ຣັຖບານຕ້ອງແກ້ບັນຫາຢາ ເສພຕິດ

ຈໍາປາທອງ
2016.11.15
F-poppies ຮູປຖ່າຍ ທົ່ງປູກຝິ່ນ ໂດຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຫລື UNODC
Poppy field. Photo: UNODC

ສະມາຊິກ ສະພາແຫ່ງຊາດ ສປປລາວ ຮຽກຮ້ອງ ໃນກອງປະຊຸມ ສະພາແຫ່ງຊາດ ໃຫ້ຣັຖບາລ ແກ້ໄຂບັນຫາ ຢາເສພຕິດ ໃຫ້ເຂັ້ມງວດ ຂຶ້ນຕື່ມ, ຍ້ອນວ່າ ໃນທຸກມື້ນີ້ ມີການ ຊື້-ຂາຍ ຢາເສພຕິດ ໄດ້ຕາມ ທ້ອງຖິ່ນຕ່າງໆ ເຮັດໃຫ້ ຜູ້ອອກແຮງງານ ຫຼາຍຄົນ ຕິດ ຢາເສພຕິດ ໜັກໜ່ວງ ຈົນກາຍເປັນ ນັກເລງ ອັນຕະພານ ເຮັດໃຫ້ ເກີດບັນຫາ ຕ່າງໆຕາມມາ. ດັ່ງທີ່ ຍານາງ ກ່າວວ່າ: ສຽງ...

ຍານາງ ກ່າວຕື່ມວ່າ ທຸກມື້ນີ້ ບັນຫາຢາເສພຕິດ ຢູ່ພາກເໜືອຂອງລາວ ເພີ້ມຂຶ້ນຫຼາຍ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນ ປະຊາຊົນ ໃນເຂດພູດອຍ ກັບໄປ ປູກຝິ່ນຄືນ ແລະ ການຊື້-ຂາຍ ຢາເສພຕິດ ປະເພດຕ່າງໆ ກໍນັບມື້ ນັບເພີ້ມຂຶ້ນ ໂດຍສະເພາະ ຕາມ ຊາຍແດນ ລາວ-ວຽດນາມ ແລະ ລາວ-ພະມ້າ ຊຶ່ງ ເປັນບັນຫາ ທີ່ ຣັຖບາລລາວ ຕ້ອງຫາທາງ ສະກັດກັ້ນ ແລະແກ້ໄຂ ໃຫ້ໄວທີ່ສຸດ. ກ່ຽວກັບ ເຣຶ່ອງນີ້ ເຈົ້າໜ້າທີ່ ແຂວງຫົວພັນ ເຫັນວ່າ ບັນຫາ ຢາເສພຕິດ ຢູ່ແຂວງຫົວພັນ ນີ້ ຍັງແພ່ຫຼາຍ ເປັນຕົ້ນ ຢາບ້າ ແລະຝິ່ນ; ຜູ້ເສພ ສ່ວນຫຼາຍ ແມ່ນຄົນງານ, ກໍາມະກອນ ແລະ ຜູ້ບໍ່ມີ ວຽກເຮັດ ງານທໍາ; ແລະວ່າ ປັດຈຸບັນ ຜູ້ຕິດ ຢາເສພຕິດ ຫຼາຍຄົນ ບໍ່ເຊົາເສພ ຍ້ອນວ່າ ພວກເຂົາ ບໍ່ຍອມໄປ ເຂົ້າ ສູນບໍາບັດ ປິ່ນປົວ. ດັ່ງ ນາງກ່າວວ່າ: ສຽງ...

ປີ 2015 ອົງການ ສະຫະປະຊາຊາດ ດ້ານ ຢາເສພຕິດ ແລະ ອາຊຍາກັມ ຣາຍງານວ່າ ສປປລາວ ເປັນປະເທສນຶ່ງ ທີ່ມີ ຢາເສພຕິດ ຣະບາດຫຼາຍ, ມີເນື້ອທີ່ ປູກຝິ່ນ 5,700 ເຮັກຕາ ແລະ ມີຄົນຕິດ ຢາເສພຕິດ ຫຼາຍສິບພັນ ຄົນ. ປັດຈຸບັນ ຢູ່ປະເທສລາວ ມີ ສູນບໍາບັດ ແລະປິ່ນປົວ ຄົນຕິດ ຢາເສພຕິດ 9 ແຫ່ງ ແລະ ມີແຜນ ທີ່ຈະສ້າງ ຕື່ມອີກຫຼາຍແຫ່ງ ແຕ່ ຍັງບໍ່ມີ ງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.