ສວັນນະເຂດຍັງຂາດອຸປກອນ ການແພດ

ສົມເນ
2015.02.13
F-savanh ໂຮງໝໍປະຈໍາແຂວງ ສວັນນະເຂດ
Photos by: Khemphone Phomnouinh

ແຂວງ ສວັນນະເຂດ ມີ ໂຮງໝໍ ປະຈໍາ ທຸກໆ ເມືອງ ແຕ່ ຍັງຂາດ ອຸປກອນ ການແພດ ຂາດຢາ ປິ່ນຢົວ ພຍາດ ຂາດ ທ່ານໝໍ ຂາດ ພຍາບານ ຈຶ່ງ ບໍ່ ສາມາດ ຮັບຄົນ ເຈັບໜັກ ໃນ ເວລາ ເຈັບ ສຸກເສີນ ໄດ້ ຈໍາເປັນ ຕ້ອງໄດ້ ສົ່ງເຂົ້າໄປ ໂຮງໝໍ ແຂວງ ເຮັດໃຫ້ ຄົນ ເຈັບໜັກ ຂຶ້ນ ເວລາ ເດີນທາງ. ດັ່ງ ທ່ານໝໍ ເມືອງນອງ ໄດ້ເລົ່າ ສູ່ຟັງວ່າ:

"ຂໍ ກໍແມ່ນ ເຣື້ອງ ວຽກງານ ຜ່າຕັດ ນັ້ນແຫລະ ເພາະວ່າ ດຽວນີ້ ຜ່າຕັດ ນີ້ ຢູ່ ເມືອງເຮົາ ກໍ ຕ້ອງການ ຫລາຍຄື ໄປ ເຊໂປນ ມັນ ກໍໄກ ຫັ້ນນະ ຈະແມ່ນ ເຣື້ອງ X-Ray ເຣື້ອງ ວຽກງານ ນີ້ແຫລະ ກ່ຽວກັບ ສຸກເສີນ ນີ້ນະ ຄວາມພ້ອມ ຕົວຢ່າງ ວ່າ ກະດູກ ຫັກ".

ທ່ານວ່າ ໂຮງໝໍ ເມືອງນອງ ເປັນ ໂຮງໝໍ ຂນາດ ນ້ອຍ ມີ 10 ຕຽງ ມີ ພະນັກງານ 14 ຄົນ, ຖ້າມີ ຄົນເຈັບ ຈາກ ອຸປະຕິເຫຕ ຫລື ພຍາຕ ຮ້າຍແຮງ ຈະ ບໍ່ ສາມາດ ປິ່ນປົວ ໄດ້ ຕ້ອງສົ່ງ ໄປໂຮງໝໍ ໃຫຍ່ ເຊັ່ນວ່າ ໂຮງໝໍ ເມືອງ ເຊໂປນ ຂນາດ 30 ຕຽງ ຫ່າງຈາກ ເມືອງນອງ ປະມານ 60 ກິໂລແມັດ ແລະ ໃຊ້ເວລາ ເດີນທາງ ປະມານ 1 ຊົ່ວໂມງ, ຖ້າຫາກ ໂຮງໝໍ ເມືອງ ເຊໂປນ ປິ່ນປົວ ບໍ່ໄດ້ ກໍຕ້ອງ ສົ່ງໄປຍັງ ໂຮງໝໍ ແຂວງ ໄລຍະ ປະມານ 260 ກິໂລແມັດ ໃຊ້ ເວລາ ເດີນທາງ 6 ຊົ່ວໂມງ ໃນສະໄໝ ທີ່ ຖນົນ ຫົນທາງ ເປ່ເພ. ສໍາລັບ ໂຮງໝໍ ຂນາດໃຫຍ່ ແດ່ນັ້ນ ເຊັ່ນວ່າ ໂຮງໝໍ ເມືອງ ສອງຄອນ ຂນາດ 30 ຕຽງ ກໍຍັງ ຂາດເຂີນ ຫລາຍຢ່າງ ຈຶ່ງ ບໍ່ສາມາດ ປິ່ນປົວ ຄົນເຈັບ ໜັກ ໄດ້ ດັ່ງທ່ານ ໝໍ ເມືອງ ສອງຄອນ ເລົ່າວ່າ:

"ຖ້າໄລ່ ໃສ່ແຕ່ລະ ຕໍາແຫນ່ງ ການງານ ກໍຍັງ ບໍ່ທັນພໍ ເພາະວ່າ ທັມມະດາ ໂຮງໝໍ ຂນາດ 30 ຕຽງ ເຮົາ ຕ້ອງການ ພະນັກງານ ທັງໝົດ 60 ຄົນ ແຕ່ ດຽວນີ້ ເຮົາ ມີຕັ້ງແຕ່ 49 ຄົນ ສີ່ມີ ກໍຣະນີ ໜັກໆ ເຊັ່ນວ່າ ຊອກ ແກ່ຍາວ ທີ່ວ່າແກ້ໄຂ ຢູ່ຂັ້ນເຮົາ ໃຫ້ຢາ ໃຫ້ຫຍັງ ກໍບໍ່ຄືນ ກໍໄດ້ສົ່ງ ເຊັ່ນກັບ ພຍາດ ຫົວໃຈ ເຮົາບໍ່ມີ ທັງ ອຸປກອນ ແລະ ກ່າຫ້ອງ ເນາະ ຫ້ອງ ໄອຊີຢູ ຫ້ອງ ຄົນເຈັບ ໜັກ ເຮົາ ກໍບໍ່ມີ ເຄື່ອງຊ່ວຍ ຫາຍໃຈ ເຮົາ ກໍບໍ່ມີ ຖ້າວ່າໜັກ ເຖິງຂັ້ນ ຕ້ອງສົ່ງ".

ໃນປີ 2014 ຜ່ານມາ ໂຮງໝໍ ແຂວງ ສວັນນະເຂດ ຮັບ ຄົນເຈັບ ເຂົ້າມາ ປິ່ນປົວ ປະມານ 48 ພັນ ຄົນ, ມີຄົນເຈັບ ນອນ ໂຮງໝໍ 12 ພັນ ຄົນ ຫລາຍ ກໍຣະນີ ປິ່ນປົວ ບໍ່ໄດ້ ຕ້ອງໄດ້ສົ່ງ ໄປປົວ ຢູ່ ປະເທດໄທ ຫລື ໄປແຂວງ ອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.