ນະຄອນຫຼວງສັ່ງຫ້າມ ເຄື່ອນຍ້າຍ ໝູ

ໄມຊູລີ
2019.07.09
ໂຕຢ່າງ ຂອງ ຟາມລ້ຽງໝູ ຢູ່ ສປປ ລາວ
ຮູປຈາກ : ນັກຂ່າວພົລເມືອງ

ປັຈຈຸບັນກົມລ້ຽງສັດ ແລະການປະມົງໄດ້ສັ່ງຫ້າມປະຊາຊົນ ແລະ ທຸກພາກສ່ວນທຸຣະກິດ ໃນນະຄອນຫລວງວຽງຈັນ ບໍ່ໃຫ້ເຄື່ອນຍ້າຍໝູ ຢ່າງເດັດຂາດ ພາຍຫລັງ ກວດພົບໝູຕາຍ ຍ້ອນພຍາດ ອະຫິວາໝູ ອາຟຣິກກາ ຈໍານວນ 96 ໂຕ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ພ້ອມກັບກໍາລັງຊອກຫາ ສາເຫດ ຂອງການແພ່ຣະບາດ ມາຮອດ ນະຄອນຫລວງວຽງຈັນ, ດັ່ງເຈົ້າໜ້າທີ່ ກົມລ້ຽງສັດ ແລະ ການປະມົງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 9 ກໍຣະກະດາ ນີ້ວ່າ:

“ການກວດກາ ອັນນັ້ນກໍຖືວ່າ ເຂັ້ມງວດ ຕາມຣະບຽບຫັ້ນແຫຼະ ບໍ່ໃຫ້ເຂົ້າບໍ່ໃຫ້ອອກແລ້ວ ຫລາຍພາກສ່ວນ ກໍຮູ້ແລ້ວ ມັນກໍມີຂອບເຂດ ຫຍັງເນາະ ແຕ່ວ່າມັນເກິດຂື້ນແນວໃດ ຍັງເປັນຂໍ້ຄໍາຖາມຢູ່ ມັນມີຮົ້ວມີກໍາແພງອ້ອມໝົດ ແຕ່ມັນເກິດຢູ່ໃນຫັ້ນ.”

ເມື່ອວັນທີ່ 8 ກໍຣະກະດາ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງຣັຖມົຕຣີ ກະຊວງກະສິກັມ ແລະປ່າໄມ້ ໄດ້ຖແລງຂ່າວຕໍ່ ສື່ມວນຊົນວ່າ ນັບແຕ່ມີການແຜ່ຣະບາດ ຂອງພຍາດອະຫິວາ ໝູ ອາຟຣິກກາ ຢູ່ລາວ ເຮັດໃຫ້ໝູຢູ່ເມືອງ ຕຸ້ມລານ ແຂວງສາລະວັນ ຕາຍແລ້ວ 2,340 ໂຕ, ແລະຢູ່ເມືອງນາຊາຍທອງ ມີໝູຕິດເຊື້ອ 110 ໂຕ ໃນນັ້ນຕາຍແລ້ວ 96 ໂຕ ພ້ອມກັບປະກາດເຂດດັ່ງກ່າວ ໃຫ້ເປັນເຂດແດງແລ້ວ ແລະວ່າ ຢ່າງໃດກໍຕາມ ໃນຣະຍະທີ່ພຍາດ ດັ່ງກ່າວ ກໍາລັງຣະບາດ ຢູ່ລາວໃນເວລານີ້ ທາງການ ໃນຫລາຍທ້ອງຖິ່ນ ກໍໄດ້ພາກັນ ເຝົ້າຣະວັງ ແລະ ສະກັດກັ້ນ ເຊື້ອພຍາດນິີ້ ຢ່າງເຂັ້ມງວດ.

ຫລ້າສຸດ ທາງການເມືອງ ທ່າປາງທອງ ແຂວງສະຫວັນນະເຂດ ຊື່ງເປັນເມືອງ ທີ່ມີເຂດຕິດກັບ ເມືອງຕຸ້ມລານ ກໍໄດ້ກວດກາ ບໍ່ໃຫ້ ເຄື່ອນຍ້າຍໝູ ແລະໄດ້ ສິດພົ່ນຢາຂ້າເຊື້ອ ເພື່ອບໍ່ໃຫ້ ເຊື້ອພຍາດ ຈາກເມືອງຕຸ້ມລານ ແພ່ຣະບາດ ມາຮອດເມືອງ, ດັ່ງ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຕຸ້ມລານ ກ່າວວ່າ:

“ເກັບກໍາຂໍ້ມູນແລ້ວ ກໍຈັບຈຸດປ້ອງກັນ ສິດຢາຂ້າເຊື້ອນໍາຢູ່ເຂດເປົ້າໝາຍ ເຂດເຂົ້າອອກເມືອງນີ້ ສະກັດກັ້ນ ຍຸຕິການເຄື່ອນໄຫວ ເຄື່ອນຍ້າຍ ຂົນສົ່ງ ພາຍໃນເມືອງ ຫຼື ອອກມາເມືອງ ຖືວ່າ ໄດ້ມີມາຕການຮຽບຮ້ອຍແລ້ວ.”

ທ່ານກ່າວອີກວ່າ ປັຈຈຸບັນ ກໍໄດ້ແຈ້ງເຕືອນປະຊາຊົນ ພາຍໃນເມືອງ ໃຫ້ງົດຊື້ຊິ້ນໝູມາບໍຣິໂພກ ແລະ ສັ່ງໃຫ້ໂຮງຂ້າສັດຕ່າງໆ ຫ້າມຂ້າ ໝູສົ່ງຊິ້ນ ຂາຍຕາມຕລາດ ເພື່ອອໍານວຍຄວາມສດວກ ໃຫ້ແກ່ການ ກວດກາ ແລະ ສະກັດກັ້ນ ພຍາດດັ່ງກ່າວ ຍ້ອນເມືອງນີ້ ກໍາລັງຢູ່ ໃນຈຸດສ່ຽງ.

ກ່ອນໜ້ານີ້ ແຂວງຫລວງນໍ້າທາ ໄດ້ອອກແຈ້ງການ ເຝົ້າຣະວັງ ພຍາດອະຫິວະ ໝູ ອາຟຣິກກາ ພ້ອມກັບ ສຶບຕໍ່ກວດກາ ການລັກນໍາເຂົ້າ ຊິ້ນໝູ ຈາກຈີນ ເຂົ້າມາໃນແຂວງ ຫລັງຮູ້ຂໍ້ມູນວ່າ ມີຄົນຈີນບາງສ່ວນ ຍັງສວຍໂອກາດ ເອົາຊິ້ນໝູເຂົ້າມາລາວ ໂດຍບໍ່ຟັງຄໍາສັ່ງ ຂອງ ທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.