ນ້ຳເຊນ້ອຍ ກາຍເປັນສີແດງເຂັ້ມ ຊາວບ້ານ ກັງວົນໃຈ
2022.06.22
ນັບແຕ່ວັນທີ່ 20 ມິຖຸນາ ທີ່ຜ່ານມາ ຈົນຮອດປັດຈຸບັນ ໄດ້ເກີດສະພາບ ນໍ້າເປັນສີແດງເຂັ້ມ ຢູ່ໃນນໍ້າເຊນ້ອຍ ເຂດບ້ານນາເຕີ ເມືອງວິລະບູລີ ແຂວງສວັນນະເຂດ ເຮັດໃຫ້ຊາວບ້ານທີ່ຫາປາ ໃນລໍາເຊດັ່ງກ່າວ ຕ້ອງໄດ້ຢຸດເຊົາຫາປາ ເນື່ອງຈາກຢ້ານເປັນອັນຕຣາຍ ຕໍ່ສຸຂພາບຮ່າງກາຍ ໂດຍຊາວບ້ານທີ່ເຫັນເຫດການ ຕ່າງພາກັນເຊື່ອວ່າ ເປັນຍ້ອນໂຮງງານແຮ່ເຫຼັກ ທີ່ຕັ້ງຢູ່ເທິງເຊນ້ອຍ ໄດ້ປ່ອຍນໍ້າເສັຍຈາການລ້າງແຮ່ເຫຼັກ ລົງໃສ່ເຊນ້ອຍ.
ດັ່ງຊາວບ້ານໃກ້ຄຽງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 22 ມິຖຸນານີ້ວ່າ:
“ບໍ່ເຄີຍເກີດຂຶ້ນ ເກີດຂຶ້ນປີນີ້ແຫຼະ ໃຜກະມີແຕ່ແບບຢ້ານແດ່ ເຫັນນໍ້າກະບໍ່ເຄີຍເຫັນ ຢູ່ເມືອງວິລະ, ຢູ່ອັນ ໄຊບົວທອງ ຫຼືວ່າ ບົວລະພາ.”
ໃນຂະນະທີ່ ຊາວບ້ານໃກ້ຄຽງ ອີກນາງນຶ່ງ ກ່າວວ່າ ສະພາບນໍ້າສີແດງເຂັ້ມ ໃນເຊນ້ອຍ ເປັນປະກົດການທີ່ຜິດທັມມະຊາດ ແລະບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງລາວເອງ ແລະຊາວບ້ານອີກຫຼາຍຄົນ ຕ່າງກໍເຊື່ອວ່າ ແມ່ນເກີດຈາກການປ່ອຍນໍ້າເສັຍ ຂອງໂຮງງານແຮ່ເຫຼັກ ເຊິ່ງໄດ້ເຮັດໃຫ້ຊາວບ້ານ ບໍ່ກ້າຫາປາໃນນໍ້າດັ່ງກ່າວມາກິນ ແລະບໍ່ກ້າສັມຜັດນໍ້ານັ້ນ ຍ້ອນຢ້ານເປັນອັນຕລາຍຕໍ່ຮ່າງກາຍ.
ດັ່ງນາງກ່າວວ່າ:
“ແດງ ແມ່ນແຫຼະ 2-3 ມື້ນີ້ ຂ້ອຍກະບໍ່ຮູ້ ບໍ່ໄດ້ຢູ່ໃກ້ປານໃດ ເຂົາເຈົ້າວ່າ ຍ້ອນໂຮງງານເຫຼັກ ເຂົາເຈົ້າຫາປາ ຊົງຊິບໍ່ໄດ້ລະແຫຼະ ນໍ້າສີແດງເຂັ້ມ ນໍ້າໂຮງງານເຫຼັກໄຫຼ ບໍ່ເຄີຍເຫັນ.”
ນາງກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ລາວກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຕິດຕາມ ກວດສອບແບບຮີບດ່ວນ ຍ້ອນໃນນໍ້າດັ່ງກ່າວ ອາຈມີສານເຄມີທີ່ເປັນອັນຕຣາຍ ຕໍ່ທັງຄົນ ແລະສັດນໍ້າ ແລະຫາກກວດກາ ແລ້ວເຫັນວ່າ ທາງໂຮງງານດັ່ງກ່າວ ມີຄວາມຜິດແທ້ ກໍຢາກໃຫ້ລົງໂທດ ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ ເຊິ່ງສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ໄດ້ເອົາໃຈໃສ່ ຕໍ່ສິ່ງແວດລ້ອມ.
ສ່ວນຊາວບ້ານ ອີກທ່ານນຶ່ງ ທີ່ເຄີຍຫາປາ ຢູ່ນໍ້າເຊນ້ອຍ ກໍກ່າວວ່າ ພາຍຫຼັງຈາກນໍ້າ ໄດ້ກາຍເປັນສີແດງເຂັ້ມ ລາວກໍໄດ້ເຊົາຫາປາ ໃນນໍ້າດັ່ງກ່າວ.
“ແມ່ນແລ້ວ ບໍ່ເຄີຍເຫັນຫວາ ຢ້ານຢູ່ໃດ໋ ກະບໍ່ເຄີຍເຫັນ ຊິເກີດເບາະເຂົາເຈົ້າເວົ້າວ່າ ໂອ ກາແນ່ນອນແຫຼະ ຫາ (ປາ) ບໍ່ໄດ້ແຫຼະ.”
ໃນຂະນະດຽວກັນ ພາຍຫຼັງຈາກຊາວບ້ານອີກຫຼາຍຄົນ ໄດ້ເຫັນສະພາບນໍ້າສີແດງເຂັ້ມ ຢູ່ເຂດດັ່ງກ່າວ ປະກົດຢູ່ໃນສື່ສັງຄົມອອນລາຍນ໌ ກໍລ້ວນແລ້ວແຕ່ເຊື່ອວ່າ ມີຕົ້ນຕໍ ມາຈາກນໍ້າເສັຍ ຂອງໂຮງງານແຮ່ເຫຼັກ ທີ່ຕັ້ງຢູ່ເທິງນໍ້າເຊນ້ອຍ ເນື່ອງຈາກໄລຍະນີ້ ບໍ່ມີຝົນຕົກໜັກ ຫຼືເຫດການນໍ້າປ່າໄຫຼຊຸ ຈຶ່ງເປັນໄປບໍ່ໄດ້ ທີ່ຈະເກີດຍ້ອນພັຍພິບັດທາງທັມມະຊາດ.
ຢ່າງໃດກໍຕາມ ພາຍຫຼັງເກີດສະພາບດັ່ງກ່າວ ທາງເຈົ້າໜ້າທີ່ ເມືອງວິລະບູລີ ກໍບໍ່ໄດ້ນີ້ງນອນໃຈ ແລະໄດ້ແຕ່ງຕັ້ງ ຄະນະເຈົ້າໜ້າທີ່ ລົງກວດກາຕິດຕາມ ແລະກໍກວດພົບວ່າ ເປັນຍ້ອນ ການປ່ອຍນໍ້າເສັຍຈາກການລ້າງແຮ່ເຫຼັກ ຂອງໂຮງງານແຮ່ເຫຼັກແຫ່ງນຶ່ງ ເຊິ່ງຕັ້ງຢູ່ຊາຍແດນ ລະຫວ່າງ ເມືອງວິລະບູລີ ແຂວງສວັນນະເຂດ ກັບເມືອງບົວລະພາ ແຂວງຄໍາມ່ວນ, ເຊິ່ງປັດຈຸບັນ ກໍາລັງມີການຫາລືກັນ ເພື່ອໃຫ້ໂຮງງານດັ່ງກ່າວ ແກ້ໄຂ ແລະຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ ໂດຍຍັງບໍ່ທັນລະບຸ ຊື່ໂຮງງານດັ່ງກ່າວໃຫ້ຮູ້ໄດ້ເທື່ອ.
ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງວິລະບູລີ ກ່າວວ່າ:
“ທາງບໍຣິສັດ ເພິ່ນຂຸດຄົ້ນບໍ່ເຫຼັກ ແລ້ວເພິ່ນກໍລ້າງລົງໄປ ມັນຖືກຫ້ວຍຮ່ອງ ແລ້ວລົງໄປເລີຍ ຢູ່ຫ້ວຍຝາຍ-ນໍາເຕີ ການນໍາຂອງເມືອງ ພວມເວົ້າກັນນີ້ແຫຼະ ຫ້ອງການຊັບເພິ່ນແທກ ມັນເປັນນໍ້າຂຸ່ນໃນນັ້ນ ແຕ່ມັນບໍ່ມີ Acid.”
ທາງດ້ານເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕື່ມວ່າ ໃນເບື້ອງຕົ້ນ ກໍາລັງສອບສວນຢູ່ວ່າ ໂຮງງານແຮ່ເຫຼັກທີ່ປ່ອຍນໍ້າເສັຍລົງເຊນ້ອຍນັ້ນ ແມ່ນໂຮງງານໃດແທ້ ຍ້ອນຢູ່ເຂດດັ່ງກ່າວ ມີໂຮງງານເຫຼັກ 2 ແຫ່ງ ທີ່ຢູ່ລະຫວ່າງ ເມືອງວິລະບູລີ ກັບເມືອງບົວລະພາ.
ດັ່ງທ່ານກ່າວວ່າ:
“ຢູ່ໃນລະຫວ່າງຊາຍແດນ ລະຫວ່າງ ເມືອງວິລະບູລີ ກັບເມືອງບົວລະພາ ທີ່ຈິງມັນກະມີ 2 ໂຮງງານ ມັນຢູ່ໃກ້ໆກັນນ່າ ຖ້າວ່າ ເປັນຜົລກະທົບຈາກໂຮງງານ ແລ້ວມັນໂຮງງານໃດຫັ້ນ ບໍ່ຮູ້ເນາະ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫຼາຍພາກສ່ວນທີ່ກ່ຽວຂ້ອງ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ຍັງບໍ່ມີເຈົ້າໜ້າທີ່ຜູ້ໃດ ສະດວກໃຫ້ຣາຍລະອຽດ.
ຢ່າງໃດກໍຕາມ ສໍາລັບການຂຸດຄົ້ນແຮ່ເຫຼັກ ຢູ່ຂອບເຂດ ເມືອງວິລະບູລີ ແຂວງສວັນນະເຂດ ແລະເມືອງບົວລະພາ ແຂວງຄໍາມ່ວນ ມີຫຼາຍໂຄງການ ເປັນຕົ້ນ: ໂຄງການສໍາຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ເຫຼັກ ຂອງບໍຣິສັດ ພົງຊັບທະວີ TB ຈໍາກັດ ແລະບໍຣິສັດ ໄຟຟ້າ ພະລັງງານຖ່ານຫິນຄວາມຮ້ອນ ຂອງບໍຣິສັດ ບົວລະພາ ພາວເວີ້ ຈໍາກັດ ໃນເນື້ອທີ່ 5.3 ກິໂລຕາແມັດ ຢູ່ບ້ານ ປ່າກ້ວຍ ເມືອງບົວລະພາ ແລະໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ລາວມີໄຊກໍ່ສ້າງ ຈໍາກັດຜູ້ດຽວ ຢູ່ບ້ານ ປຸງປໍ ເມືອງວິລະບູລີ ແຂວງສວັນນະເຂດ.