ສານອຸທອນໄທຍ ໄຊຊະນະ ຕ້ອງຕິດຄຸກ ຕລອດຊີວິດ

ສຸພັດຕາ
2019.12.19
f-xaysana ສານອາຍາ ຂອງໄທ ຕັດສິນລົງໂທດ ທ້າວໄຊຊະນະ ແກ້ວພີມພາ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ຂອງລາວ ໃນຂໍ້ຫາ ທີ 2 ຂອງຄະດີ ຄ້າຢາເສພຕິດ ໃຫ້ຈໍາຄຸກ ຕລອດຊີວິດ
AFP

ສານອຸທອນ ຂອງໄທຍ ຕັດສິນຈໍາຄຸກ ຕລອດຊີວິດ ທ້າວໄຊຊະນະ ແກ້ວພິມພາ, ນັກຄ້າຢາເສບຕິດ ຊາວລາວ ໃນຄະດີ ມີຢາເສບຕິດ ໄວ້ຄອບຄອງ ຈໍານວນ 1 ລ້ານ 2 ແສນເມັດ. ກ່ອນໜ້ານີ້, ສານຊັ້ນຕົ້ນ ຂອງໄທຍ ກໍໄດ້ຕັດສິນຈໍາຄຸກ ຕລອດຊີວິດ ທ້າວໄຊຊະນະ ແກ້ວພິມພາ ແລ້ວ, ແຕ່ຕໍ່ມາ ທ້າວ ໄຊຊະນະ ໄດ້ຍື່ນຂໍອຸທອນ ຕໍ່ສານອຸທອນ.

ເມື່ອເວລາ 10 ໂມງເຊົ້າ ຂອງວັນທີ 19 ທັນວາ 2019 ນີ້, ສານອຸທອນ ພິພາກສາ ໃຫ້ທ້າວ ໄຊຊະນະ ແກ້ວພິມພາ ຈໍາຄຸກ ຕລອດຊີວິດ ຄືເກົ່າ, ດັ່ງເຈົ້າໜ້າທີ່ ຝ່າຍໂຄສະນາ ປະຈໍາສານອຸທອນ ປະເທດໄທຍ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ທັນວາ ນີ້ວ່າ:

“ຕັດສິນແລ້ວ ອ່ານແລ້ວ, ອຸທອນຢືນ ຢືນຕາມສານຊັ້ນຕົ້ນ ເພິ່ນຊີ້ແຈງ ຢືນຕາມສານຊັ້ນຕົ້ນ.”

ຕາມຣາຍງານ ຂອງສານອຸທອນ ຣະບຸວ່າ ພະຍານຫຼັກຖານ ທີ່ທ້າວໄຊຊະນະ ແກ້ວພິມພາ ຂໍຍື່ນ ອຸທອນນັ້ນ, ບໍ່ມີນໍ້າໜັກພໍ ທີ່ຈະຫຼຸດ ຜ່ອນໂທສໄດ້, ເຖິງແມ່ນວ່າ ທ້າວ ໄຊຊະນະ ຈະເປັນຄົນລາວ ແລະ ມີຂບວນການຢູ່ນອກປະເທດໄທຍ, ແຕ່ເຮັດຜິດ ກົດໝາຍ ໃນປະເທດໄທຍ ຈຶ່ງຕ້ອງ ດໍາເນີນຄດີ ລົງໂທສ ຕາມກົດໝາຍ ຂອງໄທຍ.

ໃນວັນທີ 20 ເດືອນມີນາ ປີ 2018, ສານອາຍາຊັ້ນຕົ້ນ ຂອງໄທຍ ຕັດສິນ ປະຫານຊີວິດ  ທ້າວ ໄຊຊະນະ ແກ້ວພິມພາ, ແຕ່ສານ ພິຈາຣະນາ ຫຼຸດໂທສ ໃຫ້ມາເປັນ ຈໍາຄຸກ ຕລອດຊີວິດ ເນື່ອງຈາກທ້າວ ໄຊຊະນະ ຮັບສາຣະພາບ ຂໍ້ມູນບາງຢ່າງ ຕໍ່ສານ. ຕໍ່ມາ, ທ້າວໄຊຊະນະ ໄດ້ຂໍ ຍື່ນອຸທອນ.

ພາຍຫຼັງ ທີ່ສານອຸທອນ ພິພາກສາ ໃຫ້ທ້າວ ໄຊຊະນະ ແກ້ວພິມພາ ຈໍາຄຸກ ຕລອດຊີວິດ  ທະນາຍຄວາມ ຂອງທ້າວ ໄຊຊະນະ ໄດ້ໃຫ້ສັມພາດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ ຍັງບໍ່ໄດ້ລົມ ກັບທ້າວ ໄຊຊະນະເທື່ອ ຫຼັງຈາກທີ່ ຖືກສານ ຕັດສິນໄປ, ແຕ່ໃນທາງດ້ານ ກົດໝາຍແລ້ວ ທ້າວ ໄຊຊະນະ ຍັງສາມາດ ຂໍຍື່ນຄັດຄ້ານ ຄໍາຕັດສິນ ຕໍ່ສານດີກາ ໄດ້ອີກ ຄັ້ງນຶ່ງ.

ທະນາຍຄວາມ ຂອງທ້າວ ໄຊຊະນະ ກ່າວຕື່ມວ່າ ການຍື່ນ ຄັດຄ້ານ ຕໍ່ສານດີກາ ຈະຕ້ອງເຮັດ ພາຍໃນ 30 ມື້ ນັບແຕ່ສານອຸທອນ ຕັດສິນ. ທັ້ງນີ້, ກໍຂຶ້ນກັບ ທ້າວ ໄຊຊະນະ ວ່າ  ຈະສູ້ຕໍ່ ຫຼື ຍອມຈໍາຄຸກ ຕລອດຊີວິດ.

“ປົກກະຕິ ກະຕ້ອງພົບ ຢູ່ແລ້ວ ຕອນນີ້ ເຮົາຮູ້ແລ້ວວ່າ ມີການອ່ານ ຄໍາພິພາກສາ ກໍຕ້ອງເຂົ້າໄປລົມ ກັບລາວ. ທາງກົດໝາຍ ບໍ່ວ່າຊິເຮັດອັນໃດ ກໍມີເວລາ 30 ມື້ຢູ່ແລ້ວ, ແຕ່ວ່າ ຈະຍື່ນດີກາ ຫຼືບໍ່ຍື່ນດີກາ. ຖ້າບໍ່ຍື່ນ ຄດີກໍເຖິງ ທີ່ສຸດໄປເລີຍ.”

ທ້າວ ໄຊຊະນະ ແກ້ວພິມພາ ພ້ອມກັບ ພັກພວກ 2 ຄົນ ຄືທ້າວ ຊຸມພອນ ພນົມໄພ ແລະທ້າວ ລັດສະພົນ ລັດສະພົນພະກອນ ຖືກເຈົ້າໜ້າທີ່ ຕໍາຣວດໄທຍ ຈັບໃນເດືອນມົກຣາ  2017 ແລະ ຖືກດໍາເນີນຄດີ ໃນຂໍ້ຫາ ສົມຄົບກັນ ຕັ້ງແຕ່ 2 ຄົນ ຂຶ້ນໄປ, ມີຢາບ້າ ໄວ້ໃນຄອບຄອງ ເພື່ອຈໍາໜ່າຍ.

ຜູ້ຕ້ອງຫາທັງ 3 ຄົນ ສົມຄົບກັນ ວາງແຜນ ເປັນຂບວນການ ລັກລອບນໍາ ຢາເສບຕິດ ຈໍານວນ 1 ລ້ານ 2 ແສນເມັດ ມູລຄ່າ 144 ລ້ານບາດ ເຂົ້າມາ ປະເທດໄທຍ ເພື່ອລໍາລຽງ ສົ່ງໄປໃຫ້ ເຄືອຂ່າຍພາກໃຕ້ ຂອງໄທຍ ແລະ ປະເທດ ມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.