ໂຮງງານຊີເມັນ ຂອງຈີນ ກະທົບ ຊາວບ້ານ

ສິດນີ
2019.04.02
ໂຮງງານຜລິດຊິເມັນ ເມືອງວັງວຽງ ແຂວງວຽງຈັນ
RFA/PN

ໂຮງງານຊີເມັນຈີນ ຢູ່ບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ ສົ່ງຜົລກະທົບ ຕໍ່ສຸຂພາບຂອງປະຊາຊົນຫຼາຍຂຶ້ນ ນອກຈາກປ່ອຍຄວັນ ພິດແລ້ວ ຍັງມີຣົດແກ່ຫິນ ຂອງໂຮງງານແລ່ນໄປມາ ໃນແຕ່ລະມື້ຫຼາຍຄັ້ງ ເຮັດໃຫ້ເກີດຂີ້ຝຸ່ນ ເປັນອັນຕຣາຍຕໍ່ຊຸມຊົນ ແລະ ນັກຮຽນ ໄປ ໂຮງງານ ທີ່ບ້ານ ຫ້ວຍງາມ ແລະບ້ານ ຂັນຫມາກ ຢ່າງຫນັກ. ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີໃນມື້ວັນທີ 1ເມສາ ນີ້ວ່າ:

“ເພິ່ນແກ່ຫິນ ແກ່ດິນແກ່ຫຍັງຜ່ານບ້ານ ຂີ້ຝຸ່ນເອົາແທ້ເອົາວ່າ ບໍ່ຊ່າງຊີ່ຢູ່ຊິ່ກິນດຽວນີ້ນະ ມັນມີພິດມີພັຍຫລາຍທີ່ສຸດໂຕນີ້ນະ ກິນຂີ້ຝຸ່ນ ຕຣອດເວັນ ຕຣອດຄືນເລີຍດຽວນີ້ ນັກຮຽນໄປໂຮງຮຽນນີ້ອັນຕຣາຍທີ່ສຸດ ເປັນຫວັດເປັນໄອຫມົດ.”

ຍານາງຕື່ມວ່າ ຮ້າຍແຮງໄປກວ່ານັ້ນ ປະຊາຊົນຜູ້ທີ່ອາສັຍຢູ່ແຄມທາງ ຍັງໄດ້ຮັບຜົລກະທົບຈົນຂັ້ນເປັນແຜ, ເປັນຕຸ່ມຕາມຮູດັງ ຫຼືຕາມປາກ, ຕາມຄໍນຳອີກ ຍ້ອນຫາຍໃຈເອົາຂີ້ຝຸ່ນ ໃນແຕ່ລະມື້ ບາງຄົນ ຈົນໄດ້ໄປປິ່ນປົວຢູ່ໂຮງພຍາບານ ແລະເສັຽຄ່າປິ່ນປົວເອົາເອງ ແຕ່ກໍຍັງບໍ່ຫາຍ. ນາງວ່າ ບັນຫາດັ່ງກ່າວ ເຈົ້າຫນ້າທີ່ບ້ານ ກໍໄດ້ຮອ້ງຮຽນໄປຍັງ ຫ້ອງການປົກຄອງ ເມືອງວັງວຽງແລ້ວ ໃຫ້ໄປເວົ້າ ກັບໂຮງງານຊີເມັນຈີນ ມາຫົດທາງ ແຕ່ມາຮອດປັດຈຸບັນ ບັນຫາ ກໍຍັງບໍ່ຖືກແກ້ໄຂເລີຍ.

ວິທະຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການເມືອງວັງວຽງ ເພື່ອຖາມລາຍຣະອຽດ ກ່ຽວກັບບັນຫາດັ່ງກ່າວ ເຈົ້າຫນ້າທີ່ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງບອກວ່າ ໄດ້ປະສານໄປຍັງໂຮງງານຈີນ ໃຫ້ມາຫົດທາງ ເພື່ອຫຼຸດຜ່ອນຂີ້ຝຸ່ນແລ້ວ ແລະເຈົ້າຫນ້າທີ່ໂຮງງານຈີນ ກໍຮັບປາກ ວ່າຈະມາຫົດໃຫ້ ແຕ່ກໍຍັງບໍ່ເຮັດ ຊຶ່ງທາງຫ້ອງການກໍຈະຕິດຕາມຕື່ມອີກ.

ນອກຈາກບັນຫາຂີ້ຝຸ່ນແລ້ວ ໂຮງງານຊີເມັນຈີນ ຍັງປ່ອຍຄັວນພິດ ຈາກໂຮງງານທຸກມື້ນຳອີກ ແລະກໍເປັນ ສາເຫດອີກອັນນຶ່ງ ທີ່ເຮັດໃຫ້ ປະຊາຊົນເປັນພຍາດ ກ່ຽວກັບຣະບົບຫາຍໃຈ ຊຶ່ງຫ້ອງການສາທາຣະນະສຸກ ທີ່ເມືອງວັງວຽງ ກໍພຽງແຕ່ແນະນຳໃຫ້ປະຊາຊົນໃຊ້ຜ້າປິດປາກ ປິດດັງເທົ່ານັ້ນ ໃນແຕ່ລະມື້ ເພື່ອປ້ອງກັນຄວັນແລະຂີ້ຝຸ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.