ທ.ພີເຈ ເຈົ້າໜ້າທີ່ຕຳຣວດ ວໍຊິງຕັນ ດີຊີ

ສຸພັດຕາ
2018.03.05
F-PJ ທ່ານ ພີເຈ ອິນທິລາດ ຄົນລາວ-ອາເມຣິກັນ ຕຳຣວດ ຮັກສາ ຄວາມສງົບ ຄຸ້ມຄອງ ຊ່ວຍເຫຼືອ ປະຊາຊົນ ທີ່ ປະຈຳການ ຢູ່ ນະຄອນຫຼວງ ວໍຊິງຕັນ ດີຊີ 5th District.
RFA/PJ

ເຈົ້າໜ້າທີ່ຕຳຣວດເປັນອາຊີພນຶ່ງ ທີ່ຫຼາຍຄົນຢາກເປັນ ບໍ່ວ່າຜູ້ນ້ອຍຫຼືຜູ້ໃຫຍ່ ຕ່າງກໍໄຝ່ຝັນຢາກຈະເປັນ, ຕຳຣວດແມ່ນອາຊີພ ທີ່ຕ້ອງຢູ່ກັບ ການໃຊ້ຊີວິດປະຈຳວັນ ຂອງປະຊາຊົນ ຕ້ອງຮັບຜິດຊອບ ເປັນຜູ້ຄຸ້ມຄອງປະຊາຊົນ ໃຫ້ມີຄວາມສງົບສຸກ. ນອກຈາກນັ້ນແລ້ວ ຕຳຣວດ ຍັງມີໜ້າທີ່ເບິ່ງແຍງ ຄວາມເປັນລະບຽບຮຽບຮ້ອຍ ປາບປາມຄົນທີ່ກະທຳຜິດ ກົດໝາຍ ອາຊີພຕຳຣວດນີ້ ເປັນອາຊີພ ທີ່ຊົງກຽດ, ແລະມີ ຫຼາຍຜແນກ ທີ່ຮັບຜິດຊອບ ແຕກຕ່າງກັນ ເຊັ່ນ: ຕຳຣວດກວດກາ ຄວາມຮຽບຮ້ອຍ ຂອງປະຊາຊົນ ຫຼື ຕຳຣວດ ນະຄອນບານ, ຕຳຣວດ ຈາຣະຈອນ, ຕຳຣວດດັບເພີງ, ຕຳຣວດເສຖກິດ, ຕຳຣວດລັບ ແລະ ຍັງມີຕຳຣວດ ທີ່ມີໜ້າທີ່ຮັບຜິດຊອບ ດ້ານອື່ນໆອີກ.

ຂ້າພະເຈົ້າ ສຸພັດຕາ ໄດ້ມີໂອກາດສັມພາດ ຕຳຣວດ ກວດກາຄວາມຮຽບຮ້ອຍ ປະຈຳການ ຢູ່ສະຖານນີ ທີ 5 ຂອງນະຄອນຫຼວງ ວໍຊີງຕັນ ດີຊີ ແລະ ກ່ອນທີ່ຈະໄດ້ເປັນຕຳຣວດ ຕ້ອງຜ່ານຂັ້ນຕອນ ການຄັັັດເລືອກ ແລະ ການຝຶກຊ້ອມ ແບບໃດແດ່ນັ້ນ ເຊີນທ່ານຮັບຟັັງ ຈາກ ທ່ານ ພີເຈ ອິນທິລາດ ໄດ້ເລີຍ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.