ການຟື້ນຟູຈິດໃຈ ເຫ​ຍື່ອການຄ້າມະນຸດ ຍັງບໍ່ໄດ້ດີ

ມະນີຈັນ
2018.06.01
F-HT ຜູ້ຍິງລາວ ໃນເຂດ ຊົນນະບົດ
RFA

ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ຂອງພວກຄ້າມະນຸດ ຍັງບໍ່ໄດ້ຮັບ ການຟື້ນຟູ ແລະ ບຳບັດ ຈິດໃຈເທົ່າທີ່ຄວນ ພາຍຫລັງ ຖືກສົ່ງກັບ ຈາກປະ​ເທດໄທມາ ເພາະຢູ່ລາວ ມີຈິດຕະແພດ ທີ່ຊ່ຽວຊານ ພຽງສອງຄົນ ໃນສູນບຳບັດຈິດໃຈນັ້ນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອົງການຕ້ານການຄ້າມະນຸດສາກົລ ທີ່ປະເທດໄທ ຕໍ່ກອງປະຊຸມສັມມະນາ ກ່ຽວກັບການຄ້າມະນຸດ ທີ່ມະຫາວິທຍາລັຍ ຈຸລາລົງກອນ ບາງກອກ ໃນມື້ວັນພຸດຜ່ານມານີ້:

"ທີ່ ສປປລາວ ອາດຈະມີຈຸດອ່ອນ ກໍຄືວ່າ ບໍ່ມີນັກຈິດຕະວິທະຍາ ທີ່ມີເກັ່ງໆ ກໍມີສອງທ່ານ ດັ່ງນັ້ນ ເວລາການເຮັດວຽກ ກໍຍາກ ເວລາ ທີ່ມີບັນຫາໜັກໆ ຈະຕ້ອງ ສົ່ງກັບມາປົວ ຢູ່ໄທ ຫຼື ການໃຫ້ຢາ ກໍຈະຕ້ອງສົ່ງ ຈາກໄທ ກັບໄປ ເພາະບາງຄົນ ມີອາການ ປ່ວງທາງຈິດ ແລະ ກໍທຳຮ້າຍໂຕເອງ."

ເຖິງຢ່າງໃດກໍດີ, ເຈົ້າໜ້າທີ່ ອົງການຕ້ານການຄ້າມະນຸດສາກົລ ຈາກປະເທສລາວ ກໍເວົ້າວ່າ ເຈົ້າໜ້າທີ່ ອົງການຕ່າງປະເທສ ໄດ້ໄປຊ່ອຍ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຢູ່ລາວ ທຸກສາມເດືອນ, ແຕ່ໃນບາງກໍຣະນີເທົ່ານັ້ນ ເພື່ອຊ່ອຍຟື້ນຟູສະພາບຈິດ ໃຫ້ເຂົາເຈົ້າ ກັບຄືນເປັນ ປົກກະຕິ:

"ບຳບັດຟື້ນຟູ ສະພາບຈິດໃຈ ມັນຂຶ້ນກັບ ຕົວບຸກຄົນເອງເນາະ ແລະ ກໍມັນຂຶ້ນຢູ່ກັບ ໄລຍະເວລາ ຂອງແຕ່ລະຄົນ ວ່າຖືກທຳມາຫລາຍ ຫຼື ໜ້ອຍ ຖ້າວ່າ ລົງໃນຊຸມຊົນ ພວກເຮົາ ກໍຜ່ານ ການຝຶກອົບຮົມ ບຳບັດຟື້ນຟູຈິດໃຈມາ ແຕ່ຝັ່ງໄທແລ້ວ ພໍມາຮອດ ຝັ່ງລາວ ພວກເຮົາຈະມີ ການສ້າງ ຄວາມເຂັ້ນແຂງ ໃຫ້ແກ່ຜູ້ຍິງ ເປັນການໃຫ້ທາງເລືອກ ໃນການປະກອບອາຊີບ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ສະຫາພັນແມ່ຍິງລາວ ກໍເວົ້າວ່າ ເຈົ້າໜ້າທີ່ລາວ ກໍເອົາໃຈໃສ່ ຟື້ນຟູຈິດໃຈ ແລະ ຝຶກອາຊີບ ໃຫ້ພວກເຂົາເຈົ້າ:

"ເຣື້ອງຢຽວຢາຈິດໃຈ ເຮົາກໍໄດ້ໂອ້ລົມ ເພາະວ່າ ໃຫ້ຄຳປຶກສາເຂົາເດ ແບບວ່າ ຊ່ອຍເຫລືອ ທາງດ້ານຈິດໃຈ ເຂົາເລົ່າມາ ເຮົາກໍໄດ້ ໃນເບຶ້ື້ອງຕົ້ນ ແຕ່ກີ້ເນາະ ເຂົາເລົ່າ ສະພາບເຂົາເອງ ເຮົາກໍໃຫ້ ມັນສະທ້ອນເຖິງ ຈິດໃຈເຂົາເນາະ ຊ່ອຍເຫລືອຫັ້ນແຫລ້ວ ມັນມີຄນະ ກັມມະການເດ ຜູ້ຢາກກັບບ້ານ ກໍກັບ, ກັມມະບານ ເພິ່ນກໍຊ່ອຍຝຶກອາຊີບ ໃຫ້ຄັນຂະເຈົ້າມັນເນາະ.”

ນາງເວົ້າວ່າ ປັດຈຸບັນ ຢູ່ປະເທສລາວ ມີສູນຝຶກອົບຮົມ ຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ເຊັ່ນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ແລະ ເມືອງປາກເຊ ແຂວງຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.