ຜູ້ປ່ວຍຍ້ອນໄຂ້ຍຸງລາຍ ເພີ່ມຂຶ້ນ

ສຸພັດຕາ
2019.02.21
ຄົນປ່ວຍເປັນໄຂ້ເລືອດອອກ ທີ່ໄປປິ່ນປົວຢູ່ໂຮງໝໍ ເມືອງນາຊາຍທອງ ແຂວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ຜົລສໍາຣວດຂອງເຈົ້າໜ້າທີ່ສາທາຣະນະສຸຂ ໃນປີ 2019 ນີ້, ນັບແຕ່ມື້ວັນທີ 30 ທັນວາ ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອພຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ຢູ່ນະຄອນຫຼວງວຽງຈັນ 201 ຄົນ, ການແຜ່ຣະບາດເຊື້ອພຍາດ ໄຂ້ຍຸງລາຍໃນປີນີ້, ຫາກທຽບກັບ ປີ 2018 ທີ່ຜ່ານມາ, ໃນຣະຍະເດືອນດຽວກັນ ຖືວ່າເພີ້ມຂຶ້ນ 16%, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສາທາຣະນະສຸຂ ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນ ວັນທີ 20 ກຸມພາ ນີ້:

“ຢູ່ໃນປີ 2019 ມີແຕ່ວັນທີ 30 ມາເຖິງປັດຈຸບັນ 201 ກໍຣະນີ, ເສັຽຊີວິດ 4 ກໍຣະນີ, ກະຖືວ່າ ປີນີ້ເພີ້ມ, ຖ້າວ່າສົມທຽບໃສ່ໃນຊ້ວງເວລາ ດຽວກັນ ກະເປັນສິບທົບລະເນາະ, ຂອງປີ 2018 ກະຖືວ່າລະບາດ ຖືວ່າຜິດປົກກະຕິ ສ່ວນຫຼາຍກະຢູ່ໃນເມືອງແຫຼະ ເປັນທຸກກຸ່ມອາຍຸ.”

ທ່ານກ່າວຕື່ມວ່າ ໃນນະຄອນຫຼວງວຽງຈັນ, ສ່ວນຫຼາຍເຊື້ອພຍາດໄຂ້ຍຸງລາຍ ຈະພົບຢູ່ເມືອງໄຊເສດຖາ, ເປັນອັນດັບນຶ່ງ, ຮອງລົງມາກໍເປັນ ເມືອງ ຈັນທະບູລີ, ສີສັດຕະນາກ ແລະໄຊທານີ, ຍ້ອນສະພາບອາກາດຮ້ອນອົບເອົ້າຫຼາຍຂຶ້ນ ຈຶ່ງເຮັດໃຫ້ ປະຊາຊົນ ຕ້ອງເກັບກັກນໍ້າໄວ້ໃຊ້ ຊຶ່ງການເກັບນໍ້ານີ້, ກາຍເປັນແຫຼ່ງເພາະພັນຍຸງລາຍ:

“ມັນອີງໃສ່ສະພາບອາກາດ ເພາະດຽວນີ້ ມັນມີຮ້ອນຕະຫຼອດຊິນະ, ແລ້ວກະກັກເກັບນໍ້າໄວ້ໃຊ້ແນ່ເນາະ, ກໍ່ຖືວ່າເປັນແຫຼ່ງເພາະພັນຍຸງລາຍ, ກະປົກປ້ອງໄປງັ້ນ, ການຂະຫຍາຍໂຕຂອງພວກຍຸງລາຍເພີ້ມຂຶ້ນເນາະ, ເພາະປົກກະຕິຊ້ວງນີ້ຈະເປັນ ໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ.”

ໃນປັດຈຸບັນນີ້, ຖືວ່າຜູ້ຕິດເຊື້ອພຍາດໄຂ້ຍຸງລາຍເພີ້ມຂຶ້ນຫຼາຍ, ມີເຈົ້າໜ້າທີ່ລົງກວດກາຢ່າງເຂັ້ມງວດ, ຕາມແຕ່ລະບ້ານ, ແຕ່ລະເຮືອນ, ໂດຍເນັ້ນ ໃຫ້ປະຊາຊົນຊ່ອຍກັນ ເອົາໃຈໃສ່ອານາມັຍເຮືອນຊານບ້ານຊ່ອງ ແລະເຂດອ້ອມແອ້ມເຮືອນໃຫ້ສະອາດ, ບໍ່ໃຫ້ມີນໍ້າຂັງ ໃນພາສະນະທີ່ບໍ່ໃຊ້, ແລະນໍ້າທີ່ເກັບໄວ້ໃນຝຸ້ຍໃນຖັງ ກໍໃຫ້ປິດຝາເປັນຢ່າງດີ, ເພື່ອປ້ອງກັນບໍ່ໃຫ້ຍຸງໄປວາງໄຂ່ໄດ້.

ທ່ານກ່າວໃນຕອນທ້າຍວ່າ ການຣະບາດຂອງໄຂ້ຍຸງລາຍໃນປີ 2019 ນີ້ ມີແນວໂນ້ມໜັກຂຶ້ນ ສໍາຫຼັບຄົນທີ່ຕິດເຊື້ອພຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ນັ້ນຈະມີອາການເປັນໄຂ້ສູງ, ໂຕຮ້ອນ, ເບື່ອອາຫານ, ຮາກ ແລະມີຕຸ່ມແດງໆນ້ອຍໆຂຶ້ນຕາມຕົນໂຕ ຫາກຜູ້ໃດມີອາການ ຄືທີ່ກ່າວມານີ້ ບໍ່ຄວນຊື້ຢາມາກິນເອງ ແລະໃຫ້ຟ້າວໄປພົບທ່ານໝໍ ໂດຍໄວ ຫາກປ່ອຍໄວ້ ອາດເຖິງຂັ້ນເສັຽຊີວິດໄດ້.

ເມື່ອປີກາຍໝົດປີ ສະເພາະຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 583 ຄົນ. ໃນປີ 2018 ທີ່ຜ່ານມາ ກະຊວງ ສາທາຣະນະສຸຂ ໄດ້ຣາຍງານວ່າ ຢູ່ ສປປລາວ ມີຜູ້ຕິດເຊື້ອ ພຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເຖິງ 6 ພັນຄົນ ແລະ ເສັຽຊີວິດ 19 ຄົນ, ໃນນີ້ ແຂວງອັດຕະປື, ມີອັດຕຣາຕິດເຊື້ອ ຫຼາຍກວ່າໝູ່, ຮອງລົງມາແມ່ນ ນະຄອນຫລວງວຽງຈັນ, ຈຳປາສັກ ແລະ ແຂວງ ສະຫວັນນະເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.