ເຣື້ອງທີ່ເກັບບັນທຶກໄວ້
2023-04-17
ຊາວບ້ານ ໃນເຂດພາກໃຕ້ ຕິດເຊື້ອພະຍາດໃບໄມ້ໃນຕັບ ຫຼາຍກວ່າ 50% ຍ້ອນ ມັກກິນອາຫານດິບ ໂດຍສະເພາະອາຫານ ທີ່ເຮັດຈາກປານ້ຳຈືດ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມໂຄສະນາ ໃຫ້ຊາວບ້ານ ເຂົ້າໃຈເຖິງຜົລກະທົບ ຈາກການກິນ ອາຫານດິບ.
2023-04-17
ໃນໂອກາດບຸນປີໃໝ່ລາວ ປະຈໍາປີ 2023 ທົ່ວປະເທດ ມີອຸບັດຕິເຫດ ທີ່ເກີດຫຼາຍທີ່ສຸດ ແມ່ນຢູ່ໃນລະຫວ່າງວັນທີ 14-15 ເມສາ 2023 ໂດຍແຂວງຈຳປາສັກ ແມ່ນເກີດອຸບັດຕິເຫດ ຫຼາຍທີ່ສຸດ ຮອງລົງມານະຄອນຫຼວງວຽງຈັນ, ແຂວງສວັນນະເຂດ ແລະ ອີກຫຼາຍແຂວງ.
2023-04-13
ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ ຈາກຖນົນ ທີ່ຍັງສ້າງບໍ່ແລ້ວ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
2023-04-12
ການສ້ອມແປງ ເສັ້ນທາງພູເກົ້າຫຼັກ ສຳເຣັດ ຂັ້ນພື້ນຖານ ເຊິ່ງຍັງເຫຼືອການປູຢາງ ອີກຊັ້ນທີ 2 ແລະການທາສີ ເພື່ອໝາຍເສັ້ນຂອບທາງ ຂະນະທີ່ເສັ້ນທາງດັ່ງກ່າວນີ້ ມີຣົຖແລ່ນຫຼາຍ, ແຕ່ການສ້າງເສັ້ນທາງບໍ່ໄດ້ຄຸນນະພາບ ເຮັດໃຫ້ເກີດອຸບັດຕິເຫດ ເປັນປະຈຳໃນແຕ່ລະປີມີຜູ້ເສັຍຊີວິດ ຈຳນວນຫຼາຍ.
2023-04-10
ໝອກຄວັນທີ່ເກີດຂຶ້ນ ຈາກການຈູດໄຮ່ ແລະໄຟໄໝ້ລາມປ່າໃນລາວ ເປັນບັນຫາ ທີ່ນາຍົກຣັຖມົນຕຣີ ຂອງລາວ, ໄທຍ ແລະພະມ້າ ຕ້ອງປະຊຸມຮ່ວມກັນ ເພື່ອຫາທາງແກ້ໄຂ ແລະປ້ອງກັນ ໂດຍສະເພາະ ໃນອະນາຄົດ, ເຖິງແມ່ນວ່າ ຈະຍັງບໍ່ມີຄວາມຄືບໜ້າ ທາງການປະຕິບັດ ທີ່ເປັນຮູບປະທັມກໍຕາມ.
2023-04-07
ອົງການ ໄອຍະການ ປະຊາຊົນສູງສຸດ ອອກຄໍາສັ່ງ ໃຫ້ດໍາເນີນຄະດີ ຕໍ່ຜູ້ທີ່ປູກ, ຄ້າຂາຍ ແລະຄອບຄອງ ພືດ ທີ່ໃຫ້ສານເສບຕິດ ແລະສານຣະເຫີຍ ທີ່ມີສານເສບຕິດອື່ນ ຜູ້ລະເມີດ ຈະຖືກລົງໂທດ ຕາມກົດໝາຍ ຢ່າງເຂັ້ມງວດ.
2023-04-06
ນັກລົງທຶນຈີນ ຢູ່ບ້ານນາແມດ ເມືອງແບງ ແຂວງອຸດົມໄຊ ຖິ້ມວັດຖຸ ທີ່ເປັນຫຼອດແກ້ວ ແບບດຽວກັບ ຫຼອດຢາ ເຊິ່ງມີກັບໃສ່ຢ່າງດີ ຈຳນວຫຼາຍ ໃສ່ພື້ນທີ່ນາ ຂອງຊາວບ້ານ ທີ່ໃຫ້ຈີນເຊົ່າເຮັດສວນໝາກໂມ ແລະຊາວບ້ານ ຄາດວ່າ ເປັນສານເຄມີ ຊະນິດນຶ່ງ ທີ່ເຫຼືອໃຊ້ກັບໝາກໂມ ເຮັດໃຫ້ຊາວບ້ານ ມີຄວາມກັງວົນໃຈຫຼາຍ ເພາະຢ້ານເປັນອັນຕລາຍຕໍ່ສຸຂພາບ.
2023-04-06
ລະດັບ ຝຸ່ນລະອອງ PM 2.5 ທີ່ນະຄອນຫລວງວຽງຈັນ ຍັງຢູ່ໃນລະດັບສີແດງ ທີ່ເປັນອັນເປັນຕລາຍທີ່ສຸດຕໍ່ສຸຂພາບປະຊາຊົນ ເຊັ່ນໂຣກລະບົບທາງເດີນຫາຍໃຈ, ແສບດັງ, ຫາຍໃຈຝືດ, ເປັນຫວັດເປັນໄອ, ຄັນຕາ.
2023-04-04
ໂຮງງານຕົ້ມນ້ຳມັນເຄື່ອງເກົ່າ ຢູ່ບ້ານ ນາຜາສຸກ ເຂດຫຼັກ 32 ເມືອງ ໄຊທານີ ນະຄນອນຫຼວງວຽງຈັນ ລັກຕົ້ມນ້ຳມັນເຄື່ອງ ໃນຕອນກາງຄືນ ຈົນຮອດມື້ເຊົ້າ ເຮັດໃຫ້ເກີດມີກິ່ນຂິວ ແລະ ຄວັນດຳ ປິວໄປທົ່ວ, ສົ່ງຜົລກະທົບ ຕໍ່ປະຊາຊົນ ທີ່ຢູ່ອ້ອມຂ້າງ.
2023-03-30
ປະຊາຊົນ ໄດ້ຮັບຜົລກະທົບຈາກ ຝຸ່ນລະອອງ PM 2.5 ຍ້ອນ ຄວນໄຟທີ່ມາຈາກໄຟປ່າ ແລະ ການຈູດປ່າເຮັດໄຮ່ ໃນປະເທດລາວ ໃນນັ້ນ ແຂວງບໍ່ແກ້ວ, ແຂວງຫຼລວງພຣະບາງ ແລະ ແຂວງໄຊຍະບູລີ ມີລະດັບຝຸ່ນລະອອງ ທີ່ສູງສົ່ງຜົລກະທົບຕໍ່ສຸຂະພາບ.
2023-03-30
ຊາວບ້ານ ສົງໄສວ່າ ງົວ 2 ໂຕ ຕາຍຍ້ອນກິນຫຍ້າປົນເປື້ອນ ສານເຄມີ ຢູ່ໃນສວນກ້ວຍຂອງຈີນ ທີ່ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂະນະທີ່ ບາງຄົນທີ່ຢູ່ໃກ້ສວນກ້ວຍຈີນດັ່ງກ່າວ ກັງວົນຢ້ານງົວຂອງຕົນເອງ ເຂົ້າໄປກິນຫຍ້າ ໃນບໍຣິເວນດຽວກັນ ຫາກບໍ່ມີການປ້ອງກັນ ຈາກເຈົ້າຂອງສວນກ້ວຍ.
2023-03-28
ສະຖານະການ ຄວັນພິດຈາກໄຟໄຫມ້ປ່າ ແລະ ການຈູດໄຮ່ ໃນຫລາຍແຂວງ ຍັງຫນ້າເປັນຫ່ວງ ແລະ ຫນັກຂຶ້ນຊຶ່ງໃນຂອບເຂດ ທົ່ວປະເທດມີ ຫລາຍພື້ນທີ່ທີ່ມີຝຸ່ນລະອອງ PM 2.5 ສູງກ່ວາຄ່າມາຕຖານ ຈົນກະຊວງສາທາຣະນະສຸຂ ອອກແຈ້ງເຕືອນຜົລກະທົບ ຂອງມົນລະພິດ ແລະ ຫມອກຄວັນ.
2023-03-28
ຣັຖບານຍີ່ປຸ່ນຊ່ອຍເຫຼືອລ້າ ເພື່ອສົ່ງເສີມໃຫ້ຄວາມຮູ້ ຈາກຄວາມສ່ຽງ ຂອງລະເບີດ ບໍ່ທັນແຕກໃນ 2 ເມືອງ ຢູ່ແຂວງຊຽງຂວາງ ໂດຍສະເພາະ ໄດ້ໃຫ້ການສົ່ງເສີມ ການຝຶກທັກສະ ທີ່ຈຳເປັນ ໃນການປະກອບອາຊີບ ກະສິກັມ ແລະຫັຕຖະກັມ ໃຫ້ແກ່ຊາວບ້ານນຳດ້ວຍ.
2023-03-27
ມາເຖິງປັດຈຸບັນ ໄຟໄໝ້ປ່າ ຈາກການຈູດໄຮ່ ສ້າງມົນລະພິດທາງອາກາດ ແລະ ເຮັດໃຫ້ມີຜູ້ເສັຍຊີວິດແລ້ວ ຢ່າງໜ້ອຍ 2 ຄົນຈາກໄຟໄໝ້ໃນເວລາຈູດໄຮ່ ເຊິງການມອດໄຟນັ້ນ ຍັງບໍ່ສາມາດເຮັດໄດ້ໝົດເທື່ອ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ເກີດມີຝຸ່ນລະອອງ PM 2.5 ປົກຄຸມທົ່ວໂຕເມືອງ.
2023-03-24
ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ປະກາດເຕືອນ ເຣື່ອງມົລພິດ ໝອກຄັວນ ຫລື ຝຸ່ນລະອອງ 2.5 PM, ແລະ ຫ້າມຈູດເຜົາຂີ້ເຫຍື້ອ, ໃຫ້ຫລີກລ່ຽງ ການເຄື່ອນໄຫວກາງແຈ້ງ, ເວລາອອກ ໄປນອກເຮືອນ ໃຫ້ໃສ່ຜ້າອັດປາກອັດດັງ ແລະດື່ມນໍ້າຫລາຍຂຶ້ນ.