11.25
ຣັຖຂາດເງິນ ສຳລັບ ຄ່າໃຊ້ຈ່າຍ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ເຈົ້າໜ້າທີ່ທະຫານ ພວມປະຕິບັດໜ້າທີ່ ປ້ອງກັນເວນຍາມ ພາຍໃນງານບຸນ (TS), ວັນທີ 19 ພຶສຈິກາ 2021.
RFA

ປັດຈຸບັນຫຼາຍແຂວງໃນລາວ ເຣີ່ມມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນຫຼາຍ ຈຶ່ງເຮັດໃຫ້ງົບປະມານໃນການຊື້ອາຫານການກິນ ສໍາລັບຜູ້ຕິດເຊື້ອໂຄວິດ-19 ທີ່ເຂົ້າມາປິ່ນປົວໃນໂຮງໝໍສນາມມີບໍ່ພຽງພໍ ໂຕຢ່າງ ຢູ່ແຂວງຜົ້ງສາລີ ທາງການແຂວງ ກໍໄດ້ໃຫ້ຄອບຄົວຂອງຜູ້ຕິດເຊື້ອໂຄວິດ-19 ນັ້ນເປັນຜູ້ນໍາອາຫານໄປສົ່ງ ແລ້ວຝາກກັບເຈົ້າໜ້າທີ່ ຈາກນັ້ນ ເຈົ້າໜ້າທີ່ກໍຈະນໍາອາຫານໄປໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ເອງ ຍ້ອນທາງການຂາດງົບປະມານ ເຊິ່ງທີ່ຜ່ານມາ ແຂວງຜົ້ງສາລີ ກໍບໍ່ມີອົງການສາກົລໃດຊ່ອຍເຫຼືອຈັກເທື່ອ, ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຜົ້ງສາລີ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 25 ພຶສຈິກາ ນີ້ວ່າ:

“ມັນບໍ່ມີງົບນ່າ ຜ່ານມາບໍ່ໄດ້ຍິນອົງການໃດຊ່ວຍຈັກເທື່ອນ່າ ຄົນເຂົາຕິດໂຄວິດຫັ້ນນ່າ ເວົ້າເຣື່ອງອາຫານນັ້ນ ຖືວ່າແມ່ນພີ່ນ້ອງເຂົາເປັນຜູ້ໄປສົ່ງເດ້ ຢາ ທ່ານໝໍເປັນຜູ້ບໍຣິການ.”

ສໍາລັບ ຢູ່ນະຄອນຫຼວງວຽງຈັນ ຜູ້ທີ່ຈະຕ້ອງໄດ້ຈ່າຍຄ່າໃຊ້ຈ່າຍເອງນັ້ນ ແມ່ນຜູ້ທີ່ຝ່າຝືນມາຕການ ປ້ອງກັນໂຄວິດ-19 ເປັນຕົ້ນ ກຸ່ມຄົນລັກຊຸມແຊວດື່ມເຫຼົ້າດື່ມເບັຍ ຕ້ອງໄດ້ອອກຄ່າໃຊ້ຈ່າຍເອງທັງໝົດ ແລະໃຫ້ຜູ້ທີ່ຕິດເຊື້ອໂຄວິດ-19, ແຕ່ແຂງແຮງດີ ບໍ່ມີອາການຫຍັງ ສາມາດປິ່ນປົວເອງໄດ້ຢູ່ເຮືອນ ເພາະຈະຊ່ອຍຫຼຸດຜ່ອນໃນເຣື່ອງສະຖານທີ່ປິ່ນປົວ ແລະອາຫານບໍ່ພຽງພໍນໍາດ້ວຍ.

ສ່ວນບຸກຄົນທົ່ວໄປ ທີ່ບໍ່ໄດ້ຝ່າຝືນມາຕການປ້ອງກັນໂຄວິດ-19 ແລ້ວຕິດເຊື້ອໂຄວິດ-19 ທີ່ຕ້ອງການຈະເຂົ້າໄປປິ່ນປົວ ຢູ່ພາຍໃນສູນປິ່ນປົວທີ່ທາງການກໍານົດໄວ້ ທາງການກໍຈະມີອາຫານການກິນໃຫ້ກິນທັງ 3 ຄາບ ເຊົ້າ-ສວາຍ-ແລງ ແຕ່ອາຫານຈະຣົດ ອາຈບໍ່ຖືກປາກປານໃດ ເຊິ່ງຜູ້ທີ່ຕິດເຊື້ອໂຄວິດ-19 ສ່ວນໃຫຍ່ ກໍໄດ້ໃຫ້ທາງຄອບຄົວ ເອົາອາການກິນນັ້ນມາສົ່ງໃຫ້, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ເພິ່ນຈະມີງົບໃຫ້ກິນ ຄວາມໝາຍວ່າ ມີອາຫານນ່າ ແຕ່ວ່າມັນບໍ່ແຊບ ຍົກໂຕຢ່າງ ຈໍ້າແຈ່ວປາແດກບໍ່ຈັ່ງຊີ້ ກໍຕ້ອງກິນ ບາງຄົນເຂົາເຈົ້າກໍສເນີເນາະວ່າ ດຽວນີ້ຂ້ອຍບໍ່ໃຫ້ຄອບຄົວຂ້ອຍກິນອາຫານແນວນີ້ ຂ້ອຍຈະສົ່ງເອງ ກໍມາຢອງ ຢອງປຸ໊ບແລ້ວຂຽນຊື່ ຂຽນຊື່ແລ້ວໃຫ້ຕາມນັ້ນ.”

ສ່ວນຢູ່ແຂວງບໍຣິຄໍາໄຊ ທາງການກໍມີອາຫານການກິນ ໃຫ້ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ເຂົ້າມາປິ່ນ ໃນໂຮງໝໍສນາມຢູ່ ແຕ່ອາຈບໍ່ພຽງພໍຕາມຄວາມຕ້ອງຂອງຜູ້ທີ່ມາປິ່ນປົວ ຖ້າຫາກຍາດພີ່ນ້ອງຂອງຜູ້ຕິດເຊື້ອໂຄວິດ-19 ນັ້ນ ຢາກໃຫ້ກິນອິ່ມ ຫຼືກິນແຊບ ກໍສາມາດນໍາອາຫານມາສົ່ງໃຫ້ ກໍໄດ້ຄືກັນ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:

“ເຣື່ອງຜູ້ຕິດເຊື້ອ ເພິ່ນກໍມີໃຫ້ກິນ ເຂົ້າປາອາຫານ 3 ຄາບ ມື້ນຶ່ງຫັ້ນນ່າ ຕາມຄວາມສາມາດຂອງພັກ ຂອງຣັຖຫັ້ນແຫຼະ ແຕ່ວ່າຍາດຕິພີ່ນ້ອງຫັ້ນ ຜູ້ໃດຢ້ານວ່າ ບໍ່ອິ່ມບໍ່ເຕັມ ບໍ່ພຽງພໍຫັ້ນ ກະເອົາໄປຊ່ວຍກັນ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນແຂວງຜົ້ງສາລີ ທ່ານນຶ່ງ ກ່າວວ່າ ສ່ວນໃຫຍ່ ຄອບຄົວ ຫຼືຍາດພີ່ນ້ອງ ຈະນໍາອາຫານໄປສົ່ງໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ແລະທາງເຈົ້າໜ້າທີ່ ຈະເບິ່ງແຍງໃນເຣື່ອງການປິ່ນປົວເທົ່ານັ້ນ.

“ສ່ວນຫຼາຍກະຊິແມ່ນຄອບຄົວຫັ້ນແຫຼະ ພີ່ນ້ອງຫັ້ນແຫຼະ ອາຫານການຢູ່ການກິນ ເຣື່ອງຢາປິ່ນປົວນ່າ ໂຮງໝໍເຂົາເຈົ້າກໍປົວ ຢາເຂົາກໍມີຢາປົວໃຫ້ເດ້.”

ຊາວບ້ານໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ສໍາລັບຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ໄປປິ່ນປົວຢູ່ໂຮງໝໍສນາມ ທີ່ທາງການກໍານົດ ກໍຈະມີອາຫານການກິນໃຫ້ປົກກະຕິ ສ່ວນຜູ້ທີ່ໄປເຊົ່າໂຮງແຮມ ກໍຕ້ອງໄດ້ຈ່າຍຄ່າໃຊ້ຈ່າຍເອງທັງໝົດ.

“ສູນຄັນເປັນຂອງຣັຖບານ ກະໄດ້ກິນຟຣີຢູ່ຟຣີ ຖ້າເປັນສູນທີ່ບ້ານ ທີ່ເມືອງກໍານົດໃຫ້ ຢູ່ຕາມສະຖານທີ່ຕ່າງໆ ທີ່ມັນບໍ່ມີກະຕ້ອງກຸ້ມຕົນເອງ ຢາຫຍັງກະໄດ້ຊື້ກິນເອງ.”

ຊາວບ້ານໃນແຂວງບໍຣິຄໍາໄຊ ທ່ານນຶ່ງກ່າວວ່າ ສ່ວນໃຫຍ່ກໍມີແຕ່ທາງຄອບຄົວຂອງຜູ້ຕິດເຊື້ອໂຄວິດ-19 ທີ່ນໍາອາຫານໄປສົ່ງໃຫ້ ສ່ວນຢາປິ່ນປົວນັ້ນ ເຈົ້າໜ້າທີ່ແພດແລະໝໍ ເພິ່ນມີໃຫ້.

“ສ່ວນຫຼາຍກະຄອບຄົວບາງເທື່ອນະ ເພາະວ່າຊື້ກິນເອງບໍ່ເຂົ້າໄປສົ່ງໄດ້ ມີແຕ່ໄວ້ໃຫ້ເຈົ້າໜ້າທີ່ທາງນອກຫັ້ນແຫຼະ ແລະກະປົວຟຣີ.”

ທີ່ຜ່ານມາ ຣັຖບານລາວ ກໍມີຫຼາຍພາກສ່ວນ ທັງຈາກພາກສ່ວນເອກຊົນ ແລະຈາກພາກສ່ວນຕ່າງປະເທດ ຊ່ອຍບໍຣິຈາກງົບປະມານຈໍານວນຫຼາຍ ເປັນຕົ້ນ ໃນວັນທີ່ 24 ກັນຍາ 2021 ບໍຣິສັດ ວີທີເອັ້ນ ກໍ່ສ້າງຈໍາກັນຜູ້ດຽວ ກໍໄດ້ມອບເງິນ ຈໍານວນ 100 ລ້ານກີບ ໃຫ້ກະຊວງສາທາຣະນະສຸຂ ເພື່ອນໍາໄປໃຊ້ໃນວຽກງານ ສະກັດກັ້ນການແຜ່ຣະບາດຂອງເຊື້ອໂຄວິດ-19.

ໃນວັນທີ່ 4 ພຶສພາ 2021 ຣັຖບານວຽດນາມ ກໍໄດ້ມອບເງິນສົດ ໃຫ້ຣັຖບານລາວ ເພື່ອນໍາໃຊ້ໃນວຽກງານ ຕ້ານໂຄວິດ-19 ຈໍານວນ 5 ແສນໂດລາສະຫະຣັຖ ແລະໃນວັນທີ່ 24 ມິຖຸນາ 2021 ບໍຣິສັດ ລາວໂທຣະຄົມ ກໍໄດ້ມອບເງິນໃຫ້ກະຊວງສາທາຣະນະສຸຂ ຈໍານວນ 14,452,428 ກີບ.

ສໍາລັບການຕິດເຊື້ອໂຄວິດ-19 ໃນວັນທີ່ 25 ພຶສຈິກາ 2021 ນີ້ ທາງການລາວ ຣາຍງານວ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກ 1,504 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນ 1,499 ຄົນ ຕິດເຊື້ອຈາກກໍຣະນີນໍາເຂົ້າ 5 ຄົນ ມາເຖິງປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 67,322 ຄົນ ແລະເສັຽຊີວິດສະສົມ 143 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.