ແມ່ຍິງລາວເຫຍື່ອຄ້າມະນຸດ ໄດ້ກັບ ບ້ານແລ້ວ

ໄມຊູລີ
2018.04.10
F-Luangnamtha ເມືອງນາແລ ແຂວງຫລວງນໍ້າທາ
Screen captured FB friend

ແມ່ຍິງລາວອາຍຸ 22 ປີຢູ່ເມືອງນາແລ ແຂວງຫຼວງນໍ້າທາ ທີ່ຖຶກຕົວະໄປແຕ່ງດອງກັບຄົນຈີນ ເມື່ອກາງເດືອນມົກກະຣາ 2017 ໄດ້ກັບຄືນ ບ້ານແລ້ວໃນວັນທີ່ 25 ມິນາ 2018 ນີ້ ໂດຍການ ຊ່ວຍເຫລືອ ຈາກກົງສຸນ ລາວປະຈໍາ ແຂວງຢູນານຂອງຈີນ ແລະຕໍາຣວດຈີນ. ການ ກັບມາຂອງນາງ ສ້າງຄວາມດີໃຈ ແລະເປັນບົດຮຽນ ໃຫ້ກັບຍາດພີ່ນ້ອງຜູ້ຕົກເປັນເຫຍື່ອ; ຕາມຄໍາເວົ້າຂອງເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ຜູ້ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 9 ເມສາ ນີ້ວ່າ:

“ກັບມາແລ້ວ ທາງຜູ້ປົກຄອງຫັ້ນໄດ້ໄປຮັບເອົາ ຢູ່ດ່ານບໍ່ເຕັນກັບມາຮອດບ້ານແລ້ວ ປອດພັຍດີແລ້ວເນາະ ຮອດບ້ານແລ້ວຕໍາຣວດລົງໄປ ເອົາຂໍ້ມູນເນາະ ລົງໄປເອົາຂໍ້ມູນຫົັ້ນ ແລ້ວກໍເອົາພໍ່ແມ່ຫັ້ນໄປເອົານາງ ຕົວນີ້ກັບມາບ້ານແລ້ວເນາະ ຮັບເອົາລູກຫັ້ນ ຄືນມາແລ້ວ.”

ແມ່ຍິງເຄາະຮ້າຍຣາຍນີ້ ໄດ້ຖືກນາຍໜ້າຄົນຈີນຫຼອກລວງ ໄປແຕ່ງດອງກັບຜູ້ຊາຍຄົນຈີນ ທີ່ແຂວງຢູນານ ແຕ່ວັນທີ 17 ມົກກະຣາ 2017 ທີ່ຜ່ານມາ ໂດຍນາຍໜ້າພາອອກຈາກລາວ ໄປຜ່ານດ່ານບ້ານປາງໄຮ ແຂວງຫຼວງນໍ້າທາ ຕໍ່ມາຫລັງຈາກນາງຮູ້ວ່າ ຕົນຖືກຕົວະມາຈຶ່ງໄດ້ ຫລັກໜີ ໄປແຈ້ງຕໍ່ກົງສູນລາວ ຊຶ່ງຕັ້ງຢູ່ເມືອງຊາງຊາ ແຂວງຢູນ່ານ ແລະທາງການສູນ ກໍໄດ້ຊ່ວຍເຫຼືອ ແລະປະສານມາຫາທາງການທີ່ ກ່ຽວຂ້ອງ ຂອງລາວ.

ເມື່ອວັນທີ 20 ມິນາ 2018 ເຈົ້າໜ້າທີ່ທາງການແຂວງຫຼວງນໍ້າມາ ໄດ້ນໍາຫາຍາດພີ່ນ້ອງ ມາຢືນຢັນວ່ານາງຜູ້ນີ້ແມ່ນລູກຫຼານ ເຂົາເຈົ້າແທ້. ແລະຕໍ່ມາໃນວັນທີ 25 ມິນາ ຕໍາຣວດແລະເຈົ້າໜ້າທີ່ແຂວງຫຼວງນໍ້າທາ ໄດ້ພາພໍ່ແມ່ຂອງນາງໄປຮັບເອົາຄືນມາບ້ານ.

ສໍາລັບນາຍໜ້າຄົນຈີນ ທີ່ຫຼອກລວງແມ່ຍິງໄປນັ້ນ ເຈົ້າໜ້າທີ່ເວົ້າວ່າປັຈຈຸບັນໄດ້ສົ່ງຂໍ້ມູນ ທີ່ໄດ້ຈາກການສອບປາກຄໍາແມ່ຍິງ ຜູ້ເຄາະຮ໊າຍ ນັ້ນໄປໃຫ້ກົງສຸນລາວ ປະຈໍາແຂວງຢູນ່ານ ປະເທດຈີນ ໃຫ້ຕໍາຣວດຈີນດໍາເນີນການ ຕໍ່ຜູ້ກະທໍາຜິດນັ້ນມາລົງໂທດ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.