ໄລຍະລ໊ອກດາວ ຢາເສພຕິດ ມີຄ້າ ມີເສພ

ໄຊຍາ
2021.06.16
ໄລຍະລ໊ອກດາວ ຢາເສພຕິດ ມີຄ້າ ມີເສພ ຢາເສພຕິດ ທີ່ ເຈົ້າໜ້າທີ່ ປກສ ຍຶດໄດ້ ເມື່ອເດືອນພຶສພາ 2021 ໃນໄລຍະ ລ໊ອກດາວ.
ນັກຂ່າວພົລເມືອງ

ໃນໄລຍະການປະກາດ ມາຕການລ໊ອກດາວ ໃນລາວ ຣະຫວ່າງ ເດືອນພຶສພາ ຫາ ເດືອນມິຖຸນາ ຍັງປະກົດເຫັນຕຳຣວດຈັບກຸ່ມ ແກ້ງມົ້ວສຸມຢາເສບຕິດ ແລະ ການຄ້າຢາເສບຕິດ. ສ່ວນຫຼາຍ ຈະເປັນIາຍໃຫຍ່. ຈາກປະກົດການນີ້ໄດ້ສະທ້ອນໃຫ້ເຫັນວ່າ ຢາເສບຕິດໃນລາວຍັງມີຫຼາຍ, ຫາຊື້ໄດ້ງ່າຍ. ດັ່ງເຫດການທີ່ເກີດຂຶ້ນ ສ້າງຄວາມກັງວົນໃຫ້ກັບປະຊາຊົນ ແຂວງສວັນນະເຂດ ກໍຄື ເມື່ອວັນທີ 17 ພຶສພາ ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງສວັນນະເຂດ ໄດ້ບຸກເຂົ້າຈັບກຸ່ມວັຍໜຸ່ມ ດື່ມສີ່ງມຶນເມົາ ແລະ ມົ້ວສຸມ ຢາເສບຕິດ ທັງໝົດ 11 ຄົນ ເປັນຍິງ 6 ຄົນ ທີ່ຮ້ານ ຄາຣາໂອເກະ ເຊິ່ງເຈົ້າຂອງເປັນຄົນຈີນ ຊື່ ອາປິງ ອາຍຸ 30 ປີ. ຕໍ່ການ ບຸກຈັບເທື່ອນີ້ ເຈົ້າໜ້າ ທີ່ ປກສ ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີເມື່ອວັນທີ 19 ພຶສພາ ວ່າການຈັບກຸ່ມຄົນມົ້ວສຸມມີທັງ ຄົນຈີນ ແລະ ຄົນລາວ.

"ມີຄົນຈີນ ຄົນລາວ ຕາມນັ້ນເລີຍຕາມທີ່ລິ້ງຂ່າວເພິ່ນລົງຫັ້ນແຫລະ ຕາມຂ່າວຫັ້ນແຫລະ."

ນອກຈາກນີ້ ທ່ານ ພັນຕຣີ ທະນູສອນ ຈິນດາວົງ ຫົວໜ້າຜແນກສະກັດກັ້ນຢາເສບຕິດ ປກສ ແຂວງ ສວັນນະເຂດ ໄດ້ແຈ້ງຕໍ່ ສື່ ວ່າກຸ່ມນີ້ໄດ້ຣະເມີດຄຳສັ່ງ ເລກທີ 15/ນຍ ແລະ ຄຳສັ່ງເຈົ້າ ແຂວງສວັນນະເຂດ ເລກທີ 0775 ວ່າດ້ວຍມາຕການສະກັດກັ້ນ, ຄວບຄຸມແລະຕຽມພ້ອມ ຕ້ານເຊື້ອໂຄວິດ-19.

ສຳລັບຮ້ານຄາຣາໂອເກະ ທີ່ໃຊ້ມົ້ວສຸມຕັ້ງຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ໃນນີ້ມີຄົນຈີນ 04 ຄົນ ແລະ ຄົນລາວ 07 ຄົນ ຮວມເປັນ 11 ຄົນ ພ້ອມດ້ວຍຂອງກາງ ທີ່ໃຊ້ລັກລອບເສພ ມີຢາອີ, ຢາເຄ ພ້ອມອຸປກອນການເສບ ຈຳນວນນຶ່ງ ແລະ ເງິນ ພ້ອມດ້ວຍ ສິ່ງຂອງອື່ນໆ ທີ່ຕຳຣວດໄດ້ຢຶດໄວ້ເປັນຂອງກາງ ເພື່ອດຳເນີນຄະດີ ຕາມກົດໝາຽ.

ອີກນຶ່ງການຄ້າຢາເສບຕິດຣາຍໃຫຍ່ ຜແນກຕຳຣວດສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງສວັນນະເຂດ ໄດ້ຣາຍງານວ່າ ສາມາດ ຈັບຜູ້ຄ້າຢາເສບຕິດໄດ້ສອງຄົນ ເມື່ອວັນທີ 25 ພຶສພາ ຜ່ານມາ ຢູ່ເຂດບ້ານຫຼັກ 35 ເມືອງຈຳພອນ. ໂດຍຜູ້ຄ້າຢາເສບຕິດທັງສອງ ຢູ່ບ້ານໂພສີແກ້ວ ເມືອງໄຊພູທອງ ອາຍຸ 35 ປີ ແລະ 39 ປີ ນ້ອງເຂີຍກັບແມ່ປ້າ.

ໃນນີ້ກອງກາງທີ່ຈັບໄດ້ ເປັນຢາບ້າ ຈຳນວນ 99 ມັດ ພ້ອມດ້ວຍຊັບສິນຈຳນວນນຶ່ງ. ພາຍຫຼັງ ທີ່ທໍາການສອບສວນ ເພື່ອຊອກຫາຜູ້ ຮ່ວມຂະບວນການ ແລ້ວຈະໄດ້ສົ່ງສານຕັດສິນ ຄະດີທັງສອງຄົນ.

ເມື່ອ ວັນທີ 07 ມິຖຸນາ ປກສ ນະຄອນຫຼວງ ທັງຕຳຣວດທ່ອງທ່ຽວ, ກອງພັນປ້ອງກັນເຄື່ອນທີ່, ກົມໃຫຍ່ຕຳຣວດ, ກົມສືບສວນ- ສອບສວນ, ກົມສະກັດກັ້ນ ແລະຕ້ານຢາເສບຕິດ ຮ່ວມກັນລົງກວດຮ້ານຄາຣາໂອເກະ ເຂດບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ທີ່ເປີດໃຫ້ການບໍຣິການ ໃນໄລຍະລ໊ອກດາວໂດຍເຈົ້າໜ້າທີ່ໄດ້ ເຂົ້າກວດກາພົບວ່າມີຜູ້ມາໃຊ້ບໍຣິການ ແລະມົ້ວສຸມຢາເສບຕິດ ຈຳນວນ 14 ຄົນ. ໂດຍເຈົ້າໜ້າທີ່ໄດ້ກັກໂຕ ພວກກ່ຽວພ້ອມທັງຂອງກາງ ຢາເສບຕິດ ປະເພດ ຢາໄອສ 1 ຖົງນ້ອຍ, ຢາໄອສ ສີຂາວ 3 ຖົງ, ຢາອີ 102 ເມັດ ແລະ ອຸປກອນການເສບຢາເສບຕິດ. ໃນຈຳນວນທີ່ຖືກ ເຈົ້າໜ້າທີ່ ກັກໂຕມີຄົນວຽດນາມ 8 ຄົນ ແລະ ຄົນລາວ 6 ຄົນ.

ຕໍ່ກັບການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ຕຳຣວດ ທຸກຂແນງໃນເທື່ອນີ້ ທາງເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ. ກໍອີງໃສ່ ແຈ້ງການຂອງທັງສອງສະບັບ ທັງຂອງສຳນັກງານຍົກ ແລະຫ້ອງວ່າການນະຄອນຫຼວງ ໄດ້ມອບໝາຍໃຫ້ເຈົ້າທີ່ຕຳຣວດ ເຮັດຕາມ ຣະບຽບການ.

"ແຕ່ວ່າການຈັດຕັ້ງປະຕິບັດໂຕຈີງໃນ 3-4 ວັນ ຜ່ານມານີ້ກໍໄດ້ປັບໃໝ ແລ້ວດຽວນີ້ເພາະເຫັນມີຜູ້ຣະເມີດລະ ໂດຍສະເພາະກະແມ່ນ ຮ້ານຢູ່ເມືອງສີໂຄດ ກະໄດ້ 4 ຮ້ານ ລະກາໄດ້ ເມືອງໄຊເສດຖາ ເພີ່ມອີກ."

ໃນວັນດຽວກັນ ເຈົ້າໜ້າທີ່ຕຳຣວດ ເມືອງນາຊາຍທອງ ກໍໄດ້ຈັບກຸມຊາຍໜຸ່ມ ອາຍຸ 26 ປີ ຢູ່ ບ້ານນາຍາງ ເມືອງນາຊາຍທອງ ໂດຍ ຜູ້ກ່ຽວທັງເປັນຜູ້ເສບແລະຜູ້ຄ້າ. ໃນການຈັບເທື່ອ ນີ້ຍັງພົບອາວຸດເສິກເຊັ່ນປືນ ແລະ ລູກປືນຈຳນວນຫຼາຍ.

ເຈົ້າໜ້າທີ່ຕຳຣວດ ປກສ ເມືອງສີໂຄດຕະບອງ ທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ ໃນເດືອນພຶສພາ ຜ່ານມາກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ກວດພົບວັຍໜຸ່ມ ຈັບກຸ່ມກັນຊຸມແຊວ ເຊັ່ນຢູ່ຫ້ອງແຖວ ເຂດບ້ານນາຄຳ ເມືອງສີໂຄດ ໃນນັ້ນມີຄົນຈີນ 4 ຄົນ ຄົນລາວສອງຄົນ ຕໍ່ມາໃນວັນທີ 31 ພຶສພາ ກໍມີພົລເມືງດີແຈ້ງເຂົ້າມາວ່າກຸ່ມວັຍໜຸ່ມ ຢູ່ບ້ານໂພນສົມບູນເມືອງສີໂຄດຕະບອງ ໄດ້ຕັ້ງກຸ່ມມົ້ວສຸມ ເສບຢາເສບຕິດ ແລະ ດື່ມສີ່ງມຶນເມົາ.

ຕໍ່ການກະທໍາດັ່ງກ່າວ ເຈົ້າໜ້າທີ່ກຸ່ມບ້ານກໍໄດ້ແຕ່ ເຮັດບົດບັນທຶກ ແລະ ສຶກສາອົບຮົມ ຈາກນັ້ນກໍສົ່ງໃຫ້ຜູ້ປົກຄອງ. ພ້ອມນີ້ຍັງກວດ ພົບຮ້ານອາຫານ ຮ້ານກິນດື່ມຢູ່ບ້ານ ວັດໄຕນ້ອຍທ່າ ເມືອງສີໂຄດຕະບອງ ເປີດເກີນເວລາ 4 ຮ້ານ ເຊິ່ງເປັນຂອງຄົນຈີນ. ຕໍ່ກໍຣະນີດັ່ງກ່າວ ຕຳຣວດໄດ້ເຮັດບົດບັນທຶກ ຕັກເຕືອນ ແລະ ປັບໃໝແຕ່ 1 ລ້ານກີບ ຫາ 4 ລ້ານກີບ.

ເຈົ້າໜ້າທີ່ຕຳຣວດຜແນກ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ຈັບ ທ້າວສົມລີເລົາ ຢູ່ບ້ານປ່າສັກ ເມືອງໄຊ ເມື່ອ ວັນທີ 26 ພຶສພາ ຜ່ານມາ. ຈາກການກວດຄົ້ນ ຢູ່ເຮືອນ ຂອງຜູ້ກ່ຽວພົບຢາບ້າ 549 ມັດ ເທົ່າກັບ 1 ລ້ານປາຍເມັດ, ແປ້ງຝຸ່ນສີຂາວ 48 ເປົາ ພ້ອມດ້ວຍ ປືນສັ້ນ ແລະ ຊັບສິນຈຳນວນຫຼາຍ. ດັ່ງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກ່າວເຖິງເຫດ ການນີ້ວ່າ.

“ຂໍ້ຫານີ້ ຄ້າຂາຍຢາເສພຕິດ ແລ້ວມີຢາເສພຕິດ ໄວ້ໃນຄອບຄອງ, ມີວັດຖຸຜລິດຢາເສພຕິດ ໄວ້ໃນຄອບຄອງ, ມີອາວຸດເສິກ, ມີວັດຖຸ ຣະເບີດໄວ້ຄອບຄອງ ດຽວນີ້ຢູ່ການຕໍາຣວດ ເຂົາຍັງຂັ້ນສືບສວນ-ສອບສວນ ວ່າການເຄື່ອນໄຫວ ຍ້າຍໄປມາ ການຜລິດແນວໃດ ການເອົາມາແຕ່ພາກສ່ວນໃດ ມີການພົວພັນທາງໃດ ຫັ່ນນ່າ ຈະຊັກທອດມາທາງເມືອງໃດ ແຂວງໃດບ້ານໃດ ພວກຂາຍມັນມີເປົ້າ ໝາຍຫຍັງແດ່ ມີທາງພາກສ່ວນໃດ ແລ້ວຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ ອໍານາດການປົກຄອງບ້ານ ຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ກ່າວວ່າ ທ້າມສົມລີເລົາ ເປັນພົລເມືອງບ້ານ ປ່າສັກ ເປັນຊົນເຜົ່າມົ້ງ ເຄີຍເປັນນາຍຄຣູສອນ ໜັງສື ແຕ່ຖືກໄລ່ອອກ ຍ້ອນເສພຢາເສພຕິດ ຢູ່ພາຍໃນໂຮງຮຽນ ອີກທັງ ທ້າວສົມລີ ເຄີຍມີ ປວັດຕລອດ 1 ປີ ທີ່ຜ່ານມາ ຄື ໄປຊື້ຢາເສພຕິດ ຈາກບ້ານໃກ້ຄຽງມາເສພ ຢູ່ເຮືອນ ຈົນເຈົ້າໜ້າທີ່ທ້ອງຖິ່ນ ເຮັດບົດບັນທຶກ ແລະ ຈັບໃສ່ຄຸກມາແລ້ວ 2-3 ເທື່ອ ແລະສັງເກດເຫັນວ່າ ທ້າວສົມລີ ບໍ່ໄດ້ເປັນຜູ້ລໍ້າລວຍ ແລະ ຫາກໍຈະມາຄ້າຂາຍ ຢາເສພຕິດ ແບບຊຸດໃຫຍ່ ໄດ້ປະມານ 1 ສັປດາ ແລະເອົາມາຂາຍຢູ່ພາຍໃນ ບ້ານໃຫ້ກຸ່ມຊາວໜຸ່ມ ແຕ່ກໍບໍ່ມີຜູ້ໃດຊື້.

ປັດຈຸບັນ ຄະດີນີ້ເຈົ້າໜ້າທີ່ຕຳຣວດ ກຳລັງສືບສວນ-ສອບສວນ ຫາຕົ້ນຕໍທີ່ມາຂອງຢາເສບຕິດ ທັງໝົດເພື່ອເຊື່ອມຕໍ່ເຖິງຂະບວນ ການຄ້າຢາເສບຕິດ ແລະ ດຳເນີນການຮວບຮວມ ຫຼັກຖານສັ່ງຟ້ອງສານເພື່ອຕັດສິນ.

ສ່ວນການຄ້າຢາເສບຕິດ ຂ້າມຊາດ ເມື່ອວັນທີ 08 ມິຖຸນາ 2021 ເພສ ຂ່າວພູມີພາກຣາຍງານວ່າ ແຂວງມຸກດາຫານປະເທດໄທຍ ຍັງມີຢາເສບຕິດ ຖືກຂົນເຂົ້າມາໃນເຂດພື້ນທີ່ ແຂວງມຸກດາຫານ ຢ່າງຕໍ່ເນື່ອງຫຼ້າສຸດ ກຳລັງ 4 ຝ່າຍຮ່ວມກັນ ສະກັດຢຶດກັນຊາແຫ້ງ ອັດແທ່ງໄດ້ 400 ກິໂລ ເຂດບ້ານປ່າຂາມ ເມືອງຫວ້ານໃຫຍ່ ແຂວງມຸກດາຫານ ໂດຍ ເຈົ້າໜ້າທີ່ ເວົ້າວ່າ ມີຊາຍໜຸ່ມປະມານ 7-8 ຄົນ ຂັບເຮືອຫາງຍາວ ມາແຕ່ຝັ່ງລາວ ມາຈອດຢູ່ບ້ານປ່າຂາມ ແລະຂົນສິ່ງຂອງຂຶ້ນ ເຈົ້າໜ້າທີ່ໄດ້ບຸກເຂົ້າຈັບ ແຕ່ປະກົດວ່່າກຸ່ມ ດັ່ງກ່າວ ອາສັຍຄວາມືດລັກໜີ. ສ່ວນນຶ່ງກໍໄດ້ຂັບເຮືອກັບມາຝັ່ງລາວ ແຂວງສວັນນະເຂດ, ອີກສ່ວນນຶ່ງອາສັຍ ຄວາມຊໍານານທາງ ແລະ ຄວາມມືດໜີ ການຈັບກຸມ ຂອງເຈົ້າໜ້າທີ່.

ກ່ອນໜ້ານີ້ແຂວງມຸກດາຫານ ກໍຢຶດຢາບ້າໄດ້ 20,000 ເມັດ ຈາກຊາຍໜຸ່ມ ທີ່ຂົນຢາມາຈາກຝັ່ງແຂວງສວັນນະເຂດ. ເຫດການ ດັ່ງກ່າວ ທາງເຈົ້າໜ້າທີ່ຕຳຣວດ ໄດ້ຖແລງການ ຈັບກຸມ ເມື່ອວັນທີ 30 ພຶສພາຜ່ານມາ. ໂດຍຜູ້ຕ້ອງຫາຄົນລາວ ຊາວສວັນນະເຂດ ໄດ້ຖືກສົ່ງ ໄປດຳເນີນຄະດີ ຕາມກົດໝາຽຂອງໄທຍ.

ຕາມຄວາມເປັນຈີງກ່ອນໜ້ານີ້ ກໍຄືຢູ່ໃນໄລຍະການຣະບາດຂອງເຊື້ອ ໂຄວິດ-19 ໃນຣະຫວ່າງເດືອນມິນາ ລົງໄປກໍເກີດຄະດີ ຢາເສບຕິດ ຫຼາຍເຫດການ. ດັ່ງ ແຂວງບໍ່ແກ້ວ ທີ່ ເຈົ້າໜ້າທີ່ຕຳຣວດ ປກສ ເມືອງຕົ້ນເຜິ້ງ ພົບຢາບ້າ 6 ລ້ານເມັດ ໃນເຮືອທີ່ ຈອດຢູ່ກາງນໍ້າຂອງ. ເຈົ້າໜ້າທີ່ ປກສ ເມືອງໃໝ່ ແຂວງຜົງສາລີ ຈັບສອງວັຍໜຸ່ມ ອາຍຸພຽງ 18 ແລະ 23 ປີ ກຳລັງໄປສົ່ງ ເຮໂລອີນ ໃຫ້ລູກຄ້າ. ໃນນີ້ພົບຂອງກາງ ປະເພດຢາເສບຕິດ ເຮໂຣອີນ ຈຳນວນ 20 ແທ່ງ ແລະ ຍັງມີຄະດີຢາເສບຕິດຍ່ອຍໆ ອິກຫຼາຍຄະດີ ທີ່ເກີດຂື້ນ.

ຜ່ານມາບັນຫາເຣື່ອງຢາເສບຕິດໃນລາວ ຍັງເປັນສີ່ງທ້າທາຍ ຕໍ່ເຈົ້າໜ້າທີ່ ທີ່ຈະແກ້ໄຂບັນຫາ ດັ່ງກ່າວ. ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຣັຖມົນຕຣີກະຊວງປ້ອງກັນ ຄວາມສງົບ ໄດ້ກ່າວໃນກອງປະຊຸມ ປັບປຸງບັນຫາ ເຈົ້າໜ້າທີ່ພົວພັນ ກັບການຄ້າ ຢາເສບຕິດ ເມື່ອວັນທີ 14 ເມສາ ວ່າ.

"ການທີ່ເປັນເຈົ້າໜ້າທີ່ໄປເຮັດແນວນັ້ນ ໃຜສິນັບຖື ເສັຍຖານະບົດບາດ ຂອງກຳລັງ. ບາດນີ້ສັງຄົມເພິ່ນກະເວົ້າເຣື້ອຍໆ ສະພາເພິ່ນ ກະເວົ້າເຣື້ອຍໆ ມັນກາໄປໄດ້ແທ້ ຢາມັນບໍ່ຄື ໂຕແມງມີ່ ແມງວັນ ກະຂອງເຈົ້າໜ້າທີ່ຕຳຣວດ ອຳນວຍຄວາມສະດວກ ທະຫານ ພາກັນໄປເຮັດ ກຳລັງຄວາມສງົບ ບໍ່ຮັບປະກັນເຮັດຈັ່ງໃດ ມັນສິໄປໄດ້ຜີບ້ານພ້ອມ ຜີປ່າຮ່ວມກັນກິນ ຮ່ວມກັນມີຮ່ວມກັນເອົາ ຄັນມີລະຣາຍງານມາໂລດບໍ່ເກີນ 24 ຊົ່ວໂມງເອົາມາ ປະຕິບັດວິນັຍເອົາໃສ່ກົດໝາຽດຳເນີນຄະດີໂລດ."

ຕໍ່ກັບການປາບປາມຢາເສບຕິດໃນລາວ ເປັນຫຍັງໃນຍາມ ໂຄວິດ-19 ຣະບາດ ຍັງມີການ ມົ້ວສຸມ ແລະ ຄ້າຢາເສບຕິດ. ໂດຍອ້າງ ອີງຈາກຄຳເວົ້າ ຂອງຜູ້ບັນຊາການປ້ອງກັນຄວາມສງົບ ໄດ້ໃຫ້ຄຳເຫັນວ່າ ການເຄື່ອນໄຫວຄ້າຂາຍຢາເສບຕິດໃນລາວທີ່ມີລັກສນະ ຂ້າມຊາດ ພ້ອມນີ້ສະພາບທີ່ວ່າບັນດາກຸ່ມແກັງ ທີ່ໄດ້ແຝງໂຕຢູ່ໃນສັງຄົມຊັ້ນສູງ ຂອງລາວ ນຳອີກ ເຊິ່ງເຮັດໃຫ້ການປາບປາມ ຂະບວນການທັງການລັກລອບ ຄ້າຢາເສບຕິດ ແລະ ຂົນຢາເສບຕິດໃນ ລາວເປັນເຣື່ອງຍາກ.

ອີກປັດຈັຍນຶ່ງແມ່ນການຄ້າຂາຍຢາເສບຕິດຂ້າມຊາດ ທີ່ມີແຫຼ່ງຜລິດທີ່ທັນສມັຍ ໃນເຂດສາມຫຼ່ຽມຄຳ ເຮັດໃຫ້ຣາຄາຢາເສບຕິດທີ່ ຫຼັ່ງໄຫຼ ເຂົ້ມາລາວຈຳນວນຫຼາຍຂຶ້ນນັ້ນມີຣາຄາ ຖືກສຳລັບ ຢາບ້າ ແຕ່ສຳລັບ ຢາອີ, ຢາໄອສ ໃນລາວກໍຫາຊື້ໄດ້ງ່າຍໃນກຸ່ມສັງຄົມ ຊັ້ນສູງ ຈຳນວນນຶ່ງ ໂດຍມີກຸ່ມຄົນໂດຍສ່ວນຫຼາຍແມ່ນ ຕິດຢາເສບຕິດ ເປັນຜູ້ແລ່ນຈຳໜ່າຍໃຫ້.

ນອກຈາກນີ້ທ່ານຍັງໄດ້ຕັ້ງຂໍ້ສົງສັຍ ວ່າອາດມີແຫຼ່ງການຜລິດພາຍໃນລາວ ອີກຫຼາຍແຫ່ງ ເຊິ່ງງ່າຍຕໍ່ການຊື້ມາເສບເຊິ່ງເປັນເຫດ ເຮັດໃຫ້ ຜູ້ເສບຢາເສບຕິດ ມີທ່າອ່ຽງເພີ່ມຂຶ້ນ.

ສະເພາະສູນປີ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງການຕຳຣວດ ປກສ ນະຄອນຫຼວງ ວຽງຈັນ ແຫ່ງດຽວ ປັດຈຸບັນມີຜູ້ປີ່ນ ປົວບຳບັດຢາເສບຕິດ ກຳລັງຮັບການປີ່ນປົວ ຟື້ນຟູສຸຂພາບ ທັງໝົດ 1,423 ຄົນ. ນອກຈາກນີ້ຍັງມີສູນບຳບັດ ອີກຫຼາຍສູນ ໃນລາວ ທີ່ຮັບບຳບັດຜູ້ຕິດຢາເສບຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.