ຄົນລາວຖືກສັງຫານ ຢູ່ໄທ

ໄມຊູລີ
2018.05.02
F-Murdered ຊາກເສດເຫຼືອຂອງຣົດ ທີ່ຖືກຄົນຮ້າຍເຜົາ ຫຼັງຈາກສັງຫານເຈົ້າຂອງຣົດ ທີ່ເປັນຄົນລາວ
Screen captured : ເຫດຮ້າຍ ເຫດດີ ເຫດການ ບ້ານເມືອງ FB page

ເມື່ອວັນທີ 1 ເດືອນພຶສພາ 2018 ທ່ານ ຄໍາໄພພັນ ທອງດີ ຮອງຫົວໜ້າກົງສຸນ ປະຈໍາແຂວງຂອນແກ່ນ ໄດ້ເຂົ້າພົບຜູ້ກໍາກັບການສະຖານີ ຕໍາຣວດພູທອນ ອຸບົນຣັຖ ເພື່ອຕິດຕາມ ຄວາມຄືບໜ້າ ກ່ຽວກັບຄະດີຄົນຮ້າຍ ໃຊ້ມິດປາດຄໍ ທ້າວ ສຸທັດ ຈັນດາ ອາຍຸ 49 ປີ ແລ້ວນໍາສົພ ໄປຖິ້ມຢູ່ບໍຣິເວນ ປ່າຊຸມຊົນ ບ້ານດ່ານ ເມືອງອຸບົນຣັດ ແຂວງຂອນແກ່ນ ແລະຕໍ່ມາ ກຸ່ມຄົນຮ້າຍ ກໍເຜົາທໍາລາຍຣົຖ ຂອງຜູ້ເສັຍຊີວິດ ຢູ່ ບ້ານດົງເຢັນ ເມືອງເຂົາສວນກວາງ ແຂວງຂອນແກ່ນ.

ທ່ານ ຄໍາໄພ ພັນທອງດີ ກ່າວວ່າ ຫລັງຈາກໄດ້ຮັບຂ່າວ ວ່າມີຄົນລາວເສັຍຊີວິດ ໂດຍຖືກຂ້າປາດຄໍ ທາງການນລາວ ກໍຂໍເຂົ້າກ່ຽວຂ້ອງກັບ ເຣື້ອງທີ່ເກິດຂຶ້ນ ເນື່ອງຈາກວ່າໃນປີ 2016 ກໍເຄີຍມີເຫດ ຄາຕກັມ ຜູ້ຍິງຄົນລາວມາແລ້ວ ທາງກົງສຸນລາວ ຈຶ່ງໄປພົບ ກັບເຈົ້າໜ້າທີ່ໄທ ເພື່ອສອບຖາມເຫດການ ເກີດມາຈາກເຣື້ອງ ອັນໃດກັນແທ້.

ກ່ຽວກັບເຣື້ອງນີ້ ພັນຕໍາຣວດເອກ ຍຸທກອນ ວົງວຽນ ຜູ້ກໍາກັບສໍານັກງານຕໍາຣວດ ເມືອງອຸບົນຣັຖແຂວງຂອນແກ່ນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 2 ພຶສພາ ນີ້ວ່າ:

“ທ່ານວ່າ ກໍໄດ້ພິຍານຫລັກຖານເຊື່ອມໂຍງ ຄົນກະທໍາຜິດ ຫລາຍຄົນແລ້ວ ຄິດວ່າບໍ່ເກີນ 2-3 ມື້ຈະໄດ້ຕົວຜູ້ກະທໍາຜິດ ໃນເບື້ອງໜ້າ ຈະ ເປັນຄົນໄທ ເພາະພິຍານຫລັກຖານ ທີ່ເຮົາໄດ້ມາ ຕລອດເລີ້ມແຕ່ມື້ເກີດເຫດ ກໍເຮັດມາ ຢ່າງຕໍ່ເນືອ່ງ ຂ້ອນຂ້າງ 80% ແລ້ວ.”

ທ່ານກ່າວວ່າປັຈຈຸບັນ ເຈົ້າໜ້າທີ່ຕໍາຣວດ ເມືອງອຸບົນຮັຖໄດ້ຣາຍງານ ຂໍ້ມູນໃຫ້ຮອງຫົວໜ້າ ກົງສຸນຊາບຕັ້ງແຕ່ມື້ທີ່ໄດ້ ຮັບແຈ້ງການເຖິງ ຄວາມຄືບໜ້າຫລ່າສຸດ ແລະໄດ້ສັ່ງໃຫ້ ເຈົ້າໜ້າທີ່ ຮັບຜິດຊອບຄະດີນີ້ ໃຫ້ຕິດຕາມ ຢ່າງເຕັມທີ່.

ຢ່າງໃດກໍຕາມ ຈາກການສືບສວນຂອງເຈົ້າໜ້າທີ່, ຜູ້ເສັຍຊີວີດຊື່ວ່າ ທ້າວ ສຸທັດ ຈັນດາ ອາຍຸ 49 ປີ ມີເມັຍເປັນຄົນໄທ ອາຊິບຮັບເຫມົາ ກໍ່ສ້າງ ແລະປ່ອຍເງິນກູ້ຣາຍວັນ, ເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານວ່າ ແຮງຈຸງໃຈໃນການຄາຕກັມຄັ້ງນີ້ ອາດແມ່ນເຣື້ອງ ທຸຣະກິດສ່ວນຕົວ ແຕ່ຫລ່າສຸດນີ້ ເຈົ້າໜ້າທີ່ຕໍາຣວດ ຣາຍງານວ່າ ສາເຫດມາຈາກ ການມີສ່ວນພົວພັນ ກັບການຄ້າ ຢາເສບຕິດ.

ສໍາລັບການຄາຕກັມຄົນລາວ ເທື່ອນີ້ຖືວ່າຮ້າຍແຮງທີ່ສຸດ ທີ່ເກິດຂຶ້ນຢູ່ເມືອງອຸບົນຣັຖ ແຂວງຂອນແກ່ນ ຊຶ່ງເຈົ້າໜ້ທີ່ ຈະຕິດຕາມ ຄົນຮ້າຍ ມາດໍາເນີນຄະດີ ທາງດ້ານກົດໝາຍ ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.