ຢາບ້າພາຕົກງານ

ມະນີຈັນ
2017.06.29
F-Banana ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງພາກເໜືອ ຂອງລາວ
RFA/AS

ບໍຣິສັດຈີນ ທີ່ລົງທຶນປູກກ້ວຍ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ໄລ່ຄົນງານລາວ ອອກຈາກວຽກ ໃນສວນກ້ວຍ ຫຼາຍຂຶ້ນນໍາເລື້ອຍໆ ຍ້ອນ ພວກຄົນງານ ຕິດຢາບ້າ ເຮັດວຽກບໍ່ໄດ້. ມາເຖິງປັດຈຸບັນ ຄົນງານລາວ ທີ່ຖືກໄລ່ອອກການ ເພີ່ມເປັນ 20 ປາຍຄົນແລ້ວ. ດັ່ງເຈົ້າໜ້າທີ່ ເມືອງຜາອຸດົມ ກ່າວເມື່ອວັນທີ 28 ມິຖຸນາ ນີ້ວ່າ:

"ສົ່ງກັບນີ້ກະຫຼາຍເຕີບ ໂອ໊ ຮອດ 20 ປາຍ ກັບໄປເມືອງລອງ ແຂວງຫລວງນໍ້າທາ ແຂວງຫລວງພຣະບາງ ແຂວງຜົ້ງສາລີ ແລ້ວກໍເຂດ ວຽງຈັນຫັ້ນ ບໍ່ກັບບໍ່ໄດ້ ເພາະວ່າຢູ່ພີ້ ຂະເຈົ້າບໍ່ເອົາ ບໍ່ມີບ່ອນທີ່ຢູ່ເນາະ".

ນາງເວົ້າວ່າ ກ່ອນທີ່ເຈົ້າຂອງບໍຣິສັດ ຈະໄລ່ຄົນງານອອກ ທາງເຈົ້າໜ້າທີ່ ກໍໄດ້ໄປໂອ້ລົມ ໃຫ້ຂະເຈົ້າຈ່າຍເງິນເດືອນ ໃຫ້ແກ່ຄົນງານຄົບ ຖ້ວນ. ຫລັງຈາກຄົນງານ ຖືກໄລ່ອອກແລ້ວ ກໍບໍ່ໄດ້ມີ ການຕິດຕາມ ບໍ່ຮູ້ວ່າໄດ້ເດີນທາງ ກັບຄືນແຂວງ ຂອງພວກເຂົາ ຫຼືໄປເຮັດວຽກ ຢູ່ບ່ອນອື່ນຕໍ່.

ນາງກ່າວອີກວ່າ ຄົນງານສວນກ້ວຍ ຂອງຈີນ ມີແນວໂນ້ມ ທີ່ຈະຖືກໄລ່ອອກອີກຫຼາຍຄົນ ຍ້ອນດຽວນີ້ ຄົນງານທີ່ເຮັດວຽກ ໃນສວນກ້ວຍ ຕິດຢາບ້າເຖິງ 80 ສ່ວນຮ້ອຍ. ຄົນງານທີ່ຕິດຢາບ້າ ຫຼາຍຄົນ ບໍ່ໄດ້ຮັບການບໍາບັດປິ່ນປົວ. ທາງການ ກໍຍັງບໍ່ມີແຜນ ຈະນໍາພວກເຂົາມາ ບໍາບັດ ແລະ ປິ່ນປົວເທື່ອ.

ເຈົ້າຂອງສວນກ້ວຍ ຂອງຈີນ ໃນເມືອງຜາອຸດົມ ໄລ່ຄົນງານອອກ ເທື່ອທໍາອິດ ນັບຕັ້ງແຕ່ ເດືອນພຶສພາ 2017 ເປັນຕົ້ນມາ ເພາະຢ້ານວ່າ ຄົນງານ ທີ່ຕິດຢາບ້ານັ້ນ ຈະເຮັດວຽກ ບໍ່ຄຸ້ມຄ່າຈ້າງ ແລະ ອາດກໍ່ເຫດລັກຊັບ ນາຍຈ້າງ ດັ່ງທີ່ເຄີຍ ເກີດຂຶ້ນມາແລ້ວ ເມື່ອປີກາຍ ໃນສວນ ກ້ວຍແຫ່ງນຶ່ງ ເຮັດໃຫ້ ບໍຣິສັດຈີນ ເຂັ້ມງວດ ກັບຄົນງານລາວ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.