ເຂັມສີດຢາໃນຊີ້ນໝູ

ສຸພັດຕາ
2020.10.14
F-pork-meat ໃນວັນທີ່ 12 ຕຸລາ ຊາວບ້ານ ຊືິ້ຊີ້ນໝູຈາກຕລາດ ບ້ານນາແກ ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ໄດ້ບັງເອີນພົບເຫັນ ເຂັມສີດຢາ ໃນຊີ້ນໝູ ທີ່ຊື້ມານັ້ນ
ນັກຂ່າວພົລເມືອງ

ໃນມື້ວັນທີ່ 12 ຕຸລາ ນີ້ ຊາວບ້ານທີ່ໄປຊືິ້ ຊີ້ນໝູຈາກຕລາດ ບ້ານນາແກ ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ໄດ້ພົບເຫັນເຂັມ ສີດຢາ ໃນຊີ້ນໝູດັ່ງກ່າວ ຊຶ່ງບໍ່ຮູ້ວ່າເຂັມນັ້ນມາຈາກໃສ, ດັ່ງຊາວບ້ານ ນາແກ ຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 13 ຕຸລາ 2020 ນີ້ວ່າ:

“ຊື້ເນື້ອໝູມາມື້ວານ ໃນເຂົ້າຮ້ານເຂົາຈະຫັ່ນເປັນກ້ອນ ກ້ອນນຶ່ງ ເກືອບກິໂລນຶ່ງ ມັນກະບໍ່ຄ່ອຍເຫັນດອກຕອນແລກນະ ພໍຫັ່ນໄປຫັ່ນໄປ ແຫຼະໄປເຈິນ່າຈະຝັງຢູ່ດ້ານໃນ ມັນບໍ່ມີຄົນເຫັນດອກ ເຂັມໜ້າຈະຍາວ ກວ່ານັ້ນແຕ່ເຂັມນະມັນຫັກ ເພາະເບິ່ງແລ້ວ ຕົງຂໍ້ຕໍ່ເປັນຮອຍຫັກ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຄວາມຍາວຂອງເຂັມສີດຢາ ນັ້ນຍາວປານມານ 2 ຂໍ້ມື ແລະກໍໍບໍ່ແນ່ໃຈວ່າ ເຂັມທີ່ຢູ່ໃນຊີ້ນໝູນັ້ນມາຈາກໃສແທ້ ຈາກຮ້ານຄ້າ ຫຼືວ່າຈາກຜູ້ສົ່ງຊີ້ນກໍຮູ້ບໍ່ ແລະຢາກໃຫ້ທຸກຄົນ ຊ່ອຍກັນ ຣະມັດຣະວັງ ເພາະຢ້ານຈະເກີດເຫດການ ແບບນີ້ກັບຄົນອື່ນອີກ.

ໃນຂນະດຽວກັນ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ກໍໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ວ່າຕົນ ຍັງບໍ່ເຄີຍເຫັນເຣື່ອງນີ້ເກີດຂຶ້ນຈັກເທື່ອ ແລະເທື່ອນີ້ ກໍເປັນເທື່ອ ທໍາອິດ ທີ່ໄດ້ຍິນຂ່າວ ຈຶ່ງຢາກໃຫ້ທາງການ ລົງໄປກວດກາ ເພາະບໍ່ຢາກ ໃຫ້ເກີດເຣື່ອງແບບນີ້ ຂຶ້ນອີກ, ດັ່ງທ່ານກ່າວວ່າ:

“ກໍເພິ່ງເຄີຍໄດ້ຍິນເຣື່ອງນີ້ແຫຼະ ຕົກໃຈຢູ່ຄືກັນວ່າມີເຂັມຢູ່ໃນຊີ້ນໝູໄດ້ແນວໃດ ຢາກໃຫ້ທາງການຊ່ວຍກວດເບິ່ງແດ່ ບໍ່ຢາກໃຫ້ເກີດຂຶ້ນອີກ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ກົມການຄ້າພາຍໃນ ທີ່ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ຊີ້ແຈງວ່າ ໂດຍປົກກະຕິ ຈະມີພາກສ່ວນກ່ຽວ ຂ້ອງລົງໄປກວດກາຊີ້ນໝູໃນຕລາດຢູ່ແລ້ວ ແລະສໍາລັບເຣື່ອງ ດັ່ງກ່າວ ນີ້ ກໍຂໍໃຫ້ຜູ້ທີ່ພົບເຫັນເຂັມ ສີດຢາໃນຊີ້ນໝູນັ້ນ ສົ່ງເຣື່ອງເຂົ້າມາ ຫາທາງກົມ ການຄ້າພາຍໃນໄດ້ ແລ້ວຈະປະສານຫາ ໜ່ວຍງານທີ່ກ່ຽວຂ້ອງ ລົງໄປກວດເບິ່ງຕື່ມອີກ, ດັ່ງທີ່ທ່ານກ່າວວ່າ:

“ສົ່ງຣາຍຣະອຽດ ວ່າພວກເຮົາຊື້ຢູ່ຕລາດນັ້ນຕລາດນີ້ ຊີ້ນໝູຢູ່ຮ້ານນັ້ນຮ້ານນີ້ ມັນມີເຂັມຢູ່ຂ້າງໃນ ເວັບເພສພວກເຮົາ ກົມການຄ້າພາກໃນ ພວກເຮົາຈະເປີດເບິ່ງແລ້ວ ຈະເຮັດສະໂນດ ໄປຫາແຂວງເນາະ ເພິ່ນຈະກວດເປັນປະຈໍາຢູ່ແລ້ວ ເຣື່ອງຊີ້ນໝູ ເຣື່ອງຣາຄາຊີ້ນໝູ ເຣື່ອງຫຍັງ ຕ່າງໆ ເປັນໜ່ວຍງານສາທາ ສົມທົບກັບຂແນງການຄ້າ ລົງໄປກວດໂລດ.”

ທ່ານກ່າວຕື່ມອີກວ່າ ສ່ວນຣາຍຣະອຽດ ຫຼືມາຕການໃນການລົງໂທດນັ້ນ ຕ້ອງໄດ້ພິຈາຣະນາ ເປັນຣາຍກໍຣະນີໄປແຕ່ໃນເບື້ອງຕົ້ນ ເມື່ອໄດ້ ຂໍ້ມູນຈາກຊາວບ້ານ ຜູ້ນີ້ມາແລ້ວ ຈະຕ້ອງມີການລົງໄປກວດສອບ ແລະສອບຖາມຈາກຜູ້ຄ້າຂາຍຕື່ມອີກກ່ອນ ວ່າເປັນມາແນວໃດແທ້ ແລະອາດມີການກວດຫາ ຊີ້ນໝູຢູ່ຮ້ານອື່ນໆ ເພື່ອຄວາມປອດພັຍ ຂອງຜູ້ບໍຣິໂພຄນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.