ແມ່ຍິງລາວ 23 ຄົນຖືກຈັບ ຖືກປັບ ຖືກປ່ອຍ

ຈໍາປາທອງ
2017.10.08
F-girls ແມ່ຍິງລາວ ອາຍຸ ແຕ່ 23 ຫາ 36 ປີ ຖືກເຈົ້າໜ້າທີ່ໄທ ຈັບຢູ່ເມືອງ ບໍ່ວິນ ແຂວງ ຊົນບູຣີ ຂອງໄທ ເມື່ອວັນທີ 3 ຕຸລາ 2017
RFA

ແມ່ຍິງລາວ 23 ຄົນທີ່ມີອາຍຸແຕ່ 23 ຫາ 36 ປີ ທີ່ຖືກທາງການໄທ ຈັບຢູ່ເມືອງບໍ່ວິນ ແຂວງຊົນບູຣີຂອງໄທ ເມື່ອວັນທີ 3 ຕຸລາ 2017 ຂະນະທີ່ເຈົ້າໜ້າທີ່ໄທ ເຂົ້າກວດຄົ້ນສະຖານທີ່ ຂາຍບໍຣິການທາງເພດ ໃນຕລາດ ເມືອງທອງແລນ ເຂດນິຄົມ ອຸດສາຫະກັມ ຂນາດໃຫຍ່ ທີ່ມີຄົນງານ ກັມມະກອນ ອາສັຍຢູ່ຈໍານວນ ຫລວງຫລາຍນັ້ນ ຖືກປ່ອຍຕົວແລ້ວ ພາຍຫລັງທີ່ ຖືກກັກຕົວໄວ້ 48 ຊົ່ວໂມງ ແລະປັບໃໝ ຄົນລະ 500 ບາດ. ຕາມຄໍາເວົ້າຂອງ ພັນຕໍາຣວດເອກ ກອນຣະວັດ ຫອມຫວນ ຫົວໜ້າຕໍາຣວດເມືອງບໍ່ວິນ ທີ່ນໍາກໍາລັງ ເຂົ້າປາບປາມ ໃນມື້ນັ້ນ:

"case ຫຼ້າສຸດນີ້ກໍກວດແລ້ວ ເຂົາກໍຢູ່ຖືກຕ້ອງ ແລ້ວກໍປຽບທຽບ ປັບໃໝປະມານ 500 ເພາະວ່າເຮົາ ກໍເຫັນໃຈເຂົາ ຖ້າປັບ 1 ພັນບາດ ປັບຫລາຍເຂົາ ກໍບໍ່ມີເງິນ ຈ່າຍຄ່າປັບອີກ ກໍຈະຫຍູ້ງ".

ທ່ານເວົ້າວ່າ ເຈົ້າໜ້າທີ່ຜ່ອນຜັນໃຫ້ ພວກເຂົາເຈົ້າໃນເທື່ອນີ້ ແລະ ບໍ່ໄດ້ບັງຄັບໃຫ້ ກັບຄືນປະເທດ ມີແຕ່ໃຫ້ຈ່າຍຄ່າປັບໃໝ, ຖ່າຍຮູບລົງ ບັນທຶກ ເຮັດປວັດໄວ້ທຸກຄົນ. ຫາກຈັບໄດ້ອີກ ກໍຈະໄດ້ສົ່ງກັບ ປະເທດ ເພາະໄດ້ຖືກ ຕັກເຕືອນ ເທື່ອນຶ່ງແລ້ວ.

ສາເຫດທີ່ພາໃຫ້ ພວກແມ່ຍິງລາວ 23 ຄົນ ພາກັນຕັດສິນໃຈ ມາຫາວຽກເຮັດງານທຳ ຢູ່ປະເທດໄທ ແລະຖືກຈັບ ໃນຣະຫວ່າງເຈົ້າໜ້າທີ່ ໄທ ເຂົ້າກວດຄົ້ນ ສະຖານທີ່ດັ່ງກ່າວ ໃນມື້ວັນທີ 3 ຕຸລາ ນັ້ນ ຕາມຄໍາເວົ້າຂອງ ພັນເອກ ກອນຣະວັດ ແລ້ວແມ່ນວ່າ ພວກເຂົາເຈົ້າບໍ່ມີ ວຽກເຮັດ ຢູ່ລາວ ແລະຖືກໝູ່ເພື່ອນຊັກຊວນມາ:

"ທ່ານເວົ້າວ່າສ່ວນໃຫຍ່ ຈະມາຈາກທາງລາວ ທາງດ້ານ ທີ່ຕິດກັບແຂວງໜອງຄາຍ ຂອງໄທ ບໍ່ຂໍເອີ່ຍຊື່ ແຂວງເຈາະຈົງ ຊຶ່ງເປັນຄົນລາວ ບໍ່ຄ່ອຍຈະມີຖານະ ສ່ວນໃຫຍ່ ຈະມາໂດຍ ແພັສພັອດ ເຂົ້າມາເປັນ ນັກທ່ອງທ່ຽວ ແລ້ວກໍຖືກ ໝູ່ເພື່ອນ ຫລືຄົນໄທ ຊັກຊວນ ໃຫ້ເຂົ້າມາ ເຮັດວຽກ ໃນພື້ນທີ່ ບໍ່ວິນ ນີ້".

ການເຂົ້າມາຂາຍ ບໍຣິການທາງເພດ ຂອງແມ່ຍິງລາວ ໃນເຂດນິຄົມ ອຸດສາຫະກັມ ທີ່ເມືອງ ບໍ່ວິນ ແຂວງ ຊົນບູຣີ ນີ້ ພັນເອກ ກອນຣະວັດ ເວົ້າວ່າ ມີມາແຕ່ດົນແລ້ວ ແລະ ທາງການໄທ ກໍໄດ້ປາບປາມ ມາໂດຍ ຕລອດ ຈົນເຮັດໃຫ້ ຮ້ານຄາຣາໂອເກະ ຕ່າງໆ ໃນເຂດນີ້ຕ້ອງໄດ້ ປິດລົງ ເກືອບຈະໝົດແລ້ວ ແລະ ຈະປາບປາມຕໍ່ໄປ. ພ້ອມກັນນັ້ນ ທ່ານກໍເວົ້າວ່າ ການຊ່ວຍ ເປັນຫູເປັນຕາ ຂອງທາງການລາວ ກໍເປັນ ສິ່ງສໍາຄັນ ໃນການແກ້ໄຂ ບັນຫານີ້ ໃຫ້ໝົດໄປ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.