ວັນຕ້ານການຄ້າມະນຸດ ສາກົລ

ມະນີຈັນ
2020.07.31
F-HT ວັນຕໍ່ຕ້ານການຄ້າມະນຸດສາກົນ ໂຮມແຮງຮ່ວມໃຈ ປາບປາມ "ບໍ່ໃຫ້ມີ ການຄ້າມະນຸດ ອີກຕໍ່ໄປ"
RFA

ວັນທີ 30 ກໍຣະກະດາ ເປັນວັນຕ້ານການຄ້າມະນຸດ ສາກົລ ຊຶ່ງມີຄວາມໝາຍ ສໍາຄັນສໍາລັບ ຊາວໂລກ ຮວມທັງ ປະຊາຊົນລາວ ໃນການ ປົກປ້ອງສິດ ແລະຜົລປໂຍດອັນຊອບທັມ ຂອງຕົນ.

ໃນຊຸມປີຫລັງໆມານີ້ ແມ່ຍິງ ແລະທັງເດັກນ້ອຍ ແມ່ຍິງລາວ ຖືກຫລອກລວງໄປຄ້າ ຢູ່ຕ່າງປະເທດ ເປັນຕົ້ນໄປຈີນ ໃນຮູບແບບຕ່າງໆ ຫຼາຍຂຶ້ນໂດຍສະເພາະ ຕົວະຍົວະແຕ່ງດອງ, ໄປເຮັດວຽກ. ດັ່ງນັ້ນ ທາງການລາວ ຈຶ່ງຈະເລັ່ງໃສ່ການໂຄສະນາ ສຶກສາອົບຮົມ ທັງ ເຈົ້າໜ້າທີ່ ແລະ ປະຊາຊົນ ໃຫ້ເຂົ້າໃຈເຣຶ່ອງການຄ້າ ແລະຜົລຮ້າຍ ຂອງການຄ້າມະນຸດ ໄປຕ່າງ ປະເທດ ໂດຍສະເພາະແມ່ນ ຈີນ ເຖິງແມ່ນວ່າ ຈະບໍ່ມີ ງົບປະມານ ພຽງພໍ.

ແຕ່ເຖິງຢ່າງໃດ ກໍໃຫ້ຮູ້ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ທີ່ກໍານົດໄວ້ເຖິງຫລັກການ ຣະບຽບການ ແລະມາຕການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມວຽກງານ ຕ້ານການ ຄ້າມະນຸດ ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານດັ່ງກ່າວເປັນຣະບົບ, ຖືກຕ້ອງ ແລະມີປະສິດທິຜົລ ແນໃສ່ປົກປ້ອງສິດ, ຜົລປໂຍດ ຊີວິດ, ສຸຂພາບ, ກຽດສັກສີ, ຂອງພົລເມືອງ. ພ້ອມກັນນັ້ນ ກໍໃຫ້ມີການປະຕິບັດ ຕາມຣະບຽບກົດໝາຍ ບ້ານເມືອງ ໃນການແຕ່ງດອງ ກັບຄົນຕ່າງປະເທດ.

ແລະອີງຕາມຄໍາໃຫ້ສັມພາດ ຂອງ ພັນໂທ ສາລີ ພຸດທະວົງ ຮອງຫົວໜ້າກົມຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດກະຊວງປ້ອງ ກັນຄວາມສງົບ ໃນຣາຍການປະຊາຮ່ວມໃຈ ຕ້ານພັຍຄ້າມະນຸດ ເມື່ອໄວໆມານີ້, ພວກຄ້າມະນຸດ ສ່ວນຫລາຍ ໃນໄລຍະຜ່ານມາຈະວາງ ແຜນ ຢູ່ນອກນແດນຂອງ ສປປລາວ, ຈະແບ່ງກັນຮັບຜິດຊອບໜ້າທີ່ ຮວມທັງການຊອກຫາເຫຍື່ອ ໂດຍສະເພາະແມ່ນຍິງສາວ ເດັກນ້ອຍ ລາວ ຢູ່ຕາມເຂດຊານເມືອງ ຊົນນະບົດ ໂດຍສະເພາະ ແມ່ນຄອບຄົວ ທີ່ຂາດເຂີນ ທາງເສຖກິດ ບໍ່ມີວຽກງານເຮັດ, ການສຶກສາໜ້ອຍ ຫລືວ່າ ບໍ່ມີສີມືແຮງງານ.

ພ້ອມດຽວກັນນີ້ ທ່ານກໍກ່າວເຖິງ ທິດທາງການແກ້ໄຂ ບັນຫາການຄ້າມະນຸດ ໃນຂັ້ນຕໍ່ໄປ ອັນມີຮວມທັງການ ເອົາໃຈໃສ່ ສຶກສາອົບຮົມ ທັງພະນັກງານ ແລະປະຊາຊົນ ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:

"ພວກເຮົາຈະໄດ້ເພີ່ມທະວີ ການຕ້ານການຄ້າມະນຸດ ໂຄສະນາຜົລຮ້າຍ ຂອງການຄ້າມະນຸດນີ້ ໂດຍຕິດພັນກັບແນວທາງ ນະໂຍບາຍ ຂອງພັກ ຣະບຽບກົດໝາຍຂອງຣັຖ ເຮັດໃຫ້ວຽກ ງານດັ່ງກ່່າວ ກາຍເປັນສະຕິເປັນພັນທະ ເປັນ ຄວາມຮັບຜິດຊອບ ຂອງທົ່ວປວງຊົນ ຂອງທຸກຄົນໃນສັງຄົມ."

ຫາກເວົ້າເຖິງເຣື່ອງ ແມ່ຍິງເດັກນ້ອຍລາວ ຖືກຄ້າມະນຸດ ໂດຍສະເພາະຢູ່ ຈີນ ນີ້ ກໍຣະນີສ່ວນໃຫຍ່ ກ່ຽວຂ້ອງກັບ ການຖືກຕົວະຍົວະ ຫລອກລວງ ດ້ວຍການແຕ່ງ ດອງແບບຈອມປອມ.

ໃນນັ້ນ ພວກຄ້າມະນຸດ ພິຕິຕົກຫລຸມຮັກ ກັບພວກນາງ ແລະນໍາພວກນາງໄປອອກແຮງງານໜັກ ແລະຄ້າຢູ່ຈີນ. ດັ່ງນັ້ນທາງການລາວ ຈຶ່ງຮຽກຮ້ອງ ໃຫ້ມີສະຕິ ກ່ອນຈະຕັດສິນໃຈ ແຕ່ງດອງກັບ ຄົນຕ່າງປະເທດ ກັບຄົນຈີນ. ຖ້າຢາກແຕ່ງດອງກັບເຂົາ ກໍຕ້ອງຂໍອະນຸຍາດ ໃຫ້ຖືກຕ້ອງ ຕາມຂັ້ນຕອນຂອງຣະບຽບ ກົດໝາຍ ຊຶ່ງຈະຕ້ອງ ໃຊ້ເວລາ ແລະເງິນແດ່. ດັ່ງ ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ທີ່ບໍ່ປະສົງອອກ ຊື່ແລະສຽງ ເວົ້າຕໍ່ RFA ເມື່ອໄວໆມານີ້ວ່າ ຫາກແມ່ຍິງລາວຄົນໃດ ຢາກແຕ່ງດອງກັບຄົນຈີນ ຢ່າງຖືກຕ້ອງຕາມກົດໝາຍ ຈະຕ້ອງໄດ້ ເສັຽຄ່າແລ່ນເອກສານ ບໍ່ຫລຸດ 20 ລ້ານກີບ ເພື່ອທີ່ຈະໄດ້ໃບ ຢັ້ງຢືນສ້າງຄອບຄົວ ພາຍໃນເວລາ 1 ເດືອນ.

ຫາກຜູ້ໃດປະສົງທີ່ຈະ ແລ່ນເອກສານເອົາເອງ ຈະໄດ້ເສັຽຫລຸດນັ້ນ ແຕ່ຈະຕ້ອງໄດ້ ໃຊ້ເວລາເຖິງ 3 ເດືອນ ຫຼື ດົນກວ່ານັ້ນຍ້ອນວ່າທາງ ເຈົ້າໜ້າທີ່ ຈະບໍ່ເຊັນເອກສານໃຫ້ງ່າຍໆ ເພາະພວກເພິ່ນ ຕ້ອງເບິ່ງບັນຫາ ຖີ່ຖ້ວນ ຮອບດ້ານ ຄັກແນ່.

ເອກສານຂໍແຕ່ງດອງ ກັບຄົນຕ່າງປະເທດ ຢ່າງຖືກຕ້ອງຕາມຣະບຽບກົດໝາຍ ປະກອບດ້ວຍເອກສານ 11 ຢ່າງ ໃນນັ້ນກໍມີທັງໃບຮ້ອງ ຂໍແຕ່ງດອງ ທີ່ຂຽນດ້ວຍຕົນເອງ ທັງຝ່າຍຍິງ ແລະ ຝ່າຍຊາຍ, ຊີວະປະວັດຫຍໍ້ ຂອງຜູ້ກ່ຽວ, ໃບຢັ້ງຢືນທີ່ຢູ່ ໃບຢັ້ງຢືນຄວາມ ບໍ່ຂັດຂ້ອງ ຂອງຜູ້ປົກຄອງ ແລະ ການຈັດຕັ້ງ ທີ່ຕົນສັງກັດຢູ່, ໃບຢັ້ງຢືນສຸຂພາບ, ໃບແຈ້ງໂທດ, ໃບຢັ້ງຢືນ ສະຖານະ ດ້ານເສຖກິດ ແລະອື່ນໆ.

ເຈົ້າໜ້າທີ່ຫ້ອງການຕ່າງປະເທດ ແຂວງນຶ່ງຂອງລາວ ທີ່ຕິດກັບຊາຍແດນຈີນ ເວົ້າວ່າ ການແລ່ນເອກສານ ແຕ່ງດອງໃຫ້ຖືກຕ້ອງຕາມ ກົດໝາຍແມ່ນມີຫລາຍຂັ້ນຕອນ ແລະໃຊ້ທັງ ເວລາ ແລະເງິນ. ແຕ່ກໍຢາກໃຫ້ແມ່ຍິງລາວ ທຸກຄົນທີ່ປະສົງ ແຕ່ງດອງກັບຄົນ ຕ່າງປະເທດ ແລ່ນເອກສານໃຫ້ຖືກຕ້ອງ, ແຕ່ລະໜ່ວຍງານ ຈະເກັບຄ່າທໍານຽມນໍາ ເລັກນ້ອຍ. ຍ້ອນວ່າ ຫາກແມ່ຍິງຄົນໃດ ລີ້ໄປຈີນ ກັບຜົວຈີນ ເມື່ອຖືກເຈົ້າໜ້າທີ່ ຈັບໄດ້ ຣະຫວ່າງຂ້າມແດນ ລາວ-ຈີນ ກໍຈະຖືກສົ່ງກັບ ແລະຖືກໝາຍແດງ ຊຶ່ງຈະບໍ່ສາມາດເຮັດ ໃບຢັ້ງຢືນສ້າງ ຄອບຄົວກັບຄົນຕ່າງປະເທດ ໄດ້ໃນກໍານົດ 5 ປີ.

ແມ່ຍິງລາວ ທີ່ຖືກຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປຈີນນັ້ນ ສ່ວນໃຫຍ່ແມ່ນຢູ່ ເຂດຊົນນະບົດຫ່າງໄກທຸກຍາກ, ໄດ້ຮຽນໜັງສືໜ້ອຍ, ບໍ່ມີວຽກ ເຮັດງານທໍາ. ການໂຄສະນາ ຂອງ ທາງການ ໃນການຕ້ານການ ຄ້າມະນຸດ ກໍບໍ່ທົ່ວເຖິງ ຍ້ອນຂາດງົບປະມານ.

ແລະອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ແລ້ວແມ່ນວ່າ ຮູບແບບການຄ້າມະນຸດ ສະເພາະຢູ່ແຂວງນີ້ຈະມີ ນາຍໜ້າຄົນລາວ ເຂົ້າມາບ້ານປະຊາຊົນ ທີ່ຢູ່ ເຂດຫ່າງໄກ ແລ້ວຕົວະແມ່ຍິງ ທີ່ອາຍຸນ້ອຍ ແລະ ມີໜ້າຕາດີ ໄປແຕ່ງດອງກັບຄົນຈີນ ແຕ່ເມື່ອເອົາໄປຮອດຈີນແລ້ວ ຜົວຈີນກໍທໍາຮ້າຍຮ່າງກາຍ ແລະບັງຄັບໃຫ້ຖືພາ, ດັ່ງທີ່ທ່ານ ກ່າວວ່າ:

“2020 ມານີ້ນະພວກເຮົາໄດ້ຮັບແມ່ຍິງ ທີ່ຖືກເຄາະຮ້າຍ ສ່ວນຫລາຍມາຈາກຈີນ ຖືກຕົວະໄປເປັນລູກເປັນເມັຍເຂົາຫັ້ນແຫຼະ ບາດສຸດທ້າຍ ເຂົາປະຖິ້ມ ຫັ່ນນາ ທໍາຮ້າຍຮ່າງກາຍ ບັງຄັບ ມິຫຍັງຫັ້ນນາ ຖ້າວ່າເອົາລູກ ໃຫ້ເຂົາໄດ້ ບໍ່ມີປັນຫາ ຍ້ອນສະພາບເສຖກິຈ ຄອບຄົວ ເຂົາເຈົ້າຫຍຸ້ງຍາກແດ່ ຫັ້ນນາ.”

ຢູ່ແຂວງອຸດົມໄຊ ແຕ່ປີ 2004 ຫາປີ 2008 ບ້ານປາງທອງ ເມືອງນາໝໍ້ ທີ່ຕິດກັບຊາຍແດນຈີນ ກໍໄດ້ມີແມ່ຍິງ ຊົນເຜົ່າມົ້ງ 4 ຄົນ ອາຍຸ 15 ປີຫາ 18 ປີ ທີ່ໄປກັບ ຄົນມົ້ງຈີນ ຈົນມາຮອດ ປັດຈຸບັນ ຜູ້ເປັນພໍ່ແມ່ ກໍຍັງບໍ່ສາມາດຕິດຕໍ່ຫາໄດ້.

ຢູ່ບ້ານລົງທາງ ເມືອງຍອດອູ ແຂວງຜົ້ງສາລີ ກໍມີຄົນຈີນ ມາຕົວະຍົວະເອົາແມ່ຍິງລາວ ອາຍຸຣະຫວ່າງ 18-25 ປີ 20 ປາຍຄົນໄປເປັນ ເມັຍຢູ່ຈີນ ໃນປີ 2018-2019, ໃນນັ້ນຈໍານວນນຶ່ງ ກໍຖືກຄ້າມະນຸດ ຂາຍຕໍ່ໃຫ້ຄົນຈີນຜູ້ອື່ນ ແລະອີກຈໍານວນນຶ່ງ ກໍຢູ່ກິນນໍາຜົວຈີນ. ດັ່ງອໍານາດການປົກຄອງ ບ້ານລົງທາງ ກ່າວວ່າ:

“ຂາຍໃຫ້ຜູ້ອື່ນກໍມີ ເຂົາກັບຄືນມາເອງກໍມີ ແຕ່ເຂົາມາສົ່ງຢູ່ດ່ານສາກົລ ກໍມີ. ເຕືອນປະຊາຊົນ ແຕ່ລະເທື່ອ ບໍ່ໃຫ້ເອົາຜົວຈີນວ່າແຊັ້ນເດ໋”

ເຣື່ອງການແຕ່ງດອງກັບຄົນຈີນ, ອີງຕາມຣາຍງານຂ່າວ ວຽງຈັນທາມສ ເມື່ອວັນທີ 4 ເມສາ 2018, ທູດຈີນປະຈໍາລາວ ສົ່ງເສີມໃຫ້ມີການ ແຕ່ງດອງ ຢ່າງຖືກຕ້ອງຕາມກົດໝາຍ. ທ່ານ ຊີ້ແຈງວ່າ ການແຕ່ງດອງ ຖືກກົດໝາຍ ຈະຊ່ອຍໃຫ້ຄູ່ຄອງທັງສອງ ໄດ້ຮັບການປົກປ້ອງ ທາງດ້ານກົດໝາຍ. ທ່ານ ໄດ້ເຕືອນແມ່ ຍິງລາວ ແລະ ຜູ້ທີ່ຈະມາແຕ່ງດອງນໍາ ຍື່ນເອກກະສານ ຄໍາຮ້ອງ ໃຫ້ຖືກຕ້ອງາມທຸກຂັ້ນຕອນ ກ່ອນຈະແຕ່ງດອງກັນ.

ອີງຕາມການຣາຍງານຂອງຕໍາຣວດ ຕ້ານການຄ້າມະນຸດ ຕໍ່ກອງປະຊຸມ ເມື່ອເດືອນຕຸລາ 2018, ຢ່າງໜ້ອຍ ມີແມ່ຍິງລາວ ທີ່ຖືກຕົວະຍົວະ ໄປຈີນ ປະມານ 3 ພັນຄົນ ຊຶ່ງເປັນໂຕເລຂ ທີ່ບໍ່ເປັນທາງການ. ໃນນັ້ນ ຈໍານວນນຶ່ງ ໄດ້ໂທຣະສັບ ຕິດຕໍ່ຂໍຄວາມຊ່ອຍເຫຼືອ ຈາກກົງສຸນ ໃຫຍ່ຂອງລາວ ປະຈໍາປະເທດຈີນ ແລະ ຖືກຊ່ອຍກັບມາລາວ ໄດ້ປະມານ 600 ຄົນ ຊຶ່ງສ່ວນໃຫຍ່ ເປັນຄົນແຂວງບໍລິຄໍາໄຊ, ຫົວພັນ ແລະນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.